ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ຕັດສິນລົງໂທດ ຜູ້ຊາຍອາເມຣິກັນ ເຊື້ອສາຍເກົາຫຼີ ໃຫ້ອອກແຮງງານໜັກ 10 ປີ


ຜູ້ຊາຍ ທີ່ລະບຸວ່າແມ່ນທ້າວ Kim Dong Chul ຊຶ່ງກ່ອນໜ້ານີ້ ກ່າວວ່າ ລາວໄດ້ຕັດຊາດ ເປັນອາເມຣິກັນ ແລະຖືກຈັບ ຢູ່ເກົາຫຼີເໜືອ ໃນເດືອນຕຸລາ ປີກາຍ.
ຜູ້ຊາຍ ທີ່ລະບຸວ່າແມ່ນທ້າວ Kim Dong Chul ຊຶ່ງກ່ອນໜ້ານີ້ ກ່າວວ່າ ລາວໄດ້ຕັດຊາດ ເປັນອາເມຣິກັນ ແລະຖືກຈັບ ຢູ່ເກົາຫຼີເໜືອ ໃນເດືອນຕຸລາ ປີກາຍ.

ພຽງ​ຢາງ​ໄດ້​ຕັດສິນ​ລົງ​ໂທດ ​ຜູ້​ຊາຍ​ອາ​ເມຣິກັນ​ເຊື້ອສາຍ​ເກົາຫຼີຄົນ​ນຶ່ງ ​ໃຫ້​ອອກ​ແຮງ​ງານ ໜັກ​ເປັນ​ເວລາ 10 ປີ ຍ້ອນ​ຫາ​ທາງ​ບ່ອນທຳລາຍລັດຖະບານ.

ສານ​ແຫ່ງ​ນຶ່ງ​ຂອງ​ເກົາຫລີ​ເໜືອໄດ້​ຕັດສິນ​ລົງ​ໂທດ​ຈຳ​ຄຸກ​ທ້າວ Kim Dong Chul ໃນ​ວັນ ສຸກ​ມື້ນີ້.

ທ້າວ Kim ​ໄດ້​ຮັບ​ສາລະພາບ ​ໃນ​ເດືອນ​ແລ້ວນີ້ວ່າ ​ຜູ້ກ່ຽວ​ພະຍາຍາມ​ ທີ່​ຈະ​ລັກຂະ​ໂມ​ຍ ເອົາ​ຄວາມ​ລັບ​ທາງ​ທະຫານ ​ຂອງ​ເກົາຫຼີ​ເໜືອ ​ແລະ​ໄດ້​ຮ້ອງ​ຂໍ​ຄວາມ​ເມດຕາ​ກະລຸນາ​ ​ເວ ລາ​ຜູ້ກ່ຽວ​ໄດ້​ຖືກ​ນຳ​ໄປ​ປາກົດ​ໂຕ​ຕໍ່ໜ້າ​ສື່​ມວນ​ຊົນ​ທີ່​ນະຄອນ​ພຽງຢາງ​ໃນ​ເດືອນ​ມີນາ​ຜ່ານ ມາ.

ທ້າວ Otto Warmbier ຮ້ອງໄຫ້ ຢູ່ໃນຮູບພາບ ທີ່ນຳອອກເຜີຍແຜ່ ໂດຍອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ.
ທ້າວ Otto Warmbier ຮ້ອງໄຫ້ ຢູ່ໃນຮູບພາບ ທີ່ນຳອອກເຜີຍແຜ່ ໂດຍອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ.

ລາວ​ໄດ້​ສາລະພາບ​ນຶ່ງ​ອາທິດ​ຕໍ່​ມາ ຫລັງ​ຈາກ​ເກົາ​ຫຼີ​ເໜືອ​ໄດ້​ຕັດ​ສິນ​ລົງ​ໂທດ​ໃຫ້ນັກ​ສຶກສາ ອາ​ເມຣິກັນທ້າວ Otto Warmbier ​ອອກ​ແຮງ​ງານ​ໜັກເປັນ​ເວລາ 15 ປີ ຍ້ອນ​ໄດ້​ລັກ​ເອົາ ປ້າຍ​ໂຄສະນາຂອງ​ເກົາຫຼີ​ເໜືອ.

ທັງ​ທ້າວ Kim ​ແລະ​ທ້າວ Warmbier ຕ່າງ​ກໍ​ໄດ້​ຍອມຮັບ​ຕໍ່​ຂໍ້​ຫາ​ຂອງ​ເຈົ້າໜ້າ​ທີ່ ​ແຕ່​ພວກ ນັກ​ສັງ​ເກດ​ການ​ກ່າວ​ວ່າ ການ​ຍອມຮັບ​ຂອງ​ທັງ​ສອງຄົນ​ແມ່ນມີ​ທ່າ​ທາງ​ວ່າ​ຖືກ​ບັງຄັບ.

ການ​ຕັດສິນ​ໂທດ​ທ້າວ Kim ​ແລະ​ທ້າວ Warmbier ມີ​ຂຶ້ນທ່າມກາງ​ຄວາມ​ເຄັ່ງ​ຕຶງ​ທີ່​ເພີ້ມ ທະວີ​ຂຶ້ນຫຼັງ​ຈາກ​ການ​ທົດ​ລອງ​ນິວ​ເຄລຍ​ແລະ​ຍິງ​ລູກ​ສອນ​ໄຟ​ໄລຍະໄກ​ຂອງ​ເກົາຫຼີ​ເໜືອ. ທັງ​ວໍ​ຊິງ​ຕັນ ​ໂຊ​ລ ແລະ​ໂຕ​ກຽວ ​ຕ່າງ​ກໍ​ສັ່ງ​ໃຫ້​ ກອງທັບ​ຂອງຕົນກຽມພ້ອມ ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ທົດ​ລອງ​ດັ່ງກ່າວ. ກຳລັງ​ຂອງ​ສະຫະ ລັດ​ແລະ​ເກົາຫຼີ​ໃຕ້​ໄດ້​ທຳ​ການ​ຊ້ອມ ລົບ​ຮ່ວມ​ທາງ​ທະຫານ​ປະຈຳ​ປີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

North Korea Prisoner
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG