ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫລີເໜືອ ທົດລອງກົນໄກລູກສອນໄຟ ຂ້າມທະວີບ​ ICBM ໄດ້ຢ່າງເປັນຜົນສຳເຣັດ.


ຮູບພາບເຜີຍແຜ່ໂດຍ ສູນກາງຂ່າວເກົາຫລີເໜືອ ໃນວັນທີ 2 ເມສາ ປີ 2016 ສະແດງໃຫ້ເຫັນຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ທີ່ໂຮງງານ Tonghungsan ພາກໃຕ້ຂອງແຂວງ Hamgyong ປະເທດເກົາຫລີເໜືອ.
ຮູບພາບເຜີຍແຜ່ໂດຍ ສູນກາງຂ່າວເກົາຫລີເໜືອ ໃນວັນທີ 2 ເມສາ ປີ 2016 ສະແດງໃຫ້ເຫັນຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ທີ່ໂຮງງານ Tonghungsan ພາກໃຕ້ຂອງແຂວງ Hamgyong ປະເທດເກົາຫລີເໜືອ.

ສື່ມວນຊົນເກົາຫຼີເໜືອລາຍງານວ່າ ປະເທດທີ່ໂດດດ່ຽວແຫ່ງນັ້ນ ໄດ້ທົດລອງກົນໄກລູກ ສອນໄຟຂ້າມທະວີບ​ ICBM ໄດ້ຢ່າງເປັນຜົນສຳເຣັດ.

ອົງການສູນກາງຂ່າວສານທາງການເກົາຫຼີເໜືອໄດ້ເຜີຍແພ່ລາຍງານດັ່ງກ່າວໃນວັນເສົາ ມື້ນີ້. ອົງການຂ່າວສານດັ່ງກ່າວເວົ້າວ່າ ກິມຈົງອຸນ ຜູ້ນຳເກົາຫຼີເໜືອເອງ ເປັນຜູ້ກຳກັບ
ການທົດລອງດັ່ງກ່າວຊຶ່ງຈະສ້າງຄວາມແຂ້ມແຂງໃຫ້ແກ່ຄວາມສາມາດຂອງຕົນໃນການ ໂຈມຕີດ້ວຍນິວເຄລຽຕໍ່ ສຫຣ.

ກຸງປຽງຢາງມັກຂົ່ມຂູ່ສະເໝີ ວ່າຈະຈົມຕີດ້ວຍນິວເຄລຽກ່ອນ ຕໍ່ ສຫຣ ແລະເກົາຫຼີໃຕ້. ຖ້າ ຫາກເປັນຜົນສຳເຣັດແທ້ ການທົດລອງຄັ້ງນີ້ກໍແມ່ນຈະເປັນບາດກ້າວຍິ່ງໃຫຽ່ ໄປສູ່ໂຄງ ການອາວຸດນິວເຄລຽຂອງເກົາຫຼີເໜືອ.

ເກົາຫຼີເໜືອໄດ້ຍິງອາວຸດຂຶ້ນເປັນປະຈຳຫຼາຍຄັ້ງ ຕັ້ງແຕ່ເດືອນມັງກອນເປັນຕົ້ນມາ ແລະ ໄດ້ຍິງລູກສອນໄປຂຶ້ນຫຼາຍຄັ້ງ​ ເປັນການລະເມີດການລົງໂທດທາງດ້ານເສຖກິດ ທີ່ວາງ ອອກໂດຍສະພາຄວາມໝັ້ນຄົງອົງການ ສຫຊ.

ພວກນັກວິເຄາະເກົາຫຼີໃຕ້ກັບ ສຫຣ ໄດ້ພາກັນສົງໄສກ່ຽວກັບວ່າຄຳກ່າວອ້າງຂອງ ເກົາ ຫຼີເໜືອທີ່ວ່າການທົດລອງຕ່າງໆສະແດງໃຫ້ເຫັນເຖິງຄວາມກ້າວໜ້າທາງດ້ານເທັກໂນໂລ
ຈີໃນໂຄງການລູກສອນໄຟແລະໂຄງການນິວເຄລຽຂອງຕົນ.

XS
SM
MD
LG