ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Kerry ຍົກເອົາ ການທົດ​ລອງ​ນິວ​ເຄລຍ ຂອງ​ເກົາຫຼີ​ເໜືອ ຂຶ້ນ​ມາໂອ້ລົມ ​ໃນ​ຂະນະ​ທີ່ ຢ້ຽມຢາມ​ເອ​ເຊຍ


Kerry to Raise Issue of N. Korea Nuclear Test, S. China Sea Dispute While in China
please wait

No media source currently available

0:00 0:01:38 0:00

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ຈະຮຽກ
ຮ້ອງ ໃຫ້ຈີນກົດດັນເກົາຫຼີເໜືອຫຼາຍຂຶ້ນເພື່ອໃຫ້ຍຸດຕິການທົດ
ລອງນິວເຄລຍ ອັນເປັນບັນຫາ​ໂຕ້ແຍ້ງໃນເວລາທ່ານພົບປະກັບ
ບັນດາເຈົ້າໜ້າທີ່ຈີນໃນ ການເຈລະຈາ ໃນວັນພຸດມີ້ອື່ນນີ້.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໂບກ​ມື​ໃຫ້​ພວກ​ນັກ​ທ່ອງ​ທ່ຽວ ທີ່​ນະຄອນ ພະນົມ​ເປັນ ກຳປູ​ເຈຍ, 25 ມັງກອນ, 2016.
ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໂບກ​ມື​ໃຫ້​ພວກ​ນັກ​ທ່ອງ​ທ່ຽວ ທີ່​ນະຄອນ ພະນົມ​ເປັນ ກຳປູ​ເຈຍ, 25 ມັງກອນ, 2016.

ເມື່ອຕົ້ນເດືອນນີ້ ພຽງຢາງ ໄດ້ທຳການ ​ໃນອັນທີ່ຕົນໄດ້ກ່າວວ່າ ການທົດລອງລະເບີດໄຮໂດຣເຈັ້ນ ທີ່ປະສົບຜົນສຳເລັດ ຊຶ່ງເປັນການເຄື່ອນໄຫວ ທີ່ໄດ້​ເຮັດ
ໃຫ້ນາໆຊາດອອກມາປະນາມ.

ຈີນແມ່ນເປັນເສັ້ນຊີວິດທາງດ້ານເສດຖະກິດຂອງເກົາຫຼີເໜືອ. ຈຸດ​ເພັ່ງ ​ເລັງ​ຂອງທ່ານແຄຣີ ກໍ​ຈະ​ແມ່ນ​ຮຽກຮ້ອງໃຫ້ປັກກິ່ງ ໃຊ້ອິດທິພົນຂອງຕົນ ພະຍາຍາມເກ້ຍກ່ອມ ໃຫ້ພຽງຢາງຍຸດ ຕິການທົດລອງເຊັ່ນ​ນັ້ນເສຍ ຊຶ່ງບັນດາປະເທດມະຫາອຳນາດຂອງໂລກຖືວ່າເປັນການທ້າ​ທາຍເກາະຜິດ.

US, China Compete for Influence with Cambodia
please wait

No media source currently available

0:00 0:02:47 0:00

​ນອກ​ນັ້ນ ຈີນຍັງເປັນສະມາຊິກຖາວອນຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາ
ຊາດນຳດ້ວຍ ຊຶ່ງການສະໜັບສະໜູນຂອງຈີນ ແມ່ນມີຄວາມສຳຄັນທີ່ສຸດ ໃນການຮັບຜ່ານ
ມາດຕະການລົງໂທດໃດໆກໍ​ຕາມ ຂອງອົງການສະຫະປະຊາຊາດ ຕໍ່ເກົາຫຼີເໜືອ.

ເຖິງຢ່າງໃດກໍຕາມ ບັນດານັກວີເຄາະກ່າວວ່າ ຈີນໃນບາງຄັ້ງບາງຄາວ ປາກົດວ່າ ຍັງ​ມີ ຄວາມລັ່ງເລໃຈ ກ່ຽວກັບການລົງໂທດ​ເພີ້ມຕື່ມ ຕໍ່​ເກົາຫລີ​ເໜືອ​ທີ່​ເປັນປະເທດເພື່ອນບ້ານ
ຂອງຕົນ ຍ້ອນວ່າ ມີຫຼາຍຝ່າຍແຂ່ງ ຂັນກັນ ເພື່ອຊອກ​ຫາ​ຜົນປະໂຫຍດ.

US Cambodia Kerry
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG