ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີເໜືອ ປ່ອຍນໍ້າ ຈາກເຂື່ອນ ໂດຍບໍ່ເຕືອນ ເກົາຫຼີໃຕ້ ລ່ວງໜ້າ


ແຜນທີ່ ເກົາຫລີເໜືອ
ແຜນທີ່ ເກົາຫລີເໜືອ

ເກົາຫລີ​ເໜືອ​ໄດ້​ປ່ອຍ​ນໍ້າ​ຈາກ​ເຂື່ອນ ທີ່ຢູ່​ໃກ້​ກັບ​ຊາຍ​ແດນເກົາຫລີ​ໃຕ້ ​ໂດຍປາດ​ສະ​ຈາກ​ການ​ເຕືອນ​ລ່ວງ​ໜ້າ​ໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້ ​ຊຶ່ງ​ພາ​ໃຫ້​ມີຄວາມ​ຢ້ານ​ກົວ​ເພີ້ມຂຶ້ນວ່າ ​ຈະ​ເກີດ​ນໍ້າ​ຖ້ວມ​ຢູ່​ໃນ​ຂົ​ງ​ເຂດທີ່​ໄດ້​ມີ​ຝົນຕົກ​ໜັກ​ຫວ່າງ​ບໍ່​ເທົ່າ​ໃດ​ມື້​ທີ່​ຜ່າ​ນມາ​ນີ້.

​ເກົາຫລີ​ເໜືອ​ບໍ່​ໄດ້ແຈ້ງ​ໃຫ້​ເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້​ຊາບ​ລ່ວງ​ໜ້າ ກ່ຽວ​ກັບ​ການ​ເປີີດ ປະຕູ​ນໍ້າ​ໃນ​ຄັ້ງນີ້.

​ໂຊ​ລ ​ໄດ້ກ່າວ​ວ່າ ຕົນບໍ່​ເຊື່ອ​ວ່າ​ພຽງ​ຢາງຈະ​ພົວພັນ​ກັບ​ “​ໃນການໂຈມ​ຕີ​ທີ່​ໃຊ້​ນໍ້າ​ຖ້ວມ” ​ເປັນ​ອາວຸດແຕ່ກໍ​ໄດ້​ສັງ​ເກດ​ເບິ່ງລະດັບ​ນໍ້າ​ຢູ່​ເຂື່ອນ Hwanggang ຢ່າງໃກ້ຊິດ.

​ຍັງບໍ່​ມີລາຍ​ງານກ່ຽວ​ກັບການ​ໄດ້​ຮັບ​ບາດ​ເຈັບ ຫລື​ເສຍ​ຫາຍທີ່​ສຳຄັນ​ໃດໆຈາກ​ການ​ປ່ອຍ​ນໍ້​າ​ໃນ​ວັນ​ພຸດ​ມື້​ນີ້ ​ແຕ່​ເກົາຫລີ​ໃຕ້​ໄດ້​ຍົກຍ້າຍ​ຊາວບ້ານຜູ້​ຢູ່​ເລາະ​ລຽບແຄມ​ຝັ່ງແມ່​ນໍ້າ Imjin.

ຊາວບ້ານ​ຢູ່​ໃນ​ຂົງເຂດຊຶ່ງ​ມັກ​ຈະປະສົບ​ກັບ​ດິນ​ເຈື່ອນ ​ແລະໄພນໍ້າ​ຖ້ວມ​ ​ໄດ້ຖືກ​ຍົກຍ້າຍ​ອອກໜີ ໃນ​ຕົ້ນ​ອາທິດ​ນີ້ ຫລັງ​ຈາກເກີດ​ຝົນຕົກ​ໜັກ​ມາ​ໄດ້ຫລາຍ​ມື້.

​ເກົາຫລີ​ເໜືອ​ໄດ້​ປ່ອຍ​ນໍ້າ​ຈາ​ກ​ເຂື່ອນ​ໂດຍ​ປາດ​ສະ​ຈາກ​ການ​ເຕືອນ ​ໃນ​ປີ 2009 ​ເຮັດ​ໃຫ້ຊາວ​ເກົາຫລີໃຕ້​ຫົກ​ຄົນ​ເສຍ​ຊີວິດ​ທີ່​ນອນ​ພັກແຮມ​ຄ້າງຄືນ​ຢູ່​ປ່າລຸ່ມເຂື່ອນ. ຫລັງ​ຈາກເຫດ​ຮ້າຍ​ດັ່ງກ່າວ ພຽງ​ຢາງເຫັນ​ດີ​ໃຫ້​ມີ​ການ​ເຕືອນ​ກ່ອນ​ທີ່​ຈະ​ປ່ອຍ​ນໍ້າ​ອອກ​ຈາ​ກ​ເຂື່ອນ.

ອົງການ​ຂ່າວ Yonghap ຂອງ​ເກົາຫລີ​ໃຕ້ ກ່າວ​ວ່າ ​ເກົາຫລີ​ເໜືອ​ໄດ້​ເປີດ​ປະຕູ​ນໍ້າ​ສອງ​ເທື່ອ​ໃນ​ເດືອນພຶດສະພາໂດຍປາດ​ສະ​ຈາກ​ການ​ເຕືອນ. ບໍ່​ມີ​ລາຍ​ງານວ່າ ມີ​ການບາດ​ເຈັບ​ຈາກເຫດການ​ທີ່​ເກີດ​ຂຶ້ນດັ່ງກ່າວ.

​ເຂື່ອນຂອງ​ເກົາຫລີ​ເໜືອ ​ຕັ້ງ​ຢູ່​ປະມານ 42 ກິ​ໂລ​ແມັດ​ ຢູ່​ທາງ​ເໜືອ​ຊາຍ​ແດນ ​ແລະ​ເປັນ​ທີ່​ເຊື່ອ​ກັນວ່າ ​ມີຄວາມ​ອາດ​ສາມາດ​ ບັນຈຸ​ນ້ຳ​ໄດ້​ປະມານ 300 ຫາ 400 ລ້ານ​ໂຕນ​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG