ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີເໜືອ ຍິງທົດລອງ ລູກສອນໄຟ ອີກ 2 ລູກ ໃນການທ້າທາຍ ຕໍ່ ສປຊ


ປະຊາຊົນເກົາຫຼີໃຕ້ພາກັນເບິ່ງ ການທົດລອງຍິງລູກສອນໄຟ ຂອງເກົາຫຼີເໜືອ ທີ່ຖ່າຍທອດຂ່າວ ອອກຜ່ານທາງ ໂທລະພາບ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ,ວັນທີ 29 ມິຖຸນາ 2014.
ປະຊາຊົນເກົາຫຼີໃຕ້ພາກັນເບິ່ງ ການທົດລອງຍິງລູກສອນໄຟ ຂອງເກົາຫຼີເໜືອ ທີ່ຖ່າຍທອດຂ່າວ ອອກຜ່ານທາງ ໂທລະພາບ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ,ວັນທີ 29 ມິຖຸນາ 2014.

ເຈົ້າໜ້າ​ທີ່​ກອງ​ທັບເກົາຫຼີ​ໃຕ້ ກ່າວ​ວ່າ ​ເກົາຫຼີ​ເໜືອ ​ໄດ້​ທຳ​ການ​
ທົດ​ລອງ ຍິງ​ລູກ​ສອນ​ໄຟໄລຍະກາງຫຼາຍລູກ ຈາກຝັ່ງ​ທະ​ເລກ້ຳ​
ຕາ​ເວັນອອກ ຂອງຕົນ ເຂົ້າໄປຍັງທະ​ເລຍີ່ປຸ່ນ ຊຶ່ງ​ເປັນການ​ທ້າ
​ທາຍ​ອີກ​ຄັ້ງໜຶ່ງ ຕໍ່​ຂໍ້​ຫ້າມບໍ່​ໃຫ້​ທົດ​ລອງລູກ​ສອນ​ໄຟ​ ຂອງສະຫະ
​ປະຊາ​ຊາດ.

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້ ກ່າວ​ວ່າ ລູກ​ສອນ
ໄຟ ລຸ່ນ SCUD ​ຫຼາຍລູກ​ ໄດ້​ຖືກ​ຍິງອອກ​ຈາກ ​ຝັ່ງທະ​ເລ​ກ້ຳ
​ຕາ​ເວັນ​ອອກ​ຂອງ​ເກົາຫຼີ​ເໜືອ ​ໃນວັນ​ອາທິດ​ມື້​ນີ້ ​ແລະ ໄດ້ບິນ​ໄປ
​ເກືອບ 500 ກິ​ໂລ​ແມັດ ກ່ອນຕົກລົງ​ສູ່​ນ້ຳທະ​ເລ​ ລະຫວ່າງ​ເກົາຫຼີ
​ເໜືອ ​ແລະ ຍີ່ປຸ່ນ.

ການ​ທົດລອງ​ຍິງລູກ​ສອນໄຟ​ໃນ​ຄັ້ງນີ້ ໄດ້ມີ​ຂຶ້ນເມື່ອ 2 ມື້ຫຼັງຈາກ​ທີ່​ເກົາຫຼີ​ເໜືອ​ໄດ້​ທຳ​
ການທົດ​ລອງ​ອັນທີ່​ຕົນ​ເອີ້ນ​ວ່າ “ລູກ​ສອນໄຟນຳ​ວິຖີ​ທັນ​ສະ​ໄໝຫຼ້າສຸດ ​ທີ່​ມີ​ຄວາມ
​ແນ່ນອນຢ່າງ​ທີ່​ສຸດ.”

ການ​ທົດ​ລອງ​ຄັ້ງ​ນີ້ ຍັງໄດ້​ມີ​ຂຶ້ນກ່ອນ​ໜ້າ ການ​ໄປ​ຢ້ຽມ​ຢາມເກົາຫຼີ​ໃຕ້ ຂອງ​ປະທານ
​ປະ​ເທດ​ຈີນ ທ່ານ Xi Jingping ​ໃນວັນ​ພະຫັດ​ຈະ​ມາ​ຮອດ​ນີ້ ຊຶ່ງ​ທ່ານ​ຈະໄດ້​ພົບ​ປະ​ກັບ
ປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານນາງ Park Geun-hye.

​ເກົາຫຼີ​ເໜືອ ​ໃຊ້​ການ​ທົດ​ລອງ​ຍິງລູກ​ສອນ​ໄຟ​ ຢູ່​ເລື້ອຍໆ ​ເພື່ອ​ເປັນ​ການ​ຕອບ​ສະໜອງ
ຕໍ່​ຄຳ​ຕຳ​ໜິຕິ​ຕຽນ​ຕ່າງໆ​ ຫຼື ການ​ຝຶກ​ຊ້ອມ​ທາງ​ທະຫານ ຂອງ​ເກົາຫຼີໃຕ້ ຫຼື ສະຫະລັດ.

XS
SM
MD
LG