ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຍິງລູກສອນໄຟ ຂອງເກົາຫຼີເໜືອ ແມ່ນເປັນການທ້າທາຍ ແບບເກົ່າ ທີ່ເຄີຍເຮັດມາແລ້ວ


ຜູ້ຊາຍຄົນນຶ່ງ ເບິ່ງຂ່າວໂທລະພາບ​ ກ່ຽວກັບ ການຍິງລູກສອນໄຟ ຂອງເກົາຫຼີເໜືອ ທີ່ສະຖານີລົດໄຟແຫ່ງນຶ່ງ ຢູ່ເກົາຫຼີ່ໃຕ້. (18​ ມີນາ 2016)
ຜູ້ຊາຍຄົນນຶ່ງ ເບິ່ງຂ່າວໂທລະພາບ​ ກ່ຽວກັບ ການຍິງລູກສອນໄຟ ຂອງເກົາຫຼີເໜືອ ທີ່ສະຖານີລົດໄຟແຫ່ງນຶ່ງ ຢູ່ເກົາຫຼີ່ໃຕ້. (18​ ມີນາ 2016)

ເກົາຫລີ​ເໜືອ ​ແມ່ນ​ກຳ​ລັງປະຕິບັດ​ຕາມ ​ເສັ້ນທາງ​ ທີ່​ເຄີຍ​ປະສົບ
​ພົບ​ເຫັນ​ມາ​ແລ້ວ​ໃນ​ການທ້າ​ທາຍ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ
​ລົງ​ໂທດ​ຢ່າງ​ໜັກ​ຄັ້ງ​ໃໝ່​ຂອງ​ນາໆ​ຊາດ ທີ່​ມີ​ຕໍ່​ພຽງ​ຢາງ ຍ້ອນ​ໄດ້​
ທົ​ດລອງ​ນິວ​ເຄລຍຄັ້ງທີ​ສີ່​ແລະ​ຍິງ​ລູກ​ສອນ​ໄຟ​ອີກ​ເທື່ອ​ນຶ່ງ.

ພຽງ​ຢາງ​ໄດ້​ທຳ​ການ​ທ້າ​ທາຍ​ເທື່ອ​ຫຼ້າ​ສຸດ​ໃນ​ເຊົ້າວັນ​ສຸກ​ມື້ນີ້ໂດຍ
​ຍິງ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ ​ທີ່​ມີ​ລັດສະໝີ ​ໄລຍະ​ປານ​ປາງ​ ຈາກ
​ແຄມ​ຝັ່ງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ຕົນ ​ໄປ​ຕົກ​ໃສ່​ທະ​ເລ​ໃນ​ໄລຍະ​ປະ
ມານ 800 ຫຼັກ​ກິ​ໂລ​ແມັດ.​ ນຶ່ງ​ໃນ​ຈຳນວນ​ລູກ​ສອນ​ໄຟ ​Rodong
2 ລູກຊຶ່ງ​ອາດ​ມີ​ລັດສະໝີ​ຍິງ​ໄ​ກໄປ​ເຖິງ​ຍີ່ປຸ່ນ​ນັ້ນປາກົດ​ວ່າ​ໄດ້​ລະ
​ເບີດ​ຢູ່​ກາງ​ອາກາດ.

​ເກົາຫລີ​ເໜືອ​ບໍ່​ໄດ້​ປະກາດ​ໃຫ້​ຊາບ ກ່ຽວ​ກັບ​ເຂດ​ທີ່​ຫ້າມ​ ສຳລັບ​ການ​ເດີນ​ເຮືອ​ກ່ອນ​ທີ່​ຕົນ​
ຈະ​ຍິງ​ລູກ​ສອນ​ໄຟ​ດັ່ງກ່າວ​ ​ເຖິງ​ແມ່ນ​ວ່າ ​ມັນ​ເປັນ​ຂໍ້​ບັງຄັບ​ພາຍ​ໃຕ້​ສົນທິສັນຍາຂອງ​ນາໆ
ຊາດ ​ເພື່ອ​ເຕືອນ​ເຮືອ​ແລະ​ກຳ​ປັ່ນຕ່າງໆ​ບໍ່​ໃຫ້​ແລ່ນ​ເຂົ້າ​ໄປ​ໃນ​ເຂດ​ທີ່​ເປັນ​ອັນຕະລາຍ​ນັ້ນ.

ບໍ່​ໄດ້​ມີ​ການ​ຊັ່ງຊາໃດໆ​ວ່າ ລູກ​ສອນ​ໄຟ​ທັງ​ສອງ​ ເປັນ​ອັນຕະລາຍ ​ຕໍ່​ສະຫະລັດ​ຫຼືປະ​ເທດ​
ພັນທະ​ມິດ​ ອີງ​ຕາມ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ.

ການ​ຍິງ​ລູກ​ສອນ​ໄຟ​ທັງ​ສອງຊຶ່ງ​ເປັນ​ການລະ​ເມີດ​ຕໍ່​ມະຕິ​ຫຼາຍໆ​ສະບັບ​ຂອງ​ສະພາ​ຄວາມ
​ໝັ້ນຄົງ​ອົງການ​ສະຫະປະຊາ​ຊາດ​ ທີ່​ໄດ້​ເກືອດ​ຫ້າມ ​ບໍ່​ໃຫ້​ເກົາຫລີເໜືອ ພັດທະນາ​ອາວຸດ​
ນິວ​ເຄລຍແລະ​ຄວາມ​ສາມາດ​ທາງ​ດ້ານ​ລູກ​ສອນ​ໄຟ​ຂີ​ປະນາວຸດນັ້ນ ມີ​ຂຶ້ນນຶ່ງ​ມື້ຫລັງ​ຈາກ
​ສະຫະລັດ​ປະກາດ​ການ​ລົງ​ໂທດ​ເພີ້ມຕື່ມ ​ຕໍ່​ອຳນາດ​ການ​ປົກຄອງ​ກິມຈົງ​ອຸນ.

North Korea Fires 2 Ballistic Missiles
please wait

No media source currently available

0:00 0:00:28 0:00

XS
SM
MD
LG