ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳເກົາຫຼີເໜືອ ທ່ານ Kim ກ່າວວ່າ ພ້ອມແລ້ວ ທີ່ຈະເຮັດ ສົງຄາມ ກັບ ສະຫະລັດ


ຜູ້ນຳຂອງເກົາຫຼີເໜືອ ທ່ານກິມຈົງອຸນ ຄຳນັບໃນລະຫວ່າງ ພິທີສວນສະໜາມເນື່ອງໃນໂອກາດຄົບຮອບ 70 ປີ ໃນການສ້າງຕັ້ງພັກແຮງງານ. (10 ຕຸລາ 2015)
ຼ
ຜູ້ນຳຂອງເກົາຫຼີເໜືອ ທ່ານກິມຈົງອຸນ ຄຳນັບໃນລະຫວ່າງ ພິທີສວນສະໜາມເນື່ອງໃນໂອກາດຄົບຮອບ 70 ປີ ໃນການສ້າງຕັ້ງພັກແຮງງານ. (10 ຕຸລາ 2015) ຼ

ຜູ້ນຳຂອງເກົາຫຼີເໜືອ ທ່ານກິມຈົງອຸນ ເຕືອນວ່າ ພຽງຢາງພ້ອມ
ແລ້ວທີ່ຈະທຳການສູ້ລົບໃນສົງຄາມ ບໍ່ວ່າໃນຮູບໃດກໍຕາມ ທີ່ກໍ່
ຂຶ້ນໂດຍສະຫະລັດ ໃນຂະນະທີ່ທ່ານເປັນປະທານໃນພິທີເດີນ
ສວນສະໜາມທາງທະຫານຄັ້ງໃຫຍ່ ໃນວັນເສົາມື້ນີ້ ເພື່ອສະ
ເຫລີມສະຫລອງວັນຄົບຮອບ 70 ປີ ໃນການສ້າງຕັ້ງພັກແຮງ
ງານ ຊຶ່ງເປັນພັກລັດຖະບານທີ່ປົກຄອງເກົາຫຼີເໜືອຢູ່ໃນເວ
ລານີ້.

ໂທລະພາບຂອງທາງການສະແດງໃຫ້ເຫັນ ແຖວທະຫານທີ່
ເຂົ້າຮ່ວມພິທີສວນ ສະໜາມຜ່ານຈະຕຸລັດກິມອິນຊຸງ ໃນນະ
ຄອນຫຼວງພຽງຢາງ ຂະນະທີ່ຜູ້ນຳເກົາ ຫຼີເໜືອຢືນເບິ່ງຈາກ
ຜາມໄຊ ຫ້ອມລ້ອມດ້ວຍພວກຜູ້ນຳອະວຸໂສຄົນອື່ນໆ ຂອງປະເທດ.

ມີແຂກຜູ້ມີກຽດຊາວຕ່າງປະເທດພຽງບໍ່ເທົ່າໃດຄົນທໍ່ນັ້ນທີ່ໄປຮ່ວມໃນພິທີດັ່ງກ່າວ ແຕ່ເຈົ້າ
ໜ້າທີ່ຈີນ ທ່ານ Liu Yunshan ແມ່ນເປັນແຂກຜູ້ມີກຽດຄົນສຳຄັນ ໄດ້ປາກົດໂຕຢູ່ໃກ້ໆ
ກັບທ່ານກິມ ຕະຫລອດພິທີເດີນສວນສະໜາມ. ທ່ານ Liu ຊຶ່ງ ເປັນຜູ້ນຳໝາຍເລກຫ້າ
ຂອງຈີນ ກຳລັງຢູ່ທີ່ນະຄອນຫຼວງພຽງຢາງ ເພື່ອທຳການເຈລະຈາຫາລືໃນຂອບເຂດທີ່
ກວ້າງຂວາງ.

ພິທີສວນສະໜາມໄດ້ມີການຊັກຊ້າເປັນເວລາຫຼາຍຊົ່ວໂມງ ຍ້ອນລົມພາຍຸຝົນຂະໜາດ
ແຮງພັດຜ່ານເຂດດັ່ງກ່າວ ແຕ່ໃນເວລາຕໍ່ມາທ້ອງຟ້າກໍແຈ່ມໃສດີ.

ໃນຕອນທ່ຽງຄືນຂອງແລງວັນສຸກນີ້ ທ່ານກິມ ໄດ້ເລີ້ມສະຫລອງວັນຄົບຮອບດັ່ງກ່າວດ້ວຍ
ການໄປສະແດງຄວາມເຄົາລົບ ຕໍ່ມື້ລາງບິດາ ແລະປູ່ຂອງທ່ານ ທີ່ສົບຂອງພວກທ່ານທັງ
ສອງ ໄດ້ຖືກນຳໄປຕັ້ງໄວ້ ຢູ່ທຳນຽບ Kumsasan ໃນນະຄອນຫຼວງ.

ຮູບພາບທີ່ນຳອອກເຜີຍແຜ່ໂດຍອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ ສະແດງ
ໃຫ້ເຫັນວ່າ ທ່ານກິມ ໄປຢ້ຽມຢາມອະນຸສອນສະຖານດັ່ງກ່າວ ພ້ອມກັບເຈົ້າໜ້າທີ່ຂັ້ນສູງ
ຫຼາຍໆທ່ານ ແລະກໍພາກັນກົ້ມຫົວສະແດງຄວາມເຄົາລົບ ຕໍ່ສົບຂອງທ່ານກິມຈົງອິລ ແລະ
ທ່ານກິມອິລຊຸງ.

ພິທີເດີນສວນສະໜາມໃນວັນເສົາມື້ນີ້ໄດ້ວາງແຜນຈັດຂຶ້ນເພື່ອສະແດງກຳລັງອັນ ຍິ່ງໃຫຍ່
ທີ່ໜ້າປະທັບໃຈ ແລະເປັນພິທີ ສວນສະໜາມທາງທະຫານ ທີ່ໃຫຍ່ທີ່ສຸດ ເທົ່າທີ່ເຄີຍມີມາ
ຂອງປະເທດ ໂດຍມີລົດຖັງ ລົດຍິງລູກສອນໄຟ ແລະທະຫານເຂົ້າຮ່ວມສວນສະໜາມເປັນ
ຈຳນວນຫຼວງຫຼາຍ.

North Korea Anniversary
please wait

No media source currently available

0:00 0:00:55 0:00

XS
SM
MD
LG