ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳເກົາຫຼີເໜືອ ຢ້ຽມຢາມຣັດເຊຍ


ລົດໄຟທີ່ທ່ານກິມ-ຈົງ-ອິລ ຜູ້ນຳຂອງເກົາຫຼີເໜືອເດີນທາງໄປນຳ ໄປເຖິງສະຖານີ Khasan ຫຼັງຈາກຂ້າມຊາຍ ແດນເກົາຫຼີເໜືອເຂົ້າໄປໃນຣັດເຊຍ ໃກ້ໆເມືອງ Vladivostok ໃນເຂດພາກຕາເວັນອອກໄກຂອງຣັດເຊຍ (20 ສິງຫາ 2011)
ລົດໄຟທີ່ທ່ານກິມ-ຈົງ-ອິລ ຜູ້ນຳຂອງເກົາຫຼີເໜືອເດີນທາງໄປນຳ ໄປເຖິງສະຖານີ Khasan ຫຼັງຈາກຂ້າມຊາຍ ແດນເກົາຫຼີເໜືອເຂົ້າໄປໃນຣັດເຊຍ ໃກ້ໆເມືອງ Vladivostok ໃນເຂດພາກຕາເວັນອອກໄກຂອງຣັດເຊຍ (20 ສິງຫາ 2011)

ວັງເຄຣັມລິນໃຫ້ການຢືນຢັນວ່າ ຜູ້ນຳຂອງເກົາຫຼີເໜືອທ່ານກິມ-ຈົງ-ອິລໄດ້ເດີນທາງໄປເຖິງ
ປະເທດຣັດເຊຍແລ້ວແລະຈະໄດ້ພົບປະກັບປະທານາທິບໍດີ Dmitry Medvedev.

ອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ ເອີ້ນການເດີນໄປຢ້ຽມຢາມໃນ ຄັ້ງນີ້ວ່າ
“ບໍ່ເປັນທາງການ” ແລະເວົ້າວ່າ ທ່ານກິມຈະໄປຢ້ຽມເຂດໄຊບີເຣຍແລະພາກຕາເວັນອອກ
ໄກຂອງສະຫະພັນຣັດເຊຍ ຕາມການເຊື້ອເຊີນຂອງປະທານາທິບໍດີ Medvedev.

ອົງການຂ່າວຢອນຮັບຂອງເກົາຫຼີໃຕ້ ໄດ້ອ້າງຄຳເວົ້າຈາກແຫຼ່ງຂ່າວລັດຖະບານທີ່ບໍ່ປະສົງ
ອອກນາມທີ່ກ່າວວ່າ ທ່ານກິມເດີນທາງໄປຢ້ຽມຢາມຣັດເຊຍ ໂດຍທາງລົດໄຟ.

XS
SM
MD
LG