ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫຼີເໜືອ ປະຫານຊີວິດ ອາວຂອງຜູ້ນຳປະເທດ


ທ່ານ Jang Song Thaek ໃນຮູບທີ່ຖ່າຍເມື່ອວັນທີ 17 ສິງຫາ 2012.
ທ່ານ Jang Song Thaek ໃນຮູບທີ່ຖ່າຍເມື່ອວັນທີ 17 ສິງຫາ 2012.
​ເກົາ​ຫຼີ​ເໜືອ​ໄດ້​ປະຫານ​ຊີວິດ​ອາວ​ຂອງ​ທ່ານ Kim Jong Un
ຜູ້ນຳ​ເກົາຫຼີ​ເໜືອ ຊຶ່ງ​ມາ​ຮອດ​ປັດຈຸບັນ​ນີ້ ຜູ້ກ່ຽວເຫັນ​ວ່າ​ເປັນ
​ນຶ່ງໃນ​ບັນດາ​ພວກຫົວໜ້າທີ່​ປຶກສາ​ຂອງ​ທ່ານ​ກິມຈົງ​ອຸນນັ້ນ.

ສູນ​ກາງ​ຂ່າວ​ທາງ​ການ​ເກົາຫຼີ​ເໜືອ​ກ່າວ​ວ່າ ທ່ານ Jang
Song Thaek ​ໄດ້​ຖືກ​ປະຫານ​ໃນ​ວັນ​ພະຫັດ​ວານ​ນີ້ຫຼັງ​
ຈາກ​ປະ​ເຊີນ​ໜ້າ​ກັບ​ສານ​ທະຫານ.

ລາຍ​ງານ​ຂ່າວ​ສະບັບ​ນີ້​ເອີ້ນ​ຜູ້ກ່ຽວ​ກັບ​ວ່າ​ “ເປັນ​ຄົນຂາຍ
ຊາດ​ສຳລັບ​ຄົນໝົດ​ທຸກ​ໄວ​ທີ່​ທຳ​ຜິດກົດໝາຍ​ຕໍ່ຕ້ານພັກ
ພຶດຕິ​ກຳ​ຕ່າງໆ​ຕໍ່​ຕ້ານ​ການ​ປະຕິວັດ ​ໃນ​ຄວາມ​ພະຍາຍາມເພື່ອ​ໂຄ່ນລົ້ມ​ຄະນະ​ນຳພາ​
ຂອງ​ພັກແລະ​ລັດຂອງ​ພວກ​ເຮົາ.”

ທ່ານ Jang Song Thaek ​ໄດ້​ຖືກ​ກ່າວ​ຫາ​ໃນ​ຄວາມ​ຜິດ​ຕ່າງໆ ທີ່​ຮວມທັງ​ຄວາມທຸດ
ຈະລິດ​ເປື່ອຍເຍື່ອຍ ​ແລະ​ເປັນ​ເສືອ​ຜູ້​ຍິງ ​ແລະ​ການ​ຊົມ​ໃຊ້​ຢາ​ເສບ​ຕິດ.

ທ່ານ Leonid Petrov ນັກວິ​ເຄາະ​ກ່ຽວ​ກັບ​ເກົາຫຼີ ທີ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ອອສ
​ເຕຣເລຍ ກ່າວ​ວ່າ ທ່ານ​ສົງ​ໄສ​ວ່າ ທ່ານ Jang ​ໄດ້​ພະຍາຍາມ​ທຳ​ການ​ໂຄ່ນ​ລົ້ມ​ລັດຖະ
ບານ​ທ່ານ​ກິມຈົງ​ອຸນນັ້ນ ​ແທ້​ຫຼື​ບໍ?
XS
SM
MD
LG