ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີ​ເໜືອ​​ ຂໍໃຫ້ ພາ​ນາມາ ປ່ອຍເຮືອຕົນ ທີ່ຖືກຍຶດໄວ້ນັ້ນ (ວີດີໂອ/ສະໄລດ໌)


North Korean Cargo Ship Seizure Under Scrutiny
please wait

No media source currently available

0:00 0:03:11 0:00
ລິງໂດຍກົງ

ເບິ່ງວີດິໂອ ພາສາອັງກິດ ກ່ຽວກັບຂ່າວນີ້

ເກົາຫຼີ​ເໜືອໄດ້ຮ້ອງຂໍ​ໃຫ້​ ພາ​ນາມາປ່ອຍ​ເຮືອຂອງ​ພຽງ​ຢາງ​ ທີ່​ຖືກ​ຍຶດ​ໃນເຂດນ່ານນໍ້າຂອງ​ພາ​ນາມານັ້ນ ​ແລະກ່າວ​ວ່າ ອາວຸດຢູ່​ໃນເຮືອລໍານັ້ນ​ ທີ່​ພາ​ນາ​ມາ​ຍຶດ​ໄວ້ ​ແມ່ນສ່ວນ​ນຶ່ງ​ຂອງ​ການ​ຕົກລົງ​ກັນ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ.

​ໃນ​ຄໍາ​ຖະ​ແຫຼງສະບັບ​ນຶ່ງ ອອກໃນ​ແລງ​ວັນ​ພຸດ​ວານ​ນີ້ ກະຊວງ​ການ​ຕ່າງປະ​ເທດ​ຂອງກຸງພຽງ​ຢາງ ​ໃຫ້​ຄໍາອະທິບາຍກ່ຽວ​ກັບ​ອາວຸດ​ດັ່ງກ່າວ​ວ່າ ​ເປັນອາ​ວຸດ​ເກົ່າໆ​ຂອງ​ຄິວ​ບາ ທີ່​ທາງເກົາຫຼີ​ເໜືອ​ໄດ້ຕົກລົງພາຍ​ໃຕ້​ສັນຍາ​ທີ່​ໄດ້​ເຊັນ​ກັນ ວ່າ​ຈະ​ຊ່ອມ​ແປງ​ໃຫ້. ຄໍາ​ຖະ​ແຫຼງຍັງຮຽກຮ້ອງ​ໃຫ້​ປ່ອຍ​ເຮືອ​ ​ລໍາ​ນັ້ນ ທີ່​ຊື່ວ່າ Chong Chon Gang ​ແລະພວກ​ລູກ​ເຮືອ ທັງ​ໝົດ.


​ເຈົ້າ​ໜ້າ​ທີ່ພາ​ນາມາ ​ໄດ້ທໍາ​ການ​ຟ້ອງ​ຮ້ອງ ​ໃນ​ຂໍ້​ຫາອາຍາ​ຕໍ່​ພວກລູກ​ເຮືອສ່ວນ​ໃຫຍ່ ​ໃນ​ຖານ ບໍ່​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບການ​ລໍາລຽງ​ອາ​ວຸດດັ່ງກ່າວ​. ທາງ​ການກ່າວ​ວ່າ ​ຜູ້​ຕ້ອງ​ຫາເກືອບ​ວ່າ​ທັງ​ໝົດ​ ​ໄດ້​ໃຊ້ສິດທິ​ໃນ​ການປິດ​ປາກ​ງຽບ ບໍ່​ໃຫ້ການ​ແຕ່​ຢ່າງ​ໃດ.

ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຖືກຮ້ອງ​ຂໍ​ໃຫ້ທໍາ​ການ​ສືບ​ສວນສອບ​ສວນກ່ຽວ​ກັບ​ການ​ຍຶດອາວຸດ​ຄັ້ງ​ນີ້​ ​ໃນທ່າມກາງ​ທີ່​ມີ​ການ​ກ່າວ​ຫາ​ກັນວ່າ ເຮືອຂອງເກົາຫຼີ​ເໜືອລໍານັ້ນ​ໄດ້​ລັກລອບ​ລໍາລຽງອາວຸດ ​ຊຶ່ງ​ເປັນ​ການລະ​ເມີດ​ຕໍ່​ການ​ລົງ​ໂທດຂອງອົງການ​ສະຫະ​ປະຊາ​ຊາດ.

ລັດຖະມົນ​ຕີ​ດ້ານ​ຄວາມ​ປອດ​ໄພ​ຂອງ​ພາ​ນາມາ ທ່ານ Jose Raul Mulino ​ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ໄດ້​ຖາມ​ອົງການສະຫະ​ປະຊາ​ຊາດ ຄວນ​ຈະ​ດໍາ​ເນີນ​ການ​ຕໍ່​ໄປ​ແບບ​ໃດ​ກ່ຽວ​ກັບ​ຄະດີນີ້ ​ແລະ​ວ່າ ພາ​ນາ​ມາ​ຕັ້ງ​ໃຈ​ທີ່​ຈະມອບ​ກໍາ​ປັ່ນ​ລໍາ​ນີ້ ໄປໃຫ້​ອົງການ​ສະຫະ​ປະຊາ​ຊາດຄວບ​ຄຸມ​ໄວ້.

ພາ​ນາມາ​ໄດ້​ຢຸດກໍາປັ່ນ​ລໍາດັ່ງກ່າວ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ​ຍ້ອນ​ສົງ​ໄສວ່າ​ ມີ​ການ​ລໍາລຽງຢາ​ເສບ ​ຕິດ ​ແຕ່​ວ່າ​ໄດ້​ພົບ​ເຫັນ​ອາວຸດ​ແທນ ທີ່​ເຊື່ອງ​ໄວ້​ກ້ອງ​ຖົງ​ນໍ້າຕານ​ຊາຍ​ແດງຈໍານວນ​ຫຼວງ​ຫຼາຍ. ເຈົ້າ​ໜ້າທີ່ກ່າວ​ວ່າ ອາດຈະ​ຕ້ອງ​ໃຊ້​ເວລາ​ຕື່ມ​ອີກຫຼາຍ​ມື້​ເພື່ອຈະກວດ​ຄົ້ນກໍາປັ່ນທີ່ມີຂະ​ໜາດໃຫຍ່ ​ ໜັກ​ 14 ພັນ​ໂຕ​ນ ລໍາ​ນີ້.

NOKOR PANAMA WEAPONS CNPK
please wait

No media source currently available

0:00 0:01:20 0:00
XS
SM
MD
LG