ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ຍິງທົດລອງ ລູກຈະຫຼວດ ລະຍະໃກ້ ອີກ 2 ລູກ (ວີດີໂອ)


ເກົາຫລີເໜືອ ຍິງລູກຈະຫລວດລະຍະສັ້ນ ອີກສອງລູກ ຢູ່ຝັ່ງທະເລຕາເວັນອອກ ຂອງປະເທດ.
ເກົາຫລີເໜືອ ຍິງລູກຈະຫລວດລະຍະສັ້ນ ອີກສອງລູກ ຢູ່ຝັ່ງທະເລຕາເວັນອອກ ຂອງປະເທດ.

ເກົາ​ຫລີ​ເໜືອ​ໄດ້​ຍິງ​ລູກ​ຈະຫຼວດ​ລະຍະ​ໃກ້ອີກ​ສອງ​ລູກ​ຂຶ້ນຈາກ
ຝັ່ງ​ທະ​ເລ​ກ້ຳຕາ​ເວັນ​ອອກ​ຂອງ​ຕົນ ຊຶ່ງ​ເປັນ​ການ​ທົດ​ລອງ​ ຄັ້ງ​ທີ
​ສາມ​ ໃນໄລຍະ​ບໍ່​ຮອດນຶ່ງ​ອາທິດ.

ຂ່າວການ​ຍິງ​ທົດລອງລູກຈະຫລວດດັ່ງກ່າວ ແມ່ນມາຈາກເກົາ
ຫລີ​ໃຕ້ ທີ່​ກ່າວ​ວ່າ ​ລູກ​ຈະ​ຫລວດ​ໄດ້​ຕົກ​ລົງ​ ໂດຍບໍ່ໄດ້ເປັນອັນ
ຕະລາຍໃດໆ ຢູ່​ໃນເຂດທະ​ເລຕາ​ເວັນ​ອອກ ​ໃນ​ວັນ​ພຸດ​ມື້​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ ​ເກົາຫລີ​ໃຕ້ ກ່າວ​ວ່າ ລູກ​ຈະ​ຫລວດ​ໄດ້​ຍິງຂຶ້ນ​ຈາກ ​ເມືອງ Wonsan ​ແລະ
ມີ​ລັດສະໝີຍິງ​ໄປ​ໄກໄດ້ຮອດ 180 ກິ​ໂລແມັດ.

​ເປັນ​ທີ່​ເຊື່ອກັນວ່າ ​ແມ່ນຈະ​ຫລວດລະຍະ​ສັ້ນ ​ລຸ່ນ KN-09 ​ຂະໜາດ 300 ມິນ​ລີ​ແມັດ ທີ່ຍິງ​
ຂຶ້ນຈາກຖານຍິງຈະຫຼວດ​ ທີ່ສາມາດຍິງໄດ້ຫຼາຍໆລູກພ້ອມກັນ.

ພຽງ​ຢາງ ​ໄດ້​ທົດ​ລອງ​ຍິງ ລູກສອນໄຟ​ລະຍະ​ສັ້ນ​ສອງ​ລູກ ​ໃນ​ວັນ​ອາທິດຜ່ານມາ ​ແລະ​ໄດ້​ຍິງ
​ອີກ​ສອງ​ລູກ ​ໃນ​ວັນ​ພະຫັດອາທິດແລ້ວ ຢູ່​ໃນ​ເຂດ​ດຽວ​ກັນນີ້.

ການ​ຍິງ​ລູກຈະຫຼວດເຫຼົ່ານີ້ ມີ​ຂື້ນນຶ່ງ​ມື້ ​ກ່ອນ​ໜ້າການ​ຢ້ຽມຢາມນະຄອນຫລວງໂດຍປະທານ
​ປະ​ເທດຈີນ ທ່ານ Xi Jinping ​ເພື່ອການເຈລະຈາຫາລື ທີ່ຄາດ​ວ່າສ່ວນ​ໃຫຍ່ແລ້ວຈະແນ່
ໃສ່ເລື່ອງ​ນິວ​ເຄລຍ ​ແລະໂຄງການ​ລູກສອນໄຟ ຂອງ​ເກົາຫລີ​ເໜືອ.

NOKOR MISSILES VOSOT
please wait
Embed

No media source currently available

0:00 0:01:28 0:00

XS
SM
MD
LG