ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ພ້ອມແລ້ວ ທີ່ຈະທົດລອງ ອາວຸດ ນີວເຄລຍ


ພາບຈາກດາວທຽມທີ່ຖ່າຍໃນວັນທີ 4 ມັງກອນ ສະແດງໃຫ້ເຫັນວ່າ ມີຊາວເກົາຫລີເໜືອ ປະມານ 30 ຄົນ ພາກັນລຽນແຖວຢູ່ໃກ້ທາງເຂົ້າອຸໂມງທົດລອງອາວຸດນີວເຄລຍ
ພາບຈາກດາວທຽມທີ່ຖ່າຍໃນວັນທີ 4 ມັງກອນ ສະແດງໃຫ້ເຫັນວ່າ ມີຊາວເກົາຫລີເໜືອ ປະມານ 30 ຄົນ ພາກັນລຽນແຖວຢູ່ໃກ້ທາງເຂົ້າອຸໂມງທົດລອງອາວຸດນີວເຄລຍ
ສະຖາບັນຄົ້ນຄວ້າສະຫະລັດ ທີ່ໄດ້ອຸທິດຕົນແກ່ການວິເຄາະ
ເກົາຫລີເໜືອເວົ້າວ່າ ສະຖານທີ່ນີວເຄລຍຂອງປະເທດດັ່ງກ່າວ
ແມ່ນຢູ່ໃນສະພາບທີ່ກຽມພ້ອມຢ່າງສູງ ທີ່ຈະທຳການທົດລອງ
ນີວເຄລຍອີກຄັ້ງນຶ່ງ.

ທ່ານ Joel Wit ຜູ້ສ້າງຕັ້ງເວັບໄຊ 38 North ເວົ້າວ່າ ພາບຖ່າຍ ຈາກດາວທຽມສະແດງໃຫ້ເຫັນວ່າ ການທົດລອງດັ່ງກ່າວ ສາ
ມາດທີ່ຈະມີຂຶ້ນໄດ້ພາຍໃນບໍ່ເທົ່າໃດອາທິດຂ້າງໜ້ານີ້ຖ້າຫາກ
ລັດຖະບານກຸງພຽງຢາງມີຄໍາສັ່ງອອກມາ. ທ່ານກ່າວວ່າ:

“ສິ່ງທີ່ພວກເຮົາເຫັນກໍຄື ມີກິດຈະກໍາຫລາຍຢ່າງຢູ່ສະຖານ
ທີ່ດັ່ງກ່າວ ແລະ ມັນກໍເປັນການງ່າຍ ສໍາລັບພວກເຮົາທີ່
ຈະຮູ້ວ່າ ມີການດໍາເນີນ ການເຊັ່ນນັ້ນ ທັງນີ້ກໍຍ້ອນມັນມີ
ຫິມະຢູ່ທີ່ນັ້ນ ແລະພວກ ເຮົາຈະເຫັນວ່າ ເສັ້ນທາງໃດ ທີ່ຖືກນໍາໃຊ້ຈະບໍ່ຖືກປົກ ຫຸ້ມດ້ວຍຫິມະ ຫຼືທາງຍ່າງ ຢູ່ໃນເຂດໃກ້ກັບອຸໂມງ ທົດລອງນີວເຄລຍນັ້ນ.”


ທ່ານ Wit ເວົ້າວ່າ ພາບຈາກດາວທຽມ ທີ່ຖ່າຍໃນວັນທີ 4 ມັງກອນ ຍັງໄດ້ສະແດງໃຫ້ ເຫັນວ່າ ມີຊາວເກົາຫລີເໜືອຫລາຍຄົນ ໄດ້ພາກັນ ລຽນແຖວຢູ່ໃກ້ທາງເຂົ້າອຸໂມງທົດ ລອງທີ່ທ່ານເວົ້າວ່າ ອາດມີຄົນຍາມ ທີ່ຕິດອາວຸດຢືນຢູ່ທີ່ນັ້ນ. ພ້ອມກັນນີ້ ຍັງມີລົດເມ ແລະພາຫານະອື່ນໆ ອີກຫລາຍຄັນ ຢູ່ໃນເຂດດັ່ງກ່າວ ຊຶ່ງທ່ານໃຫ້ຄໍາເຫັນວ່າ ມັນເປັນ ສະພາບທີ່ຜິດປົກກະຕິ ສຳລັບໃນລະດູໜາວ.

ເກົາຫລີເໜືອ ໄດ້ຂົ່ມຂູ່ທີ່ຈະທຳການທົດລອງອາວຸດນີວເຄລຍຄັ້ງທີ 3 ແລະຍິງຈະຫລວດ ຕື່ມອີກຫລາຍຄັ້ງ ເພື່ອເປັນການຕອບໂຕ້ຄືນລຸນຫຼັງ ທີ່ສະຫະປະຊາຊາດ ໄດ້ຮັບຜ່ານມະ ຕິສະບັບໃໝ່ ຢ່າງເປັນເອກະສັນກັນ ທີ່ຈະເພີ້ມທະວີການລົງໂທດຕໍ່ລັດຖະບານພຽງຢາງ ທີ່ຍັງສືບຕໍ່ດໍາເນີນການດ້ານອາວຸດນີວເຄລຍນັ້ນ.

ທ່ານ Wit ຍັງເວົ້າອີກວ່າ ນະໂຍບາຍສະຫະລັດຕໍ່ເກົາຫລີເໜືອໃນໄລ ຍະ 4 ປີຜ່ານມານີ້ ບໍ່ມີຜົນຫຍັງ ແລະກໍເວົ້າວ່າ ສະຫະລັດຕ້ອງໄດ້ປະເມີນຜົນຄືນອີກ. ທ່ານໃຫ້ຄໍາເຫັນວ່າ ການດໍາເນີນຄວາມພະຍາຍາມທາງການທູດອາດຈະຊ່ວຍໄດ້.
XS
SM
MD
LG