ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີ​ເໜືອ ​ຕັດສິນ​​ໂທດ ຊາຍອາເມຣິກັນ ໃຫ້​ເຮັດ ​ວຽກສັບພະທຸກ ​ເປັນ​ເວລາ 6 ປີ (ວີດີໂອ)


ທ້າວ Matthew Miller ພົນລະເມືອງ ອາເມຣິກັນ ນັ່ງຢູ່ບ່ອນຜູ້ຕ້ອງຫາ ໃນສານປະຊາຊົນສູງສຸດ ໃນລະຫວ່າງ ການດຳເນີນຄະດີ ຢູ່ນະຄອນຫລວງພຽງຢາງ ຂອງເກົາຫຼີເໜືອ, ວັນທີ 14 ກັນຍາ 2014.
ທ້າວ Matthew Miller ພົນລະເມືອງ ອາເມຣິກັນ ນັ່ງຢູ່ບ່ອນຜູ້ຕ້ອງຫາ ໃນສານປະຊາຊົນສູງສຸດ ໃນລະຫວ່າງ ການດຳເນີນຄະດີ ຢູ່ນະຄອນຫລວງພຽງຢາງ ຂອງເກົາຫຼີເໜືອ, ວັນທີ 14 ກັນຍາ 2014.

ເກົາຫຼີ​ເໜືອ ​ໄດ້​ຕັດສິນ​ລົງ​ໂທດ ທ້າວ Matthew Miller ​ ຊາວ​
ອາ​ເມຣິກັນທີ່​ຖືກ​ຄຸມ​ຂັງ​ ໃຫ້​ເຮັດ​ວຽກ​ໜັກ​ເປັນ​ເວລາ 6 ປີ ​ໃນ
​ຖານ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ ​ໃນ​ຂໍ້​ຫາ “​ກະທຳ​ການທີ່​ເປັນ​
ປໍ​ລະ​ປັກ”
ຕໍ່​ພຽງຢາງ.

ທ້າວ Miller ຢູ່​ໃນ​ໄວ 20 ກວ່າປີ ​ໄດ້​ຖືກ​ຈັບ​ ​ໃນ​ເດືອນ​ເມສາ
ຫຼັງຈາກ​ທີ່​ຈີກ​ ວີ​ຊາ​ຂອງ​ລາວຖິ້ມ ຢູ່ບ່ອນກວດ​ຄົນ​ເຂົ້າ​ເມືອງ ​
ແລ້ວ​ຂໍ​ຫລີ້​ໄພ​ໃນ​ເກົາຫຼີ​ເໜືອ.

ຫຼັງຈາກການ​ພິຈາລະນາ​ຄະດີ​ເປັນ​ເວລາ​ສັ້ນໆ​ ໃນ​ຕອນ​ເຊົ້າ
ວັນ​ອາທິດ​ມື້​ນີ້ ທ້າວ Miller ​ໄດ້​ຖືກ​ປະຕິ​ເສດ ​ໂອກາດ​ໃນການ
​ອຸທອນ.

​ເປັນ​ທີ່ຄາດ​ກັນວ່າ ການ​ດຳ​ເນີນ​ຄະດີ​ຈະ​ມີຂຶ້ນ​ໃນ​ໄວໆ​ນີ້​ເຊັ່ນ​ກັນ ສຳ​ຫລັບ ທ່ານ Jeffrey Fowle ຜູ້​ທີ່​ໄດ້​ເຂົ້າ​ໄປ​ເກົາຫຼີ​ເໜືອ ​ໃນ​ນາມ​ນັກ​ທ່ອງ​ທ່ຽວ ​ແລະ​ໄດ້​ຖືກ​ຈັບ​ໃນເດືອນພຶດສະ
ພາ ຍ້ອນ​ໄດ້ປະຄຳ​ພີ​ສາສະໜາ ຫຼື Bible ຢູ່​ໄນຄລັບ ​ໃນແຂວງ​ນຶ່ງ.

ພົນລະ​ເມືອງ​ສະຫະລັດ​ຄົນທີ 3 ທີ່​ມີເຊື້ອ​ສາຍ​ເກົາຫຼີ ​ແລະ​ເປັນນັກ​ສອນ​ສາສະໜາ ທ່ານ
Kenneth Bae ​ແມ່ນກຳລັງ​ຮັບ​ໃຊ້​ໂທດ 15 ປີ ສຳ​ຫລັບ ອັນ​ທີ່​ພຽງ​ຢາງ​ກ່າວ​ວ່າ “ການ​
ກະທຳ​ທີ່​ເປັນ​ປໍ​ລະ​ປັກ”
ທີ່​ຕັ້ງ​ໃຈຈະ​ໂຄ່ນລົ້ມລັດຖະບານ.

NOKOR US VO
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG