ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີ​ເໜືອ ສະຫຼອງ ​ຄົບ​ຮອບ​ 2 ປີ ຂອງການ​ເຖິງ​ແກ່​ກໍາ ຂອງ Kim Jong Il (ສະ​ໄລ​ດ໌)


 ຮູບມື້ລາງ ຜູ້​ນໍາ​ເກົາຫຼີ​ເໜືອ Kim Jong Il
ຮູບມື້ລາງ ຜູ້​ນໍາ​ເກົາຫຼີ​ເໜືອ Kim Jong Il
ຜູ້ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ຈົງ​ ອຸນ ​ໄດ້ນໍາພາ​ຢູ່​ໃນ​ຫຼາຍໆ​ພິທີ
ສະ​ເຫຼີ​ມສະຫຼອງ ວັນ​ຄົບ​ຮອບ​ 2 ປີ ຂອງການ​ເຖິງ​ແກ່​ກໍາຂອງ
​ບິດາ​ ຫຼາຍ​ມື້​ຫຼັງ​ຈາກ​ທີ່​ທ່ານ​ໄດ້​ປະຫານ ອາວ​ເຂີຍ​ຂອງ​ຕົນ
ທີ່​ໃຜໆຄິດ​ວ່າ ​ເປັນທີ່​ປຶກສາ ​ໃຫ້ການ​ຊີ້​ນໍາແກ່​ທ່ານ​ ແລະ​ເປັນ
​ຜູ້ມີ​ອໍານາດ​ສູງ​ສຸດ​ອັນ​ດັບ 2 ຂອງ​ເກົາຫຼີ​ເໜືອ.

ທ່ານ​ກິມ ​ໄດ້​ຮ່ວມ​ກັບ​ບັນດາ​ນາຍ​ທະຫານ​ແລະ​ນັກ​ການ​ເມືອງ
ຂັ້ນ​ສູງຄົນ​ອື່ນໆ ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ພິທີ​ໄວ້ອາ​ໄລ​ທີ່​ເຄ່ງ​ຂຶມ
​ໃນ​ໂຮງສະ​ແດງ​ໃຫຍ່​ແຫ່ງ​ນຶ່ງ​ໃນ​ນະຄອນຫຼວງພຽງ​ຢາງ ບ່ອນ​ທີ່
​ມີຮູບ​ບິດາ​ຂອງ​ທ່ານ ມື້​ລາງ​ຜູ້​ນໍາ Kim Jong II ​ແຂວນ​ໄວ້​ຢູ່
​ເທິງ​ເວທີ.

ນຶ່ງ​ໃນ​ບັນດາ​ຜູ້​ທີ່ຂຶ້ນ​ກ່າວ​ຄໍາ​ປາ​ໄສ​ກໍ​ແມ່ນ ທ່ານ Choe RyongHae ຫົວໜ້າ​ພະ​ແນ​ກ
ການ​ເມືອງ​ທົ່ວ​ໄປ​ ທີ່​ມີ​ອໍານາດຂອງກອງທັບ, ຊຶ່ງ​ທ່ານ​ໄດ້​ກ່າວ​ວ່າ: “​ໃນ​ຂະນະ​ທີ່​ພວກ​
ເຮົາ​ລະນຶກ​ເຖິງ ຊີວິດ​ການປະຕິວັດ​ແລະຜົນ​ສໍາ​ເລັ​ດທີ່​ລຶບ​ເລືອນ​ບໍ່​ໄດ້ ອັນ​ແຮງ​ກ້າ
ຂອງຈອມພົນ
Kim Jong II ຂອງ​ພວກ​ເຮົາ​ຢູ່​ນີ້ ກໍ​ແມ່ນພວກ​ເຮົາ​ກໍາລັງ ​ເພີ້​ມ
ຄວາມ​ເຂ້​ມ​ແຂງ​ໃຫ້​ແກ່ ຄວາມ​ຕັ້ງ​ໃຈແລະ​ຄວາມ​ເຊື່ອ​ຖື​ຂອງ​ພວກ​ເຮົາ​ ທີ່​ຈະໃຫ້
ກຽດແກ່ແນວ​ຄິດ​ຕ່າງໆ​ຂອງນາຍ​ພົນຜູ້​ຍິ່ງ​ໃຫຍ່ Kim Jong Un ​ແລະ​ອໍານາດ​
ຂອງທະຫານ​ໂດຍ​ການເຊື່ອຟັງນະ​ໂຍບາຍປະຕິບັດ​ຂອງ​ເພິ່ນ ທີ່ວ່າ ‘
ທະຫານ​
ຕ້ອງ​ມາ​ກ່ອນ’ ນັ້ນ.



ຜູ້​ກ່າວ​ຄໍາ​ປາ​ໄສ​ຄົນ​ອື່ນໆ ກໍ​ໄດ້​ປະຕິຍານຄວາມ​ຈົງ​ຮັກ​ພັກດີ​ຕໍ່​ຕະກູນ Kim ຢ່າງ​ບໍ່ມີ​ວັນ
​ສັ່ນ​ຄອນ ​ໂດຍ​ໃຫ້​ຄໍາໝັ້ນສັນຍາ​ທີ່​ຈະ​ປົກ​ປ້ອງ​ປະ​ເທດ​ຊາດ ດ້ວຍ​ຊີວິດ​ຂອງ​ຕົນແລະ​ກ່າວ
​ວ່າປະ​ເທດ​ຊາດ​ແມ່ນ​ໄດ້ມີ​ຄວາມ​ກ້າວໜ້າ ນັບ​ຕັ້ງ​ແຕ່​ທ່ານ Kim ຜູ້​ລູກ​ຂຶ້ນມາ​ກໍາອໍານາດ.

ທ່ານ Kim ຜູ້ພໍ່ ​ໄດ້​ເຖິງ​ແກ່ອະສັນ​ຍະ​ກໍາ ​ໃນ​ເດືອນ​ທັນວາ 2011 ປະອໍານາດໄວ້ໃຫ້ລູກ
ຊາຍໜຸ່ມແລະ​ຂາດ​ປະສົບ​ການ ທີ່​ໄດ້ທໍາ​ການ​ຊັບຊ້ອນ​ບາງຕໍາ​ແໜ່​ງຂອງ​ຜູ້​ນໍາ​ຂັ້ນ​ສູງ​
ໃນ​ຄວາມ​ພະຍາຍາມ​ເພື່ອ​ຮວບ​ຮວມອໍາ​ນາດ.

ໃນ​ອາທິດ​ຜ່ານ​ມາ​ນີ້ ກຸງ​ພຽງ​ຢາງ​ໄດ້​ປະກາດ ​ປະຫານ​ຊີວິດຂອງ​ທ່ານ Jang Song
Thaek ຜູ້​ຊຶ່ງ​ຄັ້ງ​ນຶ່ງ​ເຄີຍ​ເລື່ອງ​ລື​ອໍານາດ ມີ​ອິດ​ທິພົນ ​ແລະຖືກ​ມອງ​ວ່າ ​ເປັນ​ຜູ້ທີ່ໃຫ້​ຄໍາ
ປຶກສາ ​ຊີ້​ນໍາ​ທ່ານ Kim ຫຼັງ​ຈາກ​ທີ່​ບິດາ​ຂອງ​ທ່ານ Kim ສິ້ນ​ແລ້ວນັ້ນ.

ທ່ານ Jang ​ທີ່ໄດ້ແຕ່ງງານກັບ ນ້ອງສາວຂອງ​ທ່ານ Kim Jong Il ທ່ານນາງ Kim Kyong
Hui ​ໄດ້​ຖືກກ່າວ​ຫາວ່າ ​ພະຍາຍາມ​ໂຄ່ນ​ລົ້​ມລັດຖະບານ ​ພ້ອມ​ທັງ​ມີພຶດຕິ​ກຳ​ເປື່ອຍ​ເຍື່ອຍ
​ຫຼາຍຢ່າງ​ເຊັ່ນ ສໍ້​ລາດ​ບັງ​ຫຼວງ ​ເສືອ​ຜູ້ຍິງ ດື່ມ​ເຫຼົ້າ​ແລະ​ເສບ​ຢາ​ເສບ​ຕິດ.

ຄລິກບ່ອນລູກສອນ ເພື່ອເບິ່ງລໍາດັບພາບຊີວະປະຫວັດຂອງ ກິມ ຈົງ ອິລ:
Loading...
XS
SM
MD
LG