ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫຼີໃຕ້ ແລະຍີ່ປຸ່ນ ຕຽມຮັບມື ກັບການຍິງຈະຫຼວດ ຂອງເກົາຫລີເໜືອ (ເບິ່ງສະໄລດ໌ກັບວີດີໂອ)


ສູນຄວບຄຸມຍິງຈະຫຼວດຂອງເກົາຫຼີເໜືອ
ສູນຄວບຄຸມຍິງຈະຫຼວດຂອງເກົາຫຼີເໜືອ

ກອງທັບ​ໃນ​ເກົາຫລີ​ໃຕ້ ​ແລະ​ຍີ່ປຸ່ນ​ກໍາລັງ​ຢູ່​ໃນ​ທ່າ​ຕຽມ​ພ້ອມ​ໃນ​ວັນ​ພະຫັດມື້ນີ້ ຊຶ່ງ​ເປັນ​ມື້
ທໍາ​ອິດ​ຂອງກໍານົດ​ເວລາ​ຫ້າ​ມື້​ສໍາລັບ​ການ​ຍິງ​ຈະ​ຫຼວດ​ຂອງ​ເກົາຫລີ​ເໜືອທີ່​ພຽງ​ຢາງ​ກ່າວ​
ວ່າ ​ເພື່ອຈະ​ສົ່ງ​ດາວ​ທຽມພະຍາກອນອາກາດ ​ສູ່​ວົງ​ໂຄຈອນ​ນັ້ນ.

ຄວາມ​ເປັນ​ໄດ້​ໄດ້​ທີ່​ວ່າ ຈະ​ມີ​ການ​ຍິງ​ຈະ​ຫລວດ ໃນວັນ​ພະຫັດ​ມື້​ນີ້ ​ແມ່ນ​ຄ່ອຍໆ​ໝົດ​ໄປ
ໃນ​ຂະນະ​ຕອນ​ທ່ຽງວັນ​ມາ​ເຖິງ​ ​ແຕ່​ກໍບໍ່​ເຫັນ​ມີ​ຮ່ອງຮອຍກິດຈະ​ກໍາ​ຫຍັງ​ທີ່​ຖານ​ຍິງ ຢູ່​
ນອກນະຄອນຫຼວງ​ພຽງ​ຢາງ​ທີ່​ປົກ​ຄຸມ​ດ້ວຍ​ເມກ​ໝອກ​ນັ້ນ. ບັນດາ​ເຈົ້າໜ້າ​ທີ່ເກົາຫຼີ​ເໜືອ
ໄດ້​ກ່າວ​ໄວ້ວ່າ ການ​ຍິງຈະ​ຫຼວດ​ຈະ​ມີ​ຂຶ້ນລະຫວ່າງ​ວັນ​ພະຫັດມື້ນີ້ ​ຫາ​ວັນ​ຈັນອາທິດ​ໜ້າ​
ແລະໃນ​ລະ ຫວ່າງ ​ເວລາ 2200 ​ໂມງ​ແລະ 0300 ​ໂມງ ຕາມ​ເວລາ​ມາດຕະຖານ​ສາກົນ.

ທີ່​ນະຄອນຫຼວງ​ໂຕ​ກຽວ ນາຍົກລັດຖະມົນຕີ Yoshihiko Noda ​ໄດ້ກ່າວຍໍ້າ ຄໍາ​ຂໍ​ຮ້ອງ
ຂອງ​ປະ​ເທດ​ຂອງ​ທ່ານ ​ໃຫ້​ພຽງ​ຢາງ​ລົບລ້າງ​ການ​ຍິງ​ຈະ​ຫຼວດຂອງ​ຕົນ ​ແຕ່​ກໍ​ກ່າວ​ວ່າກອງ
ທັບ​ຍີ່​ປຸ່ນ​ແມ່ນ​ຕຽມ​ພ້ອມ ​ທີ່​ຈະ​ຍິງທຳລາຍຈະ​ຫລວດ ​ຖ້າ​ຫາກ​ມັນ​ບິນ​ເຂົ້າມາ​ໃນ​ເຂດ​ນໍ້າ​
ແດນ​ດິນ​ຂອງ​ຍີ່ປຸ່ນ.

ນອກ​ນີ້​ແລ້ວ ​ຝ່າຍ​ເກົາຫຼີ​ໃຕ້​ກໍ​ຍົກ​ລະດັບ​ການ​ຕຽມ​ພ້ອມ​ກອງທັບ​ຂອງ​ຕົນ​ຢູ່ສູງຂື້ນ ພ້ອມ​
ກັບ​ຂູ່​ວ່າ​ຈະ​ຍິງ​ທຳລາຍຈະ​ຫຼວດ ຖ້າ​ຫາກ​ປະກົດ​ວ່າ​ຈະ​ຕົກລົງ​ໃນ​ດິນ​ແດນ​ເກົາຫຼີ​ໃຕ້​ແລ້ວ
ສ່ວນປະ​ເທດ​ຟິລິບ​ປິນ ທີ່​ຕັ້ງ​ຢູ່ໃກ້​ເຂດ​ບ່ອນ​ຮ່າງ​ຈະ​ຫຼວດທ່ອນ​ທຳ​ອິດຈະ​ຕົກລົງ​ໃສ່ຕາມ
ແຜນ​ທີ່​ວາງ​ໄວ້​ນັ້ນກໍ​ໄດ້​ປ່ຽນ​ທິດ​ທາງ​ຖ້ຽວບິນຕ່າງໆ​ຂອງ​ສາຍ​ການບິນ ​ແລະ​ສັ່ງ​ໃຫ້ພວກ
ຊາວ​ປະມົງ​ຈົ່ງ​ຢູ່​ຫ່າງໆ​ເຂດດັ່ງກ່າວ.

ທ່ານ Paek Chang Ho ຫົວໜ້າ​ຄວບ​ຄຸມ​ສູນ​ຍິງ​ຈະ​ຫຼວດຂອງ​ເກົາຫຼີ​ເໜືອບອກ​ພວກ
ນັກ​ຂ່າວ​ເມື່ອ​ພຸດ​ວານ​ນີ້​ວ່າ ​ໄດ້ເຕີມເຊື້ອ​ໄຟໃສ່​ຈະ​ຫຼວດ​ແລ້ວ ຊຶ່ງ​ເປັນ​ຂັ້ນຕອນ​ສຸດ​ທ້າຍ
ກ່ອນ​ຍິງ. ບັນດາ​ຜູ້​ສື່​ຂ່າວໂຮມ​ທັງນັກ​ຂ່າວ​ວີ​ໂອ​ເອພະ​ແນ​ກພາສາ​ເກົາຫຼີ ສາມາດຊົມ​ກິດ
ຈະ​ກໍາ​ໂດຍ​ທາງ​ວີ​ດີ​ໂອ ທີ່​ຖ່າຍທອດ​ສົດ​ໄປ​ຍັງ​ສູນ​ຄວບ​ຄຸມ​ຍິງ​ຈະ​ຫຼວດທີ່​ຕັ້ງ​ໃນ​ເຂດ​ສອກ
ຫຼີກນັ້ນ.

XS
SM
MD
LG