ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ເກົາຫຼີ​ເໜືອ​ ປະກາດ​​ຄວາມສຳ​ເລັດ ໃນ​ການ​ຜະ​ລິດ ​ອາ​ວຸດນິວ​ເຄຼຍ ຂະໜາດ​ນ້ອຍ


ຜູ້ນຳເກົາຫຼີເໜືອ ຄິມ ຈອງ ອຶນ ກຳລັງຍ່າງກວດກາທະຫານ ໃນເມືອງ ພຽງຢາງ ວັນທີ 4 ເມສາ 2015
ຜູ້ນຳເກົາຫຼີເໜືອ ຄິມ ຈອງ ອຶນ ກຳລັງຍ່າງກວດກາທະຫານ ໃນເມືອງ ພຽງຢາງ ວັນທີ 4 ເມສາ 2015

ເກົາຫຼີ​ເໜືອ​ປະກາດ​ວ່າ​ຕົນ​ໄດ້​ປະສົບ​ຄວາມສຳ​ເລັດ​ກັບ​ການ​ຜະ​ລິດ​ອາ​ວຸດ​ນິວເຄຼຍ ຂະໜາດ​ນ້ອຍ. ​ຖ້າວ່າການ​ປະສົບ​ຜົນສຳ​ເລັດ​ດັ່ງກ່າວໄດ້​ຮັບ​ການ​ຢືນຢັນ, ມັນ​ອາດຈະກາຍ​ເປັນໄພ​ຂົ່ມ​ຂູ່ທີ່
ສຳຄັນອັນໃໝ່ ຕໍ່​ ສະຫະລັດ​ ​ແລະ ບັນດາ​ປະ​ເທ​ດພັນທະ​ມິດ.

ຄະນະ​ກຳ​ມາ​ທິການ​ປ້ອງ​ກັນ​ປະ​ເທດ​ຂອງ​ເກົາຫຼີ​ເໜືອ​ໄດ້ເວົ້າ​ຜ່ານອົງການຂ່າວສູນ​ກາງ ເກົາຫຼີເມື່ອ​ວັນພຸດ​ມື້​ນີ້​ວ່າ ​ລະ​ເບີດ​ນິວ​ເຄຼຍຂະໜາດ​ນ້ອຍເຫຼົ່າ​ນີ້​ແມ່ນ​ນ້ອຍ​ພໍ​ທີ່​ຈະ​ສາ​ມາດ​ບັນຈຸ​ເຂົ້າ​ໃສ່​ຫົວ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດໄດ້.

ຖະແຫຼງການກ່າວວ່າ “ມັນ​ເປັນ​ເວລາ​ດົນ​ນານ​ມາ​ແລ້ວ​ທີ່​ພວກ​ເຮົາ​ເລີ້​ມ ຄົ້ນຄິດ​ການ​ຫຼຸດ ຂະໜາດ ​ແລະ ວິທີ​ທາງ​ໃນ​ການ​ຍິງ​ລະ​ເບີດ​ນິວ​ເຄຼຍ ຂອງພວກ​ເຮົາ.” ຖະແຫຼງການກ່າວ​ເພີ່ມ​ເຕີ​ມອີກ​ວ່າ ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລຍະໄກຂອງ​ເກົາຫຼີ​ເໜືອ​ແ​ມ່ນ​ໄດ້ “ມາ​ຮອດ​ຂັ້ນ​ທີ່​ມີ​ການ​ຮອງ​ຮັບ​ວ່າ​ແມ້ນ​ຢຳ​ທີ່​ສຸດ.”

​ບັນ​ດາເຈົ້າ​ໜ້າ​ທີ່ຕາ​ເວັນ​ຕົກໄດ້​ສະ​ແດງ​ຄວາມ​ຢ້ານກົວ​ວ່າ ​ເກົາຫຼີ​ເໜືອ​ໄດ້​ສຳ​ເລັດ​ການ​ຜະລິດ​ອາວຸດນິວ​ເຄຼຍຂະໜາດ​ນ້ອຍ​ເຊິ່ງນ້ອຍ​ພໍ​ທີ່​ຈະ​ນຳ​ໄປ​ຕິດຕັ້ງໃສ່ລູກ​ສອນ​ໄຟຂີ​ປະ​ນາ​ວຸດ. ​ແຕ່​ກໍ່​ຍັງມີ​ຄວາມ​ບໍ່​ເຫັນ​ພ້ອມ​ວ່າ Pyongyang ​ໄດ້ປະສົບ​ຜົນສຳ​ເລັດ​ຕໍ່​ເປົ້າ​ໝາຍ​ດັ່ງກ່າວນີ້ໜ້ອຍຫຼາຍ ປານໃດ.​

​ເກົາຫຼີ​ເໜືອ​ໄດ້​ທຳການ​ທົດລອງ​ລະ​ເບີດນິວ​ເຄຼຍ​ໃຕ້​ດິນມາ​ແລ້ວສາມ​ຄັ້ງ ​ຕັ້ງ​ແຕ່ປີ 2006. ຕາມ​ດ້ວຍການ​ທົດ​ລອງ​ຄັ້ງ​ທີສາມ​ ​ໃນ​ປີ 2013, ​ເຊິ່ງ Pyongyang ​ໄດ້​ກ່າ​ວວ່າ ຕົນ​ໄດ້ທົດ​ລອງ​ໃຊ້ “ລະ​ເບີດນິວ​ເຄຼຍ ຂະໜາດນ້ອຍ ​ແລະ​ເບົາ​ກວ່າ​ ເຊິ່ງມີ​ກຳລັງ​ໃນ​ການ​ທຳລາຍ​ລ້າງ​ທີ່ສູງ” ​ກວ່າການ​ທົດລອງ​ຄັ້ງ​ທີ່​ຜ່ານ​ມາ.

​ເກົາຫຼີ​ເໜືອ​ກໍ່​ຍັງ​ໄດ້​ດຳ​ເນີນ​ກາ​ນທົດລອງ​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຊ້ຳ​ແລ້ວ​ຊ້ຳ​ອີກ, ລວມທັງ​ຄັ້ງຫຼ້າສຸດໃນ​ເດືອນນີ້​ ເຊິ່ງພວກ​ເຂົາ​ອ້າງ​ວ່າ​ໄດ້ຍິງ​ລູກ​ສອນ​ໄຟ​ດັ່ງ​ກ່າວ​ຂຶ້ນ​ຈາກ
ເຮື​ອດຳ​ນ້ຳ.

North Korea has announced that it has successfully miniaturized a nuclear weapon - an accomplishment that, if confirmed, could represent a significant new threat to the U.S. and its allies.

The North's National Defense Commission said Wednesday via the state-run Korean Central News Agency that the miniaturized nuclear bombs are small enough to fit on a missile.

"It has been a long time since we began miniaturizing and diversifying our means of nuclear strike," said the statement. It added that the North's long-range missiles "have reached the stage where the highest accuracy rate is guaranteed."

Western officials fear North Korea has been perfecting a nuclear bomb small enough to fit on one of its ballistic missiles. But there has been disagreement over how close Pyongyang was to achieving this goal.

The North has conducted three underground nuclear tests since 2006. Following the third test in 2013, Pyongyang said it had used a "miniaturized and lighter nuclear device with greater explosive force" than in previous experiments.

North Korea also has conducted repeated tests of ballistic missiles, including one announced this month in which it claimed to have launched such a missile from a submarine.

XS
SM
MD
LG