ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫລີເໜືອ ອ້າງຜົນສຳເລັດໃນການທົດລອງ ເຄື່ອງຈັກ ລູກຈະຫລວດສະນິດໃໝ່


ຜູ້ຊາຍຄົນນຶ່ງຍ່າງຜ່ານຂ່າວໂທລະພາບ ທີ່ເຫັນຮູບພາບ ການສົ່ງ ລູກຈະຫລວດເກົາຫລີເໜືອ.
ຜູ້ຊາຍຄົນນຶ່ງຍ່າງຜ່ານຂ່າວໂທລະພາບ ທີ່ເຫັນຮູບພາບ ການສົ່ງ ລູກຈະຫລວດເກົາຫລີເໜືອ.

ເກົາຫລີ​ເໜືອ​ໄດ້​ທົດ​ລອງ​ຈາກພື້ນ​ດິນ​ໃນ​ວັນ​ອັງຄານ​ມື້​ນີ້​ຢ່າງ​ເປັນ​ຜົນ​ສຳ​ເລັດ ຂອງ​ລູກ​ສອນ​ໄຟ​ໃໝ່​ທີ່​ມີ​ສະມັດ​ຕະພາບ​ສູງ ອີງ​ຕາມ​ສື່​ລັດ ທີ່​ເນັ້ນ​ໜັກ​ວ່າ ປະ​ເທດ​ຍັບ​ເຂົ້າ​ມາ​ໃກ້​ທີ່​ຈະ​ປະສົບ​ຜົນສຳ​ເລັດ ສະມັດ​ຕະພາບ​ໄລຍະ​ຍາວ.

ຜູ້ນຳ​ເກົາຫລີ​ເໜືອ​ທ່ານ Kim Jong-Un ກ່າວ​ວ່າ​ໄດ້​ເຫັນ​ການ​ທົດ​ລອງ ​ແລະ​ໄດ້​ອ້າງ​ຄຳ​ເວົ້າ​ວ່າ ອົງການ​ຂ່າວ​ເກົາຫລີ​ເໜືອ KCNA ​ໄດ້​ສັ່ງ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່ຕຽມ​ການ​ສົ່ງ​ດາວທຽມ “​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.”

ທ່ານ Jean Ha-kyu ​ໂຄສົກປະທານ​ເສນາ​ທິການ​ຮ່ວມຂອງກອງ​ທັບ ກ່າວ​ໃນ​ວັນ​ອັງ ຄານ​ມື້​ນີ້​ວ່າ “​ພວກ​ເຮົາ​ເຊື່ອວ່າ​ເກົາຫລີ​ເໜືອ ​ໄດ້​ທົດ​ລອງ​ການ​ປະ​ຕິ​ບັດ​ງານ​ຄວາມ​ແຮງ​ສູງສະ​ນິດ​ໃໝ່ຂອງ​ເຄື່ອງ​ຈັກ​ລູກ​ສອນ​ໄຟ​ໄລຍະ​ໄກ.

ໃນ​ປີ​ທີ່​ຜ່ານ​ມາ​ປະ​ເທດ​ໄດ້ປະຕິບັດ​ທົດ​ລອງລູກ​ສອນ​ໄຟ​ໄລຍະ​ໄກ ພາຍ​ໃນ​ຂອບ​ເຂດ​ຂອງ​ໂຄງການ​ທີ່​ສະຫະ​ປະຊາ​ຊາດ ​ແລະ​ອຶ່ນໆ​ເຊື່​ອວ່າ​ທີ່​ຈະ​ຮ່ວມກັບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ແລະ​ທົດ​ລອງລູກ​ສອນ​ໄຟ.

ອົງການ​ຂ່າວ KCNA ກ່າວ​ວ່າ ການ​ທົດ​ລອງ​ເຄື່ອງ​ຈັກ​ໃນ​ວັນ​ອັງຄານ​ມື້​ນີ້ ຈະ​ເຮັດໃຫ້​ເກົາຫລີ​ເໜືອ "​ໄດ້​ຮັບ​ການ​ນຳພາ​ສະມັດ​ຕະພາບຢ່າງ​ພຽງພໍ​ໃນ​ການ​ສົ່ງ​ດາວ​ທຽມ​ຫລາຍ​ສະ​ນິດ ຮ່ວມທັງດາວ​ທຽມ​ສັງ​ເກດ​ໂລກ​ມະນຸດ​ທີ່ຢູ່​ໃນ​ລະດັບ​ໂລກ.”

ການ​ທົດ​ລອງ​ເຄື່ອງ​ຈັກ​ໃໝ່​ເກີດ​ຂຶ້ນ​ບໍ່​ຮອດ​ສອງ​ອາທິດ​ຫລັງ​ຈາກ ​ເກົາຫລີ​ເໜືອ​ໄດ້​ທົດ​ລອງຄັ້ງ​ທີ່​ຫ້າ ​ແລະ​ທົດ​ລອງ​ຂີ​ປະ​ນາ​ວຸດ​ຕິດ​ນິວຫົວ​ເຄລຍທີ່​ມີ​ຄວາມແຮງ​ສຸດ ທີ່​ປະ​ເທດ​ໄດ້​ອ້າ​ງວ່າ ​ເອົາ​ສະມັດ​ຕະພາບ​ເພື່ອ​ໃຫ້​ເປັນ​ທີ່ເໝາະ​ສົມ​ກັບຫົວ​ລູກສ​ອນ​ໄຟ​ຂະໜາ​ດນ້ອຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG