ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເກົາຫຼີເໜືອ ປ່ອຍທ່ານ Newman ນັກລົບເກົ່າ ອາເມຣິກັນ (ວີດີໂອ)


ຄົນພາກັນເບິ່ງໂທລະພາບ ລາຍງານການປ່ອຍໂຕ ທ່ານ Merrill Newman ນັກລົບເກົ່າ ປາງສົງຄາມເກົາຫລີ.
ຄົນພາກັນເບິ່ງໂທລະພາບ ລາຍງານການປ່ອຍໂຕ ທ່ານ Merrill Newman ນັກລົບເກົ່າ ປາງສົງຄາມເກົາຫລີ.
ນັກ​ລົບ​ເກົ່າ​ອາ​ເມຣິກັນປາງ​ສົງຄາມ​ເກົາຫລີຄົນ​ນຶ່ງ ​ກໍາລັງ​ເດີນ
ທາງ​ກັບຄືນ​ບ້ານ ຫລັງ​ຈາກ​ໄດ້​ຖືກ​ປ່ອຍຈາກ​ການຄຸມ​ຂັງແລະ
ເນລະ​ເທດ​ອອກຈາກ​ເກົາຫລີ​ເໜືອ.

ບັນດາ​ເຈົ້າ​ໜ້າ​ທີ່​ ຈາກສະຖານ​ທູດສະຫະລັດ ​ໄດ້​ໄປຕ້ອນຮັບ
ທ່ານ Merril Newman ອາຍຸ 85 ປີຢູ່ທີ່​ເດີ່ນ​ເຮືອບິນກຸງ​ປັກ​ກິ່ງ
​ໃນ​ວັນ​ເສົາ​ມື້​ນີ້. ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຕໍ່​ມາ ທ່ານ​ກໍໄດ້​ຂື້ນ​ເຮືອບິນ
​ໂດ​ຍສານ​ ຈາກກຸງ​ປັກ​ກິ່ງ ມາສູ່​ນະຄອນ San Francisco ລັດ
California ອັນ​ເປັນ​ລັດ​ທີ່​ທ່ານຢູ່​ອາ​ໄສ.

ທ່ານ​ໄດ້​ໄປ​ຢ້ຽມຢາມເກົາຫລີ​ເໜືອ ກັບ​ກຸ່​ມນໍາ​ທ່ຽວ ​ເວລາທ່ານ
​ໄດ້​ຄຸມໂຕອອກ​ຈາກ​ເຮືອບິນ​ໃນ​ວັນ​ທີ 26 ​ເດືອນ​ຕຸລາ ​ໃນ​ຂະນະ
​ທີ່ ທ່ານກໍາລັງ​ຕຽມ​ໂຕ​ອອກເດີນທາງຈາກປະ​ເທດ.

ຫລັງ​ຈາກນັ້ນສອງ​ສາມ​ມື້​ຕໍ່​ມາ ອົງການ​ຂ່າວສູນ​ກາງ​ຂອງ​ທາງ​ການ
ເກົາຫລີ​ເໜືອ ​ໄດ້​ນຳ​ອອກເຜີຍ​ແຜ່ວີ​ດີ​ໂອ ຂອງ​ທ່ານ Newman ທີ່
ກໍາລັງ​ອ່ານ​ຄໍາຂໍອະ​ໄພ​ຍະ​ໂທດອອກ​ມາ​ດັງໆ ຮັບ​ສາລະພາບ​ຕໍ່ການ
​ກ່າວ​ຫາ​ໃນ​ຄວາມ​ຜິດໃນ​ລະຫວ່າງສົງ ຄາມ​ເກົາຫລີ​ ​ແລະ​ອັນ​ທີ່​ຮ້ອງ
ວ່າ “ການປະພຶດທີ່​ເປັນ​ປໍ​ລະ​ປັກ” ຕໍ່​ເກົາຫຼີ​ເໜືອ.

ອົງການຂ່າວຂອງເກົາຫລີເໜືອ ລາຍ​ງານໃນວັນເສົາມື້ນີ້ວ່າ ທ່ານ
Newman ໄດ້ຖືກປ່ອຍໂຕຍ້ອນ​ເຫັນ​ແດ່ມະນຸດສະທໍາ ເພາະວ່າ ທ່ານໄດ້ສາລະພາບການ ກະທໍາຜິດ ແລະໄດ້ຂໍຂະມາໂທດ.

​ໃນ​ວັນ​ເສົາ​ມື້ນີ້ ໂຄສົກກະຊວງການຕ່າງປະເທດ ທ່ານນາງ Marie
Harf ຮ້ອງ ການປ່ອຍໂຕທ່ານ Newman ວ່າເປັນການຕັດສິນໃຈ
ທີ່ດີ ແຕ່ພ້ອມ​ດຽວ​ກັນ ​ກໍ​ໄດ້ຮຽກຮ້ອງໃຫ້ພຽງຢາງປ່ອຍໂຕຊາວອາ
ເມຣິກັນອີກຄົນນຶ່ງຄືທ່ານ Kenneth Bae ຜູ້ທີ່ໄດ້ຖືກກັກຂັງໄວ້ຢູ່ທີ່
ນັ້ນ ມາເປັນເວລາກວ່ານຶ່ງປີ​ແລ້ວ. ທ່ານ Bae ແມ່ນນັກແຜ່ຜາຍສາສະໜາ ຊາວອາເມຣິກັນ
ເຊື້ອສາຍ​ເກົາຫຼີແລະ​ເປັນຜູ້ນໍາທ່ຽວ. ທ່ານໄດ້ຖືກກັກຂັງໃນຂໍ້ຫາໂຄ່ນລົ້ມລັດຖະບານ.

ທ່ານນາງ Harf ໄດ້ຂອບໃຈລັດຖະບານສະວີເດັນ ທີ່ເປັນຜູ້ຕາງໜ້າຜົນປະ ໂຫຍດສະຫະ
ລັດ ໃນເກົາຫລີເໜືອ ເພາະວ່າ ສະຫະລັດ ບໍ່ມີສະຖານທູດ ຢູ່ທີ່ນັ້ນ.

ໃນຂະນະທີ່ໄດ້ຍິນ ກ່ຽວກັບການປ່ອບໂຕ ຮອງປະທານາທິບໍດີ Joe Biden ທີ່ກໍາລັງຢ້ຽມ
ຢາມເກົາຫລີໃຕ້ຢູ່​ນັ້ນ ກໍໄດ້ສະແດງຄວາມຍິນດີ ຕໍ່​ຂ່າວ​ດັ່ງກ່າວ ແລະຍັງຮຽກຮ້ອງໃຫ້​ເກົາຫຼີ
​ເໜືອ ປ່ອຍໂຕທ່ານ Bae ນຳ​ດ້ວຍ.
XS
SM
MD
LG