ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງກຳລັງ ສະຫະລັດ ແລະ ເກົາຫຼີໃຕ້ ກຽມພ້ອມ ຮັບມື ຫຼັງຈາກ ເກົາຫຼີເໜືອ ທົດລອງ ນິວເຄລຍ


ທະຫານ ເກົາຫຼີໃຕ້ ນັ່ງພັກຜ່ອນຢູ່ເທິງລົດຖັງ ທີ່ສະໜາມຊ້ອມຮົບ ໃກ້ກັບເຂດປອດທະຫານ ທີ່ແບ່ງແຍກ ທັງສອງປະເທດ ເກົາຫຼີ ອອກຈາກກັນ ໃນເມືອງ Paju, ເກົາຫຼີໃຕ້, 7 ມັງກອນ, 2016.
ທະຫານ ເກົາຫຼີໃຕ້ ນັ່ງພັກຜ່ອນຢູ່ເທິງລົດຖັງ ທີ່ສະໜາມຊ້ອມຮົບ ໃກ້ກັບເຂດປອດທະຫານ ທີ່ແບ່ງແຍກ ທັງສອງປະເທດ ເກົາຫຼີ ອອກຈາກກັນ ໃນເມືອງ Paju, ເກົາຫຼີໃຕ້, 7 ມັງກອນ, 2016.

ກອງກຳລັງທະຫານ ສະຫະລັດ ແລະ ເກົາຫຼີໃຕ້ ໃນແຫຼມເກົາຫຼີ ໄດ້
ຮັບ​ຄຳ​ເຕືອນ ​ໃຫ້​ຢູ່​ໃນ​ທ່າ​ກຽມພ້ອມລະດັບສູງ ຫຼັງຈາກເກົາຫຼີເໜືອ
ໄດ້ທົດລອງລະເບີດນິວເຄລຍຄັ້ງທີ 4 ໃນວັນພຸດວານນີ້.

ມີ​ລາຍ​ງານ​ວ່າ ກອງທັບອາກາດ ສະຫະລັດ ໄດ້ສົ່ງເຮືອບິນເກັບກຳ
ຂໍ້ມູນທາງ ອາກາດຈາກຖານທັບອາກາດ Kadena ໃນເກາະ ໂອກິ
ນາວະເພື່ອໄປເກັບເອົາສິ່ງຕົກຄ້າງຂອງລະອອງກຳມັນຕະພາບລັງ
ສີຈາກການລະເບີດຂອງເກົາຫຼີເໜືອເພື່ອລະບຸວ່າມັນແມ່ນຜົນຂອງ
ລະເບີດ Hydrogen ຕາມທີ່ ເກົາຫຼີເໜືອ ໄດ້ກ່າວອ້າງ ຫຼືບໍ່.

ວໍຊິງຕັນ ແລະ ໂຊລ ຍັງ​ມີ​ຄວາມສົງໄສ ທີ່​ວ່າ ພຽງຢາງ ໄດ້ມີຄວາມກ້າວໜ້າໃນໂຄງການ
ພັດ ທະນາອາວຸດນິວເຄລຍ ຂອງພວກເຂົາເຈົ້າ ເພື່ອຜະລິດລະເບີດ Hydrogen ເຊິ່ງມີ
ພະລັງ ຮ້າຍແຮງກວ່າລະເບີດປະລະມານູ ທີ່ພວກເຂົາເຈົ້າໄດ້ ທົດລອງມາ​ແລ້ວ 3 ​ເທື່ອ
ນັ້ນ.

ນັກຂ່າວກຸ່ມໜຶ່ງຍ່າງຢູ່ເທິງຖະໜົນ ຕໍ່ໜ້າກັບຈະຫຼວດ Unha-3 ທີ່ສະຖານີດາວທຽມ Sohae ໃນເມືອງ Tongchang-ri, ເກົາຫຼີເໜືອ. 8 ເມສາ 2012.
ນັກຂ່າວກຸ່ມໜຶ່ງຍ່າງຢູ່ເທິງຖະໜົນ ຕໍ່ໜ້າກັບຈະຫຼວດ Unha-3 ທີ່ສະຖານີດາວທຽມ Sohae ໃນເມືອງ Tongchang-ri, ເກົາຫຼີເໜືອ. 8 ເມສາ 2012.

ລັດຖະມົນຕີປ້ອງກັນປະເທດເກົາຫຼີໃຕ້ ທ່ານ Han Min-koo ແລະລັດຖະມົນຕີປ້ອງກັນ
ປະ ເທດ ສະຫະລັດ ທ່ານ Ashton Carter ໃນວັນພະຫັດມື້ນີ້ ໄດ້ປຶກສາຫາລືກັນ ກ່ຽວ
ກັບມາດ ຕະການຕອບໂຕ້ ທີ່ກຳລັງພິຈາລະນາຢູ່ຂອງພັນທະມິດ ທະຫານ ເກົາຫຼີ ແລະ
ສະຫະລັດ, ໃນ ການເພີ່ມເຕີມຕໍ່ການສືບຕໍ່ຊ້ອມຮົບຮ່ວມ ກັນ.

ທ່ານ Han Min-koo ໄດ້ກ່າວວ່າ “ລັດຖະມົນຕີທັງສອງ ໄດ້ຕົກລົງກັນວ່າ ເກົາຫຼີເໜືອ ຕ້ອງ ໄດ້ຊົດໃຊ້ສຳລັບການຍຸ​ແຍ່ທ້າ​ທາຍ​ເກາະ​ຜິດຂອງພວກເຂົາ ເຈົ້າ.”

Koreas US Military
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG