ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສປຊ ປະນາມ ​​ການ​ທົດ​ລອງ​ ລູກ​ສອນ​ໄຟ​ ຂີ​ປະ​ນາ​ວຸດ ຂອງ​​ເກົາຫຼີເໜືອ


North Korea’s Latest Launch and Reactions
please wait

No media source currently available

0:00 0:01:01 0:00

ການ​ທົດ​ລອງອາວຸດ​ນີວ​ເຄລຍ ​ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຄັ້ງຫລ້າສຸດ ຂອງ​​ກົາຫຼີເໜືອ ແລະປະຕິກິລິຍາຕອບໂຕ້ ຂອງປະຊາຄົມສາກົນ ຕໍ່ການກະທໍາດັ່ງກ່າວ

ສະພາ​ຄວາມໝັ້ນຄົງ​ຂອງສະຫະ​ປະຊາ​ຊາດ ​ໃນ​ອາທິດ​ນີ້ ໄດ້​ກ່າວ​ປະນາມ​ເກົາຫຼີເໜືອ
ທີ່​ທໍາ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ໃນໝໍ່ໆມານີ້.

​ຢູ່ໃນ​ຖະ​ແຫລ​ງການ ​ທີ່​ນຳ​ອອກເຜີຍ​ແຜ່​ ​ໃນ​ວັນ​ພະຫັດວານ​ນີ້ ສະພາ​ດັ່ງກ່າວເວົ້າວ່າ
​ຕົນມີ​ຄວາມ​ເປັນ​ຫ່ວງ​ຕໍ່ “ການ​ປະພຶດ​ທີ່​ເປັນ​ການ​ທຳລາຍ​ສະຖຽນ​ລະພາບ ​ແລະ​ການ
​ທ້າ​ທາຍ​ຕໍ່ສະພາ​ຄວາມໝັ້ນຄົງແບບ​ບໍ່​ເກງ​ກົວ​ໃຜ ​ແລະ​ເປັນ​ການ​ເກາະຜິດຢ່າງ​ແຮງ” ຂອງລັດຖະບານພຽງຢາງ.

​ໃນ​ຕອນ​ເຊົ້າຂອງວັນ​ພະຫັດວານ​ນີ້, ສະຫະພາບຢູໂຣບຫຼື EU​ ​ກໍໄດ້​ວາງ​ມາດ​ຕະການ
​ລົງ​ໂທດ​ຄັ້ງໃໝ່ຕໍ່ເກົາຫຼີເໜືອ ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່ປະ​ເທດ​ດັ່ງກ່າວທີ່​ໄດ້​ທໍາ​ການ​ທົດ​ລອງອາວຸດ​ນີວ​ເຄລຍ ​ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຊໍ້າ​ແລ້ວ ຊໍ້າ​ອີກ, ​ລວມທັງ​ໄດ້​ຍິງ
ລູກ​ສອນ​ໄຟ​ລົງ​ໃສ່ທະ​ເລຍີ່ປຸ່ນ​ໃນ​ວັນ​ພຸດທີ່​ຜ່ານ​ມານີ້.

ມາດຕະການ​ລົງ​ໂທດ​ຄັ້ງໃໝ່ນີ້ລວມມີການຫ້າມບໍ່​ໃຫ້ລົງທຶນ​ໃນ​ດ້ານອາ​ວະ​ກາດ, ອຸດ
ສາຫະກໍາ​ກ່ຽວຂ້ອງ​ກັບຜະລິດ​ວັດຖຸ​ໂລຫະ ​ແລະ​ອາວຸດທໍາ​ມະ​ດາ ພ້ອມ​ທັງ​ການການເກືອດຫ້າມບໍ່​ໃຫ້​ສະໜອງການ​ບໍລິການ​ດ້ານຄອມ​ພີ​ວ​ເຕີ ​ແກ່​ຜູ້​ທີ່ເຮັດ​ວຽກກ່ຽວຂ້ອງກັບ​ອຸດສາຫະກໍາ​ຂຸດ​ຄົ້ນບໍ່​ແຮ່ ​ແລະ​ເຄມີ.

​ຖະ​ແຫລ​ງການ​ຂອງ EU​ ເວົ້າວ່າ ມາດຕະການ​ລົງ​ໂທດ​ຊຸດໃໝ່ນີ້ຖືກວາງ​ອອກ​ມາກໍ
​ຍ້ອນ​ວ່າເກົາຫຼີເໜືອ ​ໄດ້​ລະ​ເມີດ​ຕໍ່ມະຕິຂອງ​ສະຫະ​ປະຊາ​ຊາດ​ຕັ້ງຫລາຍ​ຄັ້ງ ​ແລະເປັນ
​ “​ໄພ​ຂົ່ມຂູ່ຢ່າງ​ແຮງ​ຕໍ່ສັນຕິພາບ​ແລະ​ຄວາມໝັ້ນຄົງ​ຂອງສາກົນ​.”

ສະຫະພາບຢູໂຣບ​ໄດ້​ຮຽກຮ້ອງ​ໃຫ້ເກົາຫຼີເໜືອ” ຢຸດ​ເຊົາການ​ເກ​າະຜິດ ​ແລະໃຫ້ເອົາ
ອາວຸດ​ນີວ​ເຄລຍທັງໝົດຖິ້ມ ພ້ອມ​ທັງ​ຍົກ​ເລີກ​ໂຄງການ​ຜະລິດອາວຸດ​ນີວ​ເຄລຍທີ່​ມີ​
ຢູ່​ໃນ​ປັດຈຸ​ບັນ” ​ແລະ​ໃຫ້​ຫັນມາທໍາ​ການ​ພົບ​ປະເຈລະຈາ​ກັບ​ປະຊາ​ຄົມ​ສາກົນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG