ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເກົາຫຼີ​ເໜືອ ​ປະຕິ​ເສດ​ ຕໍ່ຂໍ້ສະເໜີ ທີ່ຢາກຈັດໃຫ້ ຄອບຄົວ ພັດພາກ ພົບພໍ້ກັນ


ໂທລະພາບໄດ້ຖ່າຍທອດພາບວີດີໂອຂອງສະມາຊິກຄອບຄົວເຕົ້າ
ໂຮມກັນ
ໂທລະພາບໄດ້ຖ່າຍທອດພາບວີດີໂອຂອງສະມາຊິກຄອບຄົວເຕົ້າ ໂຮມກັນ
ເກົາຫຼີ​ເໜືອ​ໄດ້​ປະຕິ​ເສດ​ຕໍ່ຂໍ້​ສະ​ເໜີ​ຂອງເກົາຫຼີໃຕ້ທີ່​ຈະ​ຈັດການ
​ໂຮມ​ຊຸມນຸມຂອງ​ພວກ​ຄອບຄົວທີ່​ພັດ​ພາກ​ຈາກ​ກັນ​ໃນ​ລະຫວ່າງ ​
ທີ່​ເກີດ​ບັນຫາ​ຂັດ​ແຍ້​ງຢູ່​ໃນແຫຼມ​ເກົາຫຼີ ໃນ​ຊຸມ​ປີ 1950 ນັ້​ນ.

ປະທານາ​ທິບໍດີເກົາຫລີໃຕ້ ທ່ານ​ນາງ Park Geun-hye ​ໄດ້ສະ
​ເໜີ ​ໃຫ້​ມີການ​ໂຮມ​ຊຸມນຸມພົບ​ພໍ້ ຊຶ່ງ​ຄັ້ງ​ຫຼ້າ​ສຸດ ມີ​ຂຶ້ນໃນ​ປີ 2010
ນັ້ນໃນທ້າຍ​ເດືອນນີ້​ໃນ​ຊ່ວງ​ເທດສະການ​ປີ​ໃໝ່ທາງ​ຈັນທະ​ຄະຕິ.

​ແຕ່​ໃນ​ວັນ​ພະຫັດມື້ນີ້ ທາງ​ອົງການ​ຂ່າວສູນ​ກາງຂອງທາງ​ການ
ເກົາຫຼີ​ເໜືອ ​ໄດ້​ກ່າວ​ເຖິງ ການ​ຊ້ອມ​ລົບ​ຮ່ວມ​ທາງ​ທະຫານ​ຂອງ
​ສະຫະລັດ​ແລະ​ເກົາຫຼີໃຕ້ ທີ່​ມີ​ຂຶ້ນ​ເປັນ​ປະຈຳ​ນັ້ນ ຄືສາເຫດການ
​ໂຮມ​ຊຸມນຸມດັ່ງກ່າວ​ນີ້​ ຈະ​ບໍ່​ເກີດ​ຂຶ້ນ.

ອົງການ​ຂ່າວ​ຂອງ​ເກົາຫລີ​ເໜືອ​ໄດ້ອ້າງ​ເອົາ​ຄໍາ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່ ທີ່​ກ່າວ​ວ່າ ການໂຮມ
​ຊຸມນຸມ​ຂອງ​ບັນດາ​ຄອບຄົວ​ນີ້ ຈະ​ໄດ້​ນໍາ​ຂຶ້ນ​ມາ​ໂອ້​ລົມ​ກັນໃນ​ທີ່​ສຸດ ຖ້າ​ຫາກ​ວ່າ​ທາງເກົາຫຼີ
ໃຕ້ ພ້ອມ​ແລ້ວ​ທີ່​ຈະ​ໂອ້​ລົມ​ສົນທະນາ​ກັນ ​ກ່ຽວ​ກັບ “ການສະ​ເໜີ​ຂອງ​ຝ່າຍ​ພວກ​ເຮົາ.”

ກຸງ​ພຽງ​ຢາງ​ໄດ້​ພະຍາຍາມ​ທີ່​ຈະເອົາ​ເລື່ອງການ​ໂຮມ​ຊຸມນຸມ​ ​ໄປ​ເຊື່ອມ​ໂຍງ​ໃສ່​ການ​ໄປ​
ຢ້ຽມຢາມ ພູ ຕາກ​ອາກາດ Kumkang ຂອງຊາວເກົາຫຼີໃຕ້. ກຸງ​ໂຊ​ລ​ໄດ້​ໂຈ​ະການໄປ
ຢ້ຽມຢາມ​ໃນ​ປີ 2008 ຫຼັງຈາກ​ທີ່​ໄດ້​ມີ​ການ​ຍິງ​ຊາວເກົາຫຼີໃຕ້ ​ເສ​ຍຊີວິດ ​ໃນແຫຼ່ງ​ທ່ອງ​ທ່ຽວ
​ດັ່ງກ່າວ​ນີ້.

ເກົາຫຼີ​ເໜືອ​ທີ່​ທຸກ​ຍາກ ແມ່ນ​ກະຕືລື​ລົ້ນ​ທີ່​ຈະເປີດແຫຼ່ງ​ທ່ອງ​ທ່ຽວດັ່ງກ່າວ ​ເພາະວ່າ ມັນ​ຄື
ແຫຼ່ງ​ທີ່​ເຮັດ​ເງິນໃຫ້​ລັດຖະບານເກົາຫຼີ​ເໜືອ, ​ແຕ່ວ່າ ເກົາຫຼີໃຕ້ ​ໄດ້​ຢືນຢັນ​ວ່າບັນຫາ​ຂອງ
ພູຕາກ​ອາກາດ Kumkang ນັ້ນ ຄວນ​ຈະ​ໄດ້​ຈັດ​ແຍກ​ອອກ​ໄປ​ຕ່າງຫາກ​ຈາກ​ການໂຮມ​
ຊຸມນຸມ​ຂອງ​ບັນດາ​ຄອບຄົວ​ນີ້.
XS
SM
MD
LG