ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ແລະຈີນ ປະເຊີນໜ້າ ກັບເກົາຫຼີເໜືອ ທີ່ມີນໍ້າສຽງ ກະຫາຍສົງຄາມ ເພີ້ມຂຶ້ນ (ສະໄລດ໌/ວີດີໂອ)


US, China Facing Increasingly Belligerent North Korea
please wait

No media source currently available

0:00 0:02:31 0:00
ລິງໂດຍກົງ

ໃນຂະນະທີ່ເກົາຫຼີເໜືອ ຊຶ່ງມີນໍ້າສຽງ ກະຫາຍສົງຄາມເພີ້ມຂຶ້ນ ຂົ່ມຂູ່ທີ່ຈະດຳເນີນການແບບເປັນປໍລະປັກ ຕໍ່ສະຫະລັດ ແລະ
ເກົາຫຼີໃຕ້ຢູ່ນັ້ນ ລັດຖະບານທ່ານໂອບາມາແມ່ນຫັນໄປຫາຈີນ ເພື່ອໃຫ້ຊ່ອຍແກ້ໄຂບັນຫາການປະເຊີນໜ້າກ່ຽວກັບເລື່ອງອາ ວຸດນິວເຄລຍຂອງເກົາຫຼີເໜືອ. Scott Stearns ຜູ້ສື່ຂ່າວຂອງ
ວີໂອເອປະຈຳກະຊວງການຕ່າງປະເທດສະຫະລັດ ມີລາຍງານ ກ່ຽວກັບເລື່ອງນີ້ ດັ່ງໄພສານ ຈະນຳມາສະເໜີທ່າ ໃນອັນດັບຕໍ່
ໄປ.

ໃນຂະນະທີ່ ຜູ້ນຳຂອງເກົາຫຼີເໜືອ ທ່ານກິມ ຈົງ ອຸນ ຂົ່ມຂູ່ວ່າ ຈະທຳການໂຈມຕີ ແບບບໍ່ມີການເຕືອນລ່ວງໜ້າ ດ້ວຍອາວຸດ
ນິວເຄລຍ ເພື່ອຍຸຕິໃນອັນທີ່ພຽງຢາງເອີ້ນວ່າ ແຜນການໂຈມ
ຕີຂອງສະຫະລັດແລະເກົາຫລີໃຕ້ນັ້ນ ອີກຄັ້ງນຶ່ງ ວໍຊິງຕັນ ໄດ້
ຮຽກຮ້ອງໃຫ້ປັກກິ່ງຊ່ອຍຍັບຍັ້ງຄວາມເປັນປໍລະປັກຂອງເກົາ
ຫຼີເໜືອ. ທ່ານ Tom Donilon ທີ່ປຶກສາ ທາງດ້ານຄວາມໝັ້ນ
ຄົງແຫ່ງຊາດຂອງສະຫະລັດ ກ່າວກ່ຽວກັບເລື່ອງນີ້ວ່າ:

ທ່ານ Donilon ເວົ້າວ່າ “ພວກເຮົາເຊື່ອວ່າ ປະເທດໃດກໍຕາມ ຮວມທັງຈີນນໍາ ບໍ່ ຄວນທີ່ຈະເຮັດທຸລະກິດ ແບບປົກກະຕິ ກັບເກົາຫຼີເໜືອ ທີ່ໄດ້ຂົ່ມຂູ່ຕໍ່ບັນດາປະ ເທດເພື່ອນບ້ານຂອງຕົນ. ຜົນປະໂຫຍດຂອງຈີນໃນການມີສະຖຽນລະພາບຢູ່ ໃນແຫລມເກົາຫລີນັ້ນ ແມ່ນໂຕ້ແຍ້ງໃຫ້ມີການເອົາເສັ້ນທາງອັນຈະແຈ້ງເພື່ອຍຸ ຕິໂຄງການອາວຸດ ນິວເຄລຍຂອງເກົາຫຼີເໜືອ.”

ເຖິງແມ່ນວ່າ ຈີນໃຫ້ການສະໜັບສະໜຸນຕໍ່ການລົງໂທດຄັ້ງໃໝ່ຂອງອົງການສະຫະປະ ຊາຊາດຕໍ່ເກົາຫຼີເໜືອ ໃນສັບປະດາແລ້ວນີ້ກໍຈິງ ແຕ່ລັດຖະມົນຕີການຕ່າງປະເທດຈີນ ທ່ານ Yang Jiechi ກ່າວວ່າ ມັນບໍ່ແມ່ນວິທີພື້ນຖານທີ່ຈະແກ້ໄຂວິກິດການ.

ທ່ານ Yang ເວົ້າວ່າ “ທາງດຽວເທົ່ານັ້ນທີ່ຖືກຕ້ອງ ໃນການແກ້ໄຂບັນຫາກໍຄືໃຊ້ ວິທີການແບບຄົບຖ້ວນ ແລະແກ້ໄຂຄວາມວິຕົກກັງວົນ ຂອງທຸກພັກຝ່າຍກ່ຽວ
ຂ້ອງຢ່າງຮອບດ້ານ ແລະ ໃນວິທີແບບກໍ້າເກິ່ງ ໂດຍຜ່ານການສົນທະນາຫາລື ກັນ.”


ແລະເຖິງແມ່ນຈີນໄດ້ໃຫ້ການສະໜັບສະໜຸນຕໍ່ການລົງໂທດກໍຕາມທ່ານ Justin Lo-
gan ນັກວິເຄາະທີ່ສະຖາບັນ Cato ກ່າວວ່າ ປະຊາຄົມນາໆຊາດ ບໍ່ໄດ້ໃຫ້ສິນນໍ້າໃຈ ຫຍັງຫຼາຍແກ່ປັກກິ່ງ ເພື່ອໃຫ້ເອົາມາດຕະການທີ່ໜັກຂຶ້ນກວ່າເກົ່າ.



ທ່ານ Logan ເວົ້າວ່າ “ຂ້າພະເຈົ້າຄິດວ່າ ມີການສະເໜີໃຫ້ສິນນໍ້າໃຈໜ້ອຍຫຼາຍ ຕໍ່ປັກກິ່ງ ເພື່ອໃຫ້ດໍາເນີນການ ໃນອັນທີ່ຈີນເບິ່ງເຫັນວ່າ ເປັນບາດກ້າວທີ່ຫຍຸ້ງ ຍາກແລະມີຄວາມສ່ຽງ ໂດຍການຮັດແໜ້ນການລົງໂທດຕໍ່ເກົາຫຼີເໜືອເພີ້ມຂຶ້ນ ນັ້ນ.”

ທ່ານ Logan ກ່າວວ່າ ການຫຼຸດຜ່ອນການມີໜ້າທາງທະຫານຂອງສະຫລັດ ໃນເກົາຫຼີ ໃຕ້ ອາດຈະຊ່ອຍຜ່ອນຜັນຄວາມກັງວົນໃຈຂອງຈີນ.

ທ່ານ Logan ເວົ້າວ່າ “ເຂົາເຈົ້າມີຄວາມກັງວົນໃຈແທ້ໆ ກ່ຽວກັບໂອກາດທີ່ຈະມີ ການທ້ອນໂຮມແຫຼມເກົາຫຼີເຂົ້າເປັນອັນນຶ່ງອັນດຽວກັນໂດຍຈະມີຄ້າຍທະຫານ ອາເມຣິກັນຢູ່ຕິດຊາຍແດນເຂົາເຈົ້າ. ນັ້ນແມ່ນບັນຫາທາງທະຫານທີ່ຈີນຄິດວ່າ ມີຄວາມສຳຄັນຫຼາຍ.”

ແຕ່ທ່ານນາງ Pek Koon Heng ອາຈານສອນທີ່ມະຫາວິທະຍາໄລອາເມຣິກັນຢູ່ວໍຊິງ ຕັນ ໍກ່າວວ່າ ກອງທັບເກົາຫຼີເໜືອກໍເປັນບັນຫາຢູ່ໃນໂຕສຳລັບຈີນ.

ທ່ານນາງ Heng ເວົ້າວ່າ “ຈີນ ຈຳເປັນຕ້ອງໄດ້ຕົກລົງ ກັບເກົາຫຼີເໜືອ ແລະຈຳ ເປັນຕ້ອງໄດ້ຖອຍຫ່າງຈາກເກົາຫຼີເໜືອໃນວິທີທີ່ມີຄວາມໝາຍຫຼາຍຂຶ້ນ ຍ້ອນ ວ່າຖ້າບໍ່ດັ່ງນັ້ນແລ້ວ ເກົາຫຼີເໜືອກໍຈະເປັນໄພຂົ່ມຂູ່ ຕໍ່ຈີນອີກດ້ວຍ.”

ທ່ານນາງ Heng ກ່າວອີກວ່າ ເກົາຫຼີເໜືອທີ່ທຳນາຍບໍ່ໄດ້ນັບມື້ເພີ້ມຂຶ້ນນັ້ນ ກຳລັງຊຸກ ຍູ້ໃຫ້ຈີນມີຄວາມໃກ້ຊິດຫຼາຍຂຶ້ນກັບສະຫະລັດ ເຖິງແມ່ນວ່າປະເທດທັງສອງ ມີຄວາມ ເຫັນຂັດແຍ້ງກັນກ່ຽວກັບບັນຫາອື່ນໆ ເຊັ່ນເລື່ອງທະເລຈີນໃຕ້.

ທ່ານນາງ Heng ເວົ້າວ່າ “ພວກເຮົາກຳລັງມອງເຫັນ ບາງທີອາດແມ່ນການຖອຍ ຫ່າງອອກຈາກ ການພົວພັນຢ່າງໃກ້ຊິດ ຂອງຈີນ ກັບເກົາຫຼີເໜືອ ດ້ວຍບັນຫາ ຕ່າງໆ ໃນເຂດທະເລຈີນໃຕ້ ຍ້ອນພວກເຂົາເຈົ້າມອງເຫັນ ຜົນປະໂຫຍດແຫ່ງ
ຊາດຂອງພວກເຂົາເຈົ້າ ມອງເຫັນຄວາມໝັ້ນຄົງຂອງພວກເຂົາເຈົ້າ ກຳລັງຕົກ ຢູ່ໃນຄວາມສ່ຽງ ດ້ວຍການກະທຳຂອງເກົາຫຼີເໜືອ ທີ່ພວມດຳເນີນຢູ່ໃນເວລາ
ນີ້.”


ເຈົ້າໜ້າທີ່ສະຫະລັດກ່າວວ່າ ຕົນຈະບໍ່ຢູ່ເສີຍ ໃນຂະນະທີ່ເກົາຫຼີເໜືອ ພວມພັດທະນາ ລູກສອນໄຟຕິດຫົວລະເບີດນິວເຄລຍທີ່ສາມາດແນເປົ້າໝາຍໃສ່ສະຫະລັດຢູ່ນັ້ນ. ລັດ ຖະບານທ່ານໂອບາມາເວົ້າວ່າ ແທນການຢູ່ເສີຍນັ້ນຕົນກໍາລັງຊຸກຍູ້ໃຫ້ພວກຜູ້ນຳຂອງ ເກົາຫຼີເໜືອ ເລືອກເອົາເສັ້ນທາງທີ່ສະຫຼາດສ່ອງໃສກວ່ານັ້ນ ເພື່ອຊ່ອຍພັດທະນາເສດ ຖະກິດແລະລ້ຽງດູປະຊາຊົນຂອງຕົນ ຖ້າພວກເຂົາເຈົ້າ ຫາກນັບຖືຄຳໝັ້ນສັນຍາຂອງ ພວກເຂົາເຈົ້າທີ່ໄດ້ໃຫ້ໄວ້ ແລະເຄົາລົບກົດໝາຍຂອງນາໆຊາດ.
XS
SM
MD
LG