ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫຼີເໜືອ ປະຕິເສດ ຕໍ່ການຂໍຂະມາໂທດ ໃນເຫດການ ລະເບີດຝັງດິນແຕກ


ທີ່​ປຶກສາ​ດ້ານຄວາມ​ໝັ້ນຄົງຂອງ​ປະທານາທິບໍດີ ​ເກົາຫຼີ​ໃຕ້ ທ່ານ Kim Kwan-jin, ຂວາ, ຈັບມືກັບທ່ານ Hwang Pyong So, ເຈົ້າໜ້າທີ່ການເມືອງລະດັບສູງ ຂອງກອງທັບປະຊາຊົນ ເກົາຫຼີ ຂອງ ເກົາຫຼີເໜືອ, ຫຼັງຈາກການພົບປະກັນ ທີ່ບ້ານ
ຊາຍແດນ Panmunjom ໃນແຂວງ Paju, ເກົາຫຼີໃຕ້, 25 ສິງຫາ, 2015.
ທີ່​ປຶກສາ​ດ້ານຄວາມ​ໝັ້ນຄົງຂອງ​ປະທານາທິບໍດີ ​ເກົາຫຼີ​ໃຕ້ ທ່ານ Kim Kwan-jin, ຂວາ, ຈັບມືກັບທ່ານ Hwang Pyong So, ເຈົ້າໜ້າທີ່ການເມືອງລະດັບສູງ ຂອງກອງທັບປະຊາຊົນ ເກົາຫຼີ ຂອງ ເກົາຫຼີເໜືອ, ຫຼັງຈາກການພົບປະກັນ ທີ່ບ້ານ ຊາຍແດນ Panmunjom ໃນແຂວງ Paju, ເກົາຫຼີໃຕ້, 25 ສິງຫາ, 2015.

ເກົາຫຼີ​ເໜືອ ປະຕິ​ເສດ​ວ່າ ຕົນບໍ່ໄດ້ຂໍ​ຂະ​ມາ​ໂທດ ໃນ​ເຫດລະ​ເບີດ
ຝັງ​ດິນ​ແຕກ​ ທີ່​ເຮັດ​ໃຫ້​ທະຫານເກົາຫຼີ​ໃຕ້​ ສອງ​ຄົນ​ໄດ້​ຮັບ​ບາດ​ເຈັບ
​ແລະ ກ່າວ​ວ່າ ​ໂຊ​ລສ່ຽງ​ທີ່​ຈະ​ທຳລາຍ ຄວາມສຳພັນ​ສອງ​ຝ່າຍ
ຖ້າ​ຕົນ​ໝາຍ​ຄວາມ​ວ່າ​ເຊັ່ນ​ນັ້ນ.

​ເກົາຫຼີ​ເໜືອ ໄດ້ສະ​ແດງ​ຄວາມ “​ເສຍ​ອົກ​ເສຍ​ໃຈ” ກ່ຽວ​ກັບ​
ການ​ໂຈມ​ຕີ ​ເຊິ່ງ​ເປັນຈຸດໃຈກາງ ຂອງ​ຂໍ້​ຕົກລົງ​ທີ່​ໄດ້​ບັນລຸ ​ເມື່ອ
​ອາທິດ​ແລ້ວ​ນີ້ ​ເພື່ອ​ຍຸດຕິ ຊ່ວງ​ໄລຍະ​ເວລາ​ໃນການເປັນປໍລະປັກ
ທີ່​ຂົມ​ຂື່ນ​ ລະຫວ່າງ​ສອງ​ປະ​ເທດ​ເພື່ອນບ້ານ.

​ເກົາຫຼີ​ໃຕ້ ​ໄດ້​ກ່າວ​ວ່າ ຕົນ​ຖືວ່າຖະ​ແຫລ​ງການດັ່ງກ່າວ ​
ເປັນຫຼັກຖານຊຶ່ງໃນທີ່​ສຸດ ຕົນກໍສາມາດຊັກຊວນໃຫ້ພຽງ​ຢາງ ຮັບ​ເອົາ​ຄວາມ​ຮັບຜິດຊອບ ກ່ຽວກັບ​ເຫດການ ​ທີ່ໄດ້​ເກີດ​ຂຶ້ນ​ເມື່ອຕົ້ນ​ເດືອນ​ສິງຫາ ຫຼັງຈາກທີ່​ປະຕິ​ເສດມາ​ໄດ້ຫຼາຍອາ
ທິດ​ວ່າ ຕົນບໍ່ມີ​ບົດບາດ ​ໃນ​ການ​ໂຈມ​ຕີນັ້ນ.

ຢູ່​ໃນຖະ​ແຫລ​ງການ​ທີ່ອອກ ໃນ​ວັນ​ພຸດ​ມື້​ນີ້ ​ຄະນະ​ກຳມາ​ທິການປ້ອງກັນຊາດເກົາຫຼີ​ເໜືອ
ກ່າວ​ຫາໂຊ​ລ​ວ່າ ​ໄດ້​ຕີ​ຄວາມໝາຍ​ຂອງ​ຖະ​ແຫຼ​ງການ ​ຜິດພາດ.

ຖະ​ແຫລງການ​ດັ່ງກ່າວ ​ທີ່ພິມເຜີຍ​ແຜ່ ​ໂດຍ​ອົງການຂ່າວ​ສູນ​ກາງຂອງເກົາຫຼີ​ເໜືອ ​ກ່າວ​ວ່າ
“ບໍ່​ມີ​ຫຍັງ​ທີ່​ຕື້ນ ​ແລະ ຂີ້​ຂາດ​ຕາຂາວໄປກວ່າ ການ​ອະທິບາຍເຖິງຖະ​ແຫລ​ງການ​ຮ່ວມ
ທີ່​ໄດ້​ຕົກລົງ​ກັນ​ ໂດຍ​ເກົາຫຼີ​ເໜືອ ​ແລະ ​ໃຕ້ ນັ້ນວ່າ ​ເປັນໄຊຊະນະ​ຂອງພຽງຝ່າຍ​ດຽວ.”

ຖະ​ແຫລ​ງການ​ກ່າວ​ອີກ​ວ່າ “ຄຳສັ້ນໆ​ທີ່​ວ່າ ‘ເສຍ​ອົກ​ເສຍ​ໃຈ’ ບໍ່​ມີ​ຫຍັງ​ເລີຍ ມັນ​ເທົ່າ​
ກັບການສະ​ແດງ​ອອກຄື​ກັບວ່າ ‘ຂ້າພະ​ເຈົ້າ ​ຮູ້ສຶກ​ເສຍ​ໃຈ ສຳ​ຫລັບ​ສິ່ງ​ທີ່​ທ່ານ​ໄດ້​
ປະສົບມາ.’”

​ກະຊວງທ້ອນ​ໂຮມ​ຊາດ ຂອງເກົາຫຼີໃຕ້ ​ໃນ​ວັນ​ພຸດ​ມື້​ນີ້ ກ່າວ​ວ່າ ທັງ​ສອງ​ຝ່າຍ ຄວນ​ເພັ່ງເລັງ
​ໃສ່ການ​ປະຕິບັດ​ຂໍ້​ຕົກລົງ ​ແທນ​ທີ່​ຈະ​ຖົກ​ຖຽງ​ກັນ​ກ່ຽວ​ກັບ​ວ່າ​ ຜູ້​ໃດ​ຖືກ ຫຼື ຜູ້​ໃດ​ຜິດ.

​ໂຄສົກ​ຂອງ​ກະຊວງ​ທ້ອນໂຮມຊາດ ທ່ານ Jeong Joo-hee ກ່າວ​ວ່າ “ຄວາມ​ຈິງ​ແລ້ວ​
ກໍ​ແມ່ນ​ວ່າ ການສະ​ແດງ​ອອກ​ຂອງ​ຄວາມ​ເສຍ​ໃຈ ນັ້ນ​ແມ່ນ​ລວມຢູ່​ດ້ວຍ. ມັນ​ບໍ່​ແມ່ນ​
ເວລາ ສຳ​ຫລັບ​ພວກ​ເຮົາ ທີ່​ຈະ​ມີ​ອາລົມ​ ຂຶ້ນໆ​ລົງໆ ແບບ​ຄື​ກັບຂີ່​ລົດ​ເຫາະ ຫຼື ຖົກ​ຖຽງ​ ກັນໃນ​ເລື້ອງ​ວ່າໃຜ ຖືກ ​ແລະ ຜິດ ກ່ຽວ​ກັບ​ຂໍ້​ຕົກລົງ​ນັ້ນ.”

Koreas Tensions
please wait
Embed

No media source currently available

0:00 0:00:30 0:00


XS
SM
MD
LG