ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ຍິງລູກສອນໄຟ ໄລຍະໃກ້ 4 ລູກ ໄປໃສ່ທະເລ


ລູກຈະຫລວດ ເກົາຫລີເໜືອ ທີ່ຍິງຂື້ນໂດຍ ທະຫານກອງທັບປະຊາຊົນເກົາຫລີ.
ລູກຈະຫລວດ ເກົາຫລີເໜືອ ທີ່ຍິງຂື້ນໂດຍ ທະຫານກອງທັບປະຊາຊົນເກົາຫລີ.

ກອງທັບ​ເກົາຫລີ​ໃຕ້ ກ່າວ​ວ່າ ​ເກົາຫລີ​ເໜືອ​ໄດ້​ຍິງ​ລູກສອນໄຟ
ລະຍະ​ໃກ້ 4 ລູກໄປ​ໃສ່​ທະ​ເລຢູ່​ນອກ​ຊາຍຝັ່ງທາງ​ພາກ​ຕາ​ເວັນ​
ຕົກຂອງປະເທດ ໃນອັນ​ທີ່ປາກົດ​ວ່າ ​ເປັນ​ຮ່ອງ​ຮອຍຫຼ້າ​ສຸດ​ໃນ
​ຄວາມ​ໂກດ​ແຄ້ນຂອງພຽງຢາງກ່ຽວ​ກັບ​ການ​ຊ້ອ​ມລົບຮ່ວມທາງ
ທະຫານລະຫວ່າງສະຫະລັດ ​ແລະ​ເກົາຫລີ​ໃຕ້.

ຄະນະ​ເສນາ​ທິການ​ຮ່ວມ ຂອງກອງ​ທັບ​ເກົາຫລີ​ໃຕ້ ກ່າວ​ຢູ່​ໃນ
​ຖະ​ແຫລ​ງການສະບັບນຶ່ງ ໃນ​ວັນ​ສຸກ​ວານ​ນີ້​ວ່າ ລູກສອນໄຟ
ທັງສີ່​ໄດ້​ຍິງ​ຈາກແຂວງ​ Pyongyan​ເໜືອ​ ​ແລະ​ໄດ້​ເດີນທາງ​
ປະມານ 140 ກິ​ໂລ​ແມັດ ກ່ອນຈະຕົກລົງ​ສູ່​ທະ​ເລ. ລູກສອນ
ໄຟເຫຼົ່ານີ້ເປັນຊະນິດໃດແທ້ ຍັງບໍ່ທັນເປັນທີ່ຮູ້ກັນເທື່ອ.

​ຖ​ະ​ແຫລ​ງການກ່າວ​ວ່າ ​ການ​ຍິງ​ຂອງເກົາຫລີ​ເໜືອ ປາກົດ​ວ່າ​ເປັນ​ການ​ຕອບ​ໂຕ້​ຕໍ່ການ
​ຊ້ອມ​ລົບ​ Foal Eagle ລ​ະຫວ່າງທະຫານສະຫະລັດ ​ແລະ ​ເກົາຫລີ​ໃຕ້ ທີ່​ມີ​ກຳນົດ​ຈະ​
ສີ້​ນສຸດ​ລົ​ງ​ໃນ​ອີກ​ສາມ​ອາທິດ. ພຽງ​ຢາງໄດ້ຍິງລູກສອນໄຟມາແລ້ວ ຫລາຍ​ຄັ້ງ ນັບ​ຕັ້ງ​
ແຕ່​ການ​ຊ້ອມ​ລົບ​ໄດ້​ເລີ້​ມຂື້ນ.

​ການຊ້ອມລົບປະ​ຈຳປີ ​ເປັນແຫ​ລ່ງທີ່ມາ​ຂອງ​ຄວາມ​ເຄັ່ງ​ຕືງທີ່ມີຂຶ້ນເປັນ​ປະຈຳ ລະຫວ່າງ
ສອງ​ປະ​ເທດ​ເກົາຫລີ ຊຶ່ງ​ໃນທາງເທັກນິກ​ແລ້ວ​ແມ່ນຍັງ​ຢູ່​ໃນສະພາບ​ສົງຄາມນັບ​ຕັ້ງ​
ແຕ່ໄດ້ເກີດບັນຫາຂັດ​ແຍ້​ງ​ໃນຊຸມ​ປີ 1950 ທີ່ໄດ້ສີ້​ນສຸດ​ລົງດ້ວຍ ​ການ​ຢຸດ​ຍິງຊົ່ວຄາວ
​ແທນ​ທີ່ຈະ​ແມ່ນ​ສົນທິ​ສັນຍາສັນຕິພາບ. ພຽງ​ຢາງ ກ່າວ​ວ່າ ຕົນຖື​ວ່າການ​ຊ້ອມ​ລົບ​ເປັນ​
ການກະ​ກຽມ​ເພື່ອຮຸກຮານ ​ໃນ​ຂະນະ​ທີ່ວໍຊິງ​ຕັນ ​ແລະ ​ໂຊ​ລ ກ່າວ​ວ່າ ​ເປັນການເຝິກ
ຊ້ອມໃນດ້ານປ້ອງ​ກັນ.

XS
SM
MD
LG