ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກີດຄວາມແຫ້ງແລ້ງ ຢ່າງຮ້າຍແຮງ ໃນຮອບສັດຕະວັດ ຢູ່ ເກົາຫລີເໜືອ


ຕົ້ນເຂົ້າ ທີ່ເກີດຈາກດິນແຫ້ງແລ້ງ ແຕກແຫງ ທີ່ເມືອງ Ryongchon-ri ປະເທດເກົາຫລີເໜືອ.
ຕົ້ນເຂົ້າ ທີ່ເກີດຈາກດິນແຫ້ງແລ້ງ ແຕກແຫງ ທີ່ເມືອງ Ryongchon-ri ປະເທດເກົາຫລີເໜືອ.

ເກົາຫລີ​ເໜືອກຳລັງປະສົບກັບໄພ​ແຫ້ງ​ແລ້ງ​ທີ່ຮ້າຍແຮງ​ສຸດ​ໃນ
​ສັດຕະວັດອິງ​ຕາມລາຍງານຂ່າວ​ລັດຖະບານ ​ເຮັດ​ໃຫ້ສະພາບ
ການຂາດ​ແຄນ​ອາຫານ​ຢ່າງ​ໜັກໜ່ວງທີ່ມີຢູ່ແລ້ວໃນ​ປະ​ເທດ​ທີ່
ທຸກຍາກດັ່ງກ່າວ ຊຸດໂຊມລົງຕື່ມ.

ອົງການຂ່າວສູນ​ກາງຂອງເກົາຫລີ​ເໜືອຫລື KCNA ລາຍງານ​
ໃນ​ວັນ​ອັງຄານ​ວານ​ນີ້ ໂດຍໃຊ້ຊື່ຫຍໍ້ຢ່າງເປັນທາງການ ຂອງ
ປະເທດວ່າ “ໄພ​ແຫ້ງ​ແລ້ງ​ທີ່​ຮ້າຍ​ແຮງ​ສຸດ​ໃນຮອບ 100 ປີ ຍັງ​
ດຳ​ເນີນຕໍ່ໄປໃນ​ ສປປ ​ເກົາ​ຫຼີ​ໂດຍໄດ້ສ້າງ​ຄວາມ​ເສຍ​ຫາຍໃຫຍ່ຫຼວງ​ທີ່​ສຸດ.”

ອົງການຂ່າວ KCNA ກ່າວ​ວ່າ ທົ່ງ​ນາໄດ້ແຫ້ງ​ແລ້ງ ຢູ່​ໃນ​ແຂວງ ປູກ​ເຂົ້າ​ທີ່​ສຳຄັນໆຮວມ
ທັງ Hwanghae ​ແລະ Pyongan ​ເພາະວ່າ ເກືອບໍ່ມີ​ຝົນຕົກ​ເລີຍ.

​ເກົາຫລີ​ເໜືອ ​ໄດ້​ປະສົບ​ກັບ​ໄພ​ອຶດ​ຢາກ​ທີ່​ຮ້າຍ​ແຮງ ​ໃນ​ຊຸມປີ 1990 ​ເຮັດ​ໃຫ້​ຫລາຍ​ຮ້ອຍ​
ພັນ​ຄົນ​ເສຍ​ຊີວິດ. ນັບ​ແຕ່​ນັ້ນ​ມາ ​ໄດ້​ເກີດ​ການ​ຂາດ​ແຄນ​ອາຫານ​ມາເປັນ​ປະຈຳ ໂດຍເຮັດ
ໃຫ້​ສະພາບ​ການ​ໜັກ​ຂື້ນ​ຍ້ອນ​ນນ້ຳຖ້ວມ ​ໄພແຫ້ງ​ແລ້ງ ​ແລະ​ຄວາມຜິດ​ພາດ​ດ້ານ​ການ​
ບໍລິຫານງານ.

ສະຫະ​ປະຊາ​ຊາດ ກ່າວ​ວ່າ 70 ​ເປີ​ເຊັນ​ຂອງ​ປະຊາກອນ ຫລື ຊາວ​ເກົາຫລີ​ເໜືອ 18 ລ້ານ
​ຄົນ ຂາດ​ແຄນອາຫານ ​ແລະ​ຂາດ​ແຮ່ທາດ​ຕ່າງໆ. ສະພາບຂາດແຄນອາຫານແມ່ນສູງ
ຫຼາຍ ໂດຍມີເດັກນ້ອຍ 27.9 ​ເປີ​ເຊັນ​ ​ທີ່ອາ​ຍຸຕ່ຳກວ່າ​ຫ້າ​ປີ ແມ່ນຂາດອາຫານການກິນ
ແບບຊຳເຮື້ອ.

ໃນ​ເດືອນ​ເມສາຜ່ານມາ ສະຫະ​ປະຊາ​ຊາດ ​ໄດ້​ເລີ້ມ​ຮ້ອງຂໍເງິນ 111 ລ້ານ​ໂດ​ລາ​ເພື່ອ​ເປັນ
​ທຶນສະໜັບສະໜຸນ ​ໃຫ້​ແກ່ຫ້າ​ອົງການ​ຊ່ວຍ​ເຫລືອ ທີ່​ປະຕິບັດ​ງານ​ຢູ່​ປະເທດດັ່ງກ່າວ ສືບ
ຕໍ່ສະໜອງ​ເກົາຫລີ​ເໜືອ ດ້ວຍ​ອາຫານການກິນ ນຳ້ສະອາດ ​ແລະ​ປັດໄຈ​ທີ່ຈຳ​ເປັນ​ຕ່າງໆ
​ໃນ​ປີ 2015.

​ເກົາ​ຫລີ​ໃຕ້ ຊຶ່ງໄດ້​ປະສົບ​ກັບ​ສະພາບແຫ້ງແລ້ງບໍ່ມີ​ຝົນຕົກ​ເຊັ່ນກັນ​ ຍັງ​ບໍ່​ທັນ​ໄດ້​ໃດໆກ່ຽວ
ກັບລາຍງານຂອງອົງການຂ່າວ KCNA. ​ແຕ່​ຫວ່າງ​ມໍ່​ໆມາ​ນີ້​ໄດ້​ເຕືອນ ວ່າ ການ​ຜະ​ລິດ​
ພືດຜົນຂອງ​ເກົາຫລີ​ເໜືອອາດ​ຈະ​ຫຼຸດລົງເຖິງ 20 ​ເປີ​ເຊັນ​ຈາກ ​ລະດັບປີ​ກາຍ​ນີ້ ຖ້າ​ຫາກ
​ໄພແຫ້ງ​ແລ້ງ​ຍັງ​ດຳ​ເນີນ​ຢູ່ອີກ​ຕໍ່​ໄປ.

XS
SM
MD
LG