ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ໄວ້ອາໄລ ວັນຄົບຮອບ 3 ປີ ໃນການເຖິງແກ່ ອະສັນຍະກຳ ຂອງທ່ານ Kim Jong Il


ເກົາຫລີເໜືອ ກົ້ມຄຳນັບ ຮູບປັ້ນຂອງມື້ລາງ ຜູ້ນຳເກົາຫລີເໜືອ ທ່ານ Kim Jong Il ແລະຜູ້ກໍ່ຕັ້ງເກົາຫຼີເໜືອ ທ່ານ Kim Il Sung (ຊ້າຍ).
ເກົາຫລີເໜືອ ກົ້ມຄຳນັບ ຮູບປັ້ນຂອງມື້ລາງ ຜູ້ນຳເກົາຫລີເໜືອ ທ່ານ Kim Jong Il ແລະຜູ້ກໍ່ຕັ້ງເກົາຫຼີເໜືອ ທ່ານ Kim Il Sung (ຊ້າຍ).

ຜູ້ນຳ​ຄອມ​ມິ​ວນິສ ເກົາຫລີ​ເໜືອ ກໍາ​ ລັງສະຫລອງ​ຂີດ​ໝາຍວັນ
​ຄົບຮອບ​ສາມ​ປີ​ໃນການເຖິງແກ່ອະສັນຍະກຳ ຂອງມື້ລາງຈອມ
​ຜະ​ເດັດ​ການ Kim Jong Il.

​ໂທລະພາບລັດຖະບານໃນ​ວັນ​ພຸດ​ມື້​ນີ້​ໄດ້ສະ​ແດງ​ໃຫ້​ເຫັນຊາວ
ເກົາຫລີ​ເໜືອ ພາກັນ​ກົ້ມ​ຄຳນັບ ​ແລະ​ວາງ​ດອກ​ໄມ້​ ຢູ່​ທີ່​ຮູບປັ້ນ
​ອ​ະດີດ​ຜູ້ນຳ​ແລະ​ບິດາ​ຂອງທ່ານ ຄືທ່ານ Kim II Sung.

ຜູ້​ໄວ້ອາ​ໄລ​ຄົນ​ນຶ່ງຊຶ່ງເປັນຊາວ​ນະຄອນ​ພຽງ​ຢາງ ນາງ Jang Un
Byol ​ກ່າວ ​ຕໍ່​ໂທລະພາບ​ເກົາຫລີ​ເໜືອວ່າ​ເປັນ​ຫຍັງ ນາງ​ຈຶ່ງໄປ​
ຢ້ຽມຢາມ​ສະຖານທີ່ດັ່ງກ່າວ​ ຢູ່​ທີ່ Mansu Hill​ໃນ​ນະຄອນ​ຫລວງ
ຊຶ່ງນາງ​ກ່າວ​ວ່າ :

“ມັນ​ເປັນ​ເວລາ​ສາມ​ປີ​ມາ​ແລ້ວ ນັບ​ຕັ້ງ​ແຕ່ພວກ​ເຮົາ​ໄດ້​ສູນ​ເສຍ ​ຢ່າງກະທັນຫັນ ນາຍ​ພົນ
ຂອງພວກ​ເຮົາ ​ແລະໄດ້​ເສຍ​ນຳ້ຕາ. ​ເຖິງ​ຢ່າງ​ໃດ​ກໍ​ດີ​ ​ເຖິງ​ແມ່ນ​ເວລາ​ໄດ້​ຜ່ານ​ພົ້ນ​ໄປ ​ແລະ​
ພູຜາ ​ແມ່​ນຳ້ໄດ້​ປ່ຽນ​ແປງໄປ ແຕ່ຫົວ​ໃຈ​ຂອງ​ພວກ​ເຮົາ​ຍັງ​ສືບຕໍ່​ເຜົາ​ໃໝ້ແບບບໍ່ຢຸດຢ່ອນ​ຄິດເຖິງທ່ານ ​ແລະຜົນສຳເລັດຕ່າງໆ​ຂອງ​ທ່ານ ທີ່​ຈະ​ມີຄວາມສຳຄັນຂື້ນ​ກວ່າ​ເກົ່າ​ ​ໃນ​
ອະນາ​ຄົດ.”

ສຽງ​ແກ ຈາກ​ລົດ ກໍ​າປັ່ນ ​ແລະ​ລົດ​ໄຟ ​ໄດ້​ດັງ​ກ້ອງ​ຂື້ນ​ຢູ່ທົ່ວປະ​ເທດ​ໃນ​ຕອນ ທ່ຽງ​ວັນ​ພຸດ
​ມື້​ນີ້ ​ເພື່ອ​ເປັນ​ຂີດ​ໝາຍວັນ​ຄົບ​ຮອບ​ຂອງການເຖິງແກ່ອະສັນຍະກຳ.

ບັນດາ​ຜູ້​ນຳ​ສູ​ງສຸດ​ ​ເກົາຫລີ​ເໜືອ ​ໄດ້​ເຂົ້າ​ຮ່ວມພິທີ​ໃນ​ເວລາ​ຕໍ່​ມາ​ທີ່ພະລາດ​ຊະ​ວັງ
Kumsusan ບ່ອນ​ທີ່​ສົບ​ຂອງ​ມື້​ລາງທັງສອງ​ທ່ານ Kim ​ໄດ້ເກັບ​ຮັກສາ​ໄວ້ ຢູ່​ທີ່​ນັ້ນ.

ພຽງ​ຢາງໄດ້​ປະຕິບັດ​ງານ​ຢ່າງ​ໜັກ​ໜ່ວງເພື່ອສ້າງຮີດຄອງ​ປະ​ເພນີບູຊາບຸກຄົນ ອ້ອມ
​ຂ້າງຄອບຄົວ Kim ຊຶ່ງປັດຈຸບັນໄດ້​ປົກຄອງ​ເກົາຫລີ​ເໜືອ​ ມາ​ໄດ້​ສາມ​ຊົ່ວ​ຄົນ​ແລ້ວ.

ທ່ານ Kim Jong Il ​ໄດ້​ເຖິງແກ່ອະສັນຍະກຳ​ຢ່າງ​ກະທັນຫັນ​ໃນ​ເດືອນທັນ​ວາ ປີ 2011.
ທ່ານ​ໄດ້​ໂອນ​ອຳນາດ​ໃຫ້​ແກ່ລູກ​ຊາຍ​ຂອງ​ຄືທ່ານ Kim Jong Un ຜູ້​ທີ່​ໄດ້​ກຳເອົາ​ນາດ
ໃນການ​ປົກຄອງ​ຢ່າງ​ວ່ອງ​ໄວນັ້ນ.

​ວັນ​ພຸດ​ມື້​ນີ້ ​ເປັນ​ຂີດ​ໝາຍ​ການ​ສີ້​ນສຸດ ການໄວ້ອາ​ໄລ​ເປັນເວລາສາມ​ປີຕາມປະເພນີ ​ໃຫ້
​ແກ່ມື້​ລາງ ທ່ານ Kim.

ລູກ​ຊາຍຜູ້ໜຸ່ມ​ນ້ອຍທ່ານ Kim ສ່ວນໃຫຍ່ແລ້ວແມ່ນ​ໄດ້​ດຳເນີນນະ​ໂຍບາຍ​ດຽວ​ກັນ ກັບ​
ພໍ່​ຂອງ​ລາວ ຮວມທັງ​ການ​ດູ​ແລ​ເພື່ອສ້າງ​ຄວາມ​ກ້າວໜ້າ​ໃຫ້ແກ່ກອງທັບ ຂະໜາດໃຫຍ່
​ຂອງ​ປະ​ເທດ.

NOKOR KIM ANNIVERSARY VOSOT
please wait

No media source currently available

0:00 0:01:19 0:00

XS
SM
MD
LG