ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ອາດຕຽມ ທົດລອງ ນິວເຄລຍ ເທື່ອໃໝ່ (ວີດີໂອ)


ຮູບພາບຈາກດາວທຽມ ສະແດງໃຫ້ເຫັນ ການເຄຶ່ອນໄຫວ ຢູ່ໂຮງໄຟຟ້ານິວເຄລຍ ທີ່ Yongbyon ເກົາຫລີໃຕ້.
ຮູບພາບຈາກດາວທຽມ ສະແດງໃຫ້ເຫັນ ການເຄຶ່ອນໄຫວ ຢູ່ໂຮງໄຟຟ້ານິວເຄລຍ ທີ່ Yongbyon ເກົາຫລີໃຕ້.
ກອງທັບ​ເກົາຫລີ​ໃຕ້ ​ເຕືອນວ່າ ເກົາຫລີ​ເໜືອອາດ​ຈະຕຽມ
ທຳ​ການ​ທົດ​ລອງນິວ​ເຄລຍ​ໃຕ້​ດິນເທື່ອໃໝ່.

​ໂຄສົກກະຊວງ​ປ້ອງ​ກັນ​ປະ​ເທດ ທ່ານ Kim Min-seok
ກ່າວ​ວ່າ ການປະ​ເມີນ ​ທີ່ວ່ານີ້ ​ອີງ​ຕາມການ​ເຄື່ອນ​ໄຫວ
ທີ່ມີເພີ້ມຂຶ້ນ ຢູ່ໃນບໍລິເວນທົດລອງນິວເຄລຍ Punggye
ຂອງເກົາຫລີເໜືອ.

ຢູ່​ໃນການ​ຖະ​ແຫລ​ງຂ່າວຕໍ່ສື່​ມວນ​ຊົນ ​ໃນ​ວັນ​ອັງຄານ​ມື້​ນີ້
ທ່ານ Kim ​ໄດ້​ປະຕິ​ເສດ ບໍ່ຍອມໃຫ້ຄວາມເຫັນ​ທີ່ສະເພາະ​
ເຈາະ​ຈົງ​ໃດໆ ​ກ່ຽວກັບການເຄຶ່ອນ​ໄຫວ ແຕ່ກໍ​ໄດ້​ເຕືອນ​ວ່າ
ອາ​ດ​ເປັນ​ການຫລ​ອກລວງຂອງເກົາຫລີ​ເໜືອກໍເປັນໄດ້ ຊຶ່ງ ທ່ານກ່າວ​ເພີ້ມ​ເຕີມ​ວ່າ
“ກອງທັບ​ຂອງ​ພວກ​ເຮົາຈຳ​ໃສ່ໃຈສະເໝີວ່າ ​ເກົາຫຼີ​ເໜືອ ມີ​ຄວາ​ມສາມາດ ທຳ​ການ​ທົດ​
ລອງນິວເຄລຍໂດຍ​ທັນທີ ​ໃນ​ເວລາ​ອັນ​ສັ້ນໆ ຫລື​ອາດ​ຈະ “​ເ​ຫລືອມ​ຕາພວກ​ເຮົາ​ໂດຍ
​ເຮັດຕິ​ວ່າ ຈະ​ທົດ​ລອງ​ນິວ​ເຄຍລຍ ດັ່ງ​ທີ່​ເຮົາ​ເຫັນ​ມາ​ ໃນກໍລະນີ​ເທື່ອກ່ອນໆ​ນັ້ນ.

ທ່ານກ່າວ​ວ່າ ກຸງ​ໂຊ​ລ ພ້ອມ​ດ້ວຍວໍ​ຊິງ​ຕັນ ພວມ​ຕິດ​ຕາມ​ເບິ່ງກິດຈະກຳຢູ່ບ່ອນ ທົດ
ລອງຢ່າງ​ໄກ້​ຊິດ ​ແລະ​ໄດ້​ຕຽມໜ່ວຍປະຕິບັດງານພິ​ເສດ ​ເພື່ອຮັບມືກ່ຽວກັບ ເລື່ອງນີ້.

​ເກົາຫລີ​ເໜືອ ​ໄດ້ທຳ​ການ​ທົດ​ລອງ​ນິວ​ເຄລຍ ​ໃນ​ປີ 2006 ປີ 2009 ​ແລະປີ 2013 ທີ່
ເປັນການ​ລ່ວງລະເມີດຕໍ່ມະຕິ ຂອງສະພາຄວາມໝັ້ນຄົງສະຫະ​ປະຊາ​ຊາດ.

​ເດືອນ​ແລ້ວ​ນີ້ ພຽງ​ຢາງ​ໄດ້​ເຕືອນ​ວ່່າ ຕົນ​ພວມກຽມ​ທີ່​ຈະ​ທຳການທົດລອງນິວ ເຄລຍ
“​ແບບ​ໃໝ່."

​ເປັນ​ທີ່​ເຊື່ອ​ກັນ​ວ່າ ເກົາຫລີເໜືອຍັງກຳລັງ​ດຳເນີນການກ່ຽວກັບເລື່ອງນີ້​ຢູ່ ​ແຕ່​ກໍຍັງ​ອີກ
ໄກຈຶ່ງຈະສຳ​ເລັດ ໃນການເຮັດໃຫ້ຫົວ​ລະ​ເບີດ​ນິວ​ເຄລຍ ນ້ອຍລົງ​ພໍ​ທີ່​ຈະ​ຕິດ​ຕັ້ງໃສ່ລູກ
ສອນໄຟຂີ​ປະ​ນາ​ວຸດ​ ທີ່ສາມາດຍິງ​ໃນ​ໄລຍະ​ໄກໄດ້.

ບັນດານັກວິ​ເຄາະບາງຄົນ ທຳ​ນາຍ​ວ່າ ​ເກົາຫລີ​ເໜືອອາດ​ຈະທຳການທ້າທາຍ ເກາະ
ຜິດ ໃນລະຫວ່າງການ​ເດີນທາງໄປຢ້ຽມຢາມນະຄອນ​ໂຊ​ລຂອງປະທານາທິບໍດີສະຫະ ລັດ ທ່ານ Barack Obama ໃນອາທິດນີ້.
KOREA NUCLEAR VOSOT
please wait
Embed

No media source currently available

0:00 0:01:45 0:00
XS
SM
MD
LG