ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເກົາຫລີເໜືອ ບໍ່ສົນໃຈ ກ່ຽວກັບ ຂໍ້ຕົກລົງນິວເຄລຍ ກັບ ອີຣ່ານ


ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ເບິ່ງທະຫານເຮືອ ຊ້ອມລົບຍິງ ໃນຍາມກາງຄືນ.
ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ເບິ່ງທະຫານເຮືອ ຊ້ອມລົບຍິງ ໃນຍາມກາງຄືນ.

ເກົາຫລີ​ເໜືອ ກ່າວ​ວ່າ ຕົນ​ບໍ່​ມີ​ຄວາມ​ສົນ​ໃຈ​ໃນ​ການເຈລະ​ຈາ
ທີ່​ຄ້າຍຄື​ກັບການ ເຈລະຈາ ​ລະຫວ່າງອີຣ່ານ ກັບມະຫາອຳ
ນາດໂລກ ອີຣ່ານ ທີ່​ອາດຈະ​ເປັນ​ຜົນ​ເຮັດ​ໃຫ້​ພຽງ​ຢາງ ຍອມ
ສະຫລະສິດ ກ່ຽວກັບຄວາມສາມາດທາງດ້າ​ນິວເຄລຍ ຂອງ​
ຕົນນັ້ນ.

ຖະ​ແລງ​ການຂອງກະຊວງ​ຕ່າງປະ​ເທດ ​ໃນ​ວັນ​ອັງ​ຄານ​ມື້​ນີ້
ກ່າວ​ວ່າ ມັນ “​ໄຮ້ ​ເຫດຜົນ” ທີ່​ຈະປຽບທຽບ ຂໍ້​ຕົກລົງ​ນິວ​ເຄລຍ
ຂອງອີຣ່ານ ກັບ​ສະຖານະ​ການ​ໃນ ​ເກົາຫລີ​ເໜືອ ​ເພາະວ່າພຽງ​
ຢາງ “​ມັກ​ຖືກຮາວີໂດຍການປະຕິບັດງານແບບທ້າ ທາຍເປັນ
ປໍລະປັກຈາກກອງທັບ​ສະຫະລັດ ຮວມທັງ​ການ​ຊ້ອມ​ລົບ​ຮ່ວມ
ຂະໜາດ ໃຫຍ່ ​ແລະ​ການ​ຂົ່ມຂູ່ທາງດ້ານ​ນິວ​ເຄລຍທີ່​ຮ້າຍ​ແຮງ.”

ອີຣ່ານ ​ແລະ​ຫົກ​ປະ​ເທດ​ມະ​ຫາ​ອຳນາດ​ຂອງ​ໂລກ ​ໄດ້ບັນລຸຂໍ້​ຕົກລົງ ໃນອາທິດ​ແລ້ວ​ນີ້ ທີ່​
ຈະ​ຈຳກັດຄວາມສາມາດທາງດ້ານ​ນິວ​ເຄລຍຂອງອີຣ່ານ​ເພື່ອເປັນ​ການ​ແລກປ່ຽນ​ກັບການ
ຜ່ອນຜັນ​ລົງ​ໂທດ. ຫລັງຈາກໄດ້ມີການ​ຕົກລົງກັນແລ້ວ ຮອງ​ລັດຖະມົນຕີ​ກະຊວງ​ຕ່າງປະ​ເທດສະຫະລັດ ທ່າ​ນນາງ Wendy Sherman ​ໄດ້​ຮຽກຮ້ອງ​ໃຫ້​ເກົາຫລີ​ເໜືອ ຖອດຖອນ
ບົດຮຽນ​ຈາກ​ຂໍ້​ຕົກລົງນີ້.

ທ່ານ​ນາງ ກ່າວ​ວ່າ “ສິ່ງ​ນຶ່ງ​ທີ່ ຂ້າພະ​ເຈົ້າ ຈະ​ກ່າວ ​ແລະ ຂ້າພະ​ເຈົ້າ ຈະ​ກ່າວ​ຕໍ່ ​ເກົາຫລີ​
ເໜືອວ່າ ຂໍ້ຕົກລົງ​ດັ່ງກ່າວ​ສ​ະ​ແດງ​ໃຫ້​ເຫັນ​ວ່າ ປະເທດໃດນຶ່ງ​ສາມາດ​ອອກ​ມາ​ຈາກ​ຄວາມ
​ໂດດດ່ຽວໄດ້ ປະເທດໃດນຶ່ງສາມາດ​ຫລຸດພົ້ນຈາກ​ການ​ລົງ​ໂທດໄດ້ ປະເທດໃດນຶ່ງ​ສາ
ມາດ​ກາຍ​ມາ​ເປັນ​ພາກສ່ວນ​ຂອງປະຊາຄົມ​ໂລກ ຫລື ມີ​ໂອກາດ​ທີ່​ຈະ​ກາຍ​ມາ​ເປັນ​ພາກ
​ສ່ວນ​ຂອງ​ປະ​ຊາ​ຄົມ​ໂລກ ​ແລະຍຸດຕິການ​ຢູ່​ຢ່າງໂດດດ່ຽວໄດ້ ​ແລະ​ເຮັດໄປດ້ວຍ​ສັນຕິ
ວິທີ.” ທ່ານນາງກ່າວວ່າ ມັນ​ອາດ​ເຮັດ​ໃຫ້ເກົາຫລີ​ເໜືອ ຄຶດທົບທວນຄືນ​ກ່ຽວ​ກັບທິດ​ທາງ
ທີ່ເປັນ​ອັນຕະລາຍ​ທີ່​ສຸດ ທີ່​ຕົນ​ກຳລັງ​ດຳເນີນຢູ່​ໃນ​ປັດຈຸບັນ.

​ໃນ​ວັນ​ອັງຄານ​ມື້​ນີ ​ເກົາຫລີ​ເໜືອ ກ່າວ​ວ່າ ຕົນ​ບໍ່ມີຄວາມ​ສົນ​ໃຈ​ໃນການໂອ້​ລົມໃດໆ ​ເພື່ອ
​ຫາລືກ່ຽວກັບການຍຸດຕິ ຫລື​ທັບມ້າງໂຄ​ງການ​ນິວ​ເຄລຍຂອງ​ຕົນ ​ແລະ​ໄດ້​ຢືນຢັດ​ວ່າ ຕົນ
“​ເປັນ​ປະ​ເທດ​ທີ່ມີອາວຸດ​ນິວ​ເຄລຍ.”

XS
SM
MD
LG