ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫຼີເໜືອ ຮຽກຮ້ອງ ໃຫ້ຍຸບ ກອງບັນຊາການ ສປຊ ໃນ ເກົາຫຼີໃຕ້


ເອກ​ອັກ​ຄະ​ລັດຖະທູດ Sin Son Ho ຂອງເກົາຫຼີເໜືອ ຖິ້ມ​ໂທດ​ໃສ່ສະຫະລັດ ທີ່​ເຮັດ​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ເພີ້ມຂຶ້ນ ຢູ່​ໃນ​ແຫລມ​ເກົາຫລີ .
ເອກ​ອັກ​ຄະ​ລັດຖະທູດ Sin Son Ho ຂອງເກົາຫຼີເໜືອ ຖິ້ມ​ໂທດ​ໃສ່ສະຫະລັດ ທີ່​ເຮັດ​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ເພີ້ມຂຶ້ນ ຢູ່​ໃນ​ແຫລມ​ເກົາຫລີ .
ເອກ​ອັກຄະ​ລັດຖະທູດ ​ເກົາຫລີ​ເໜືອ​ ປະ​ຈໍາ​ອົງການ ສະຫະ​ປະ
ຊາ​ຊາດ ​ໄດ້​ຮຽກຮ້ອງ​ໃຫ້ຍຸບກອງ​ບັນຊາ​ການສະຫະ​ປະຊາ​ຊາດ
​ໃນເກົາຫລີ​ໃຕ້ ​ໂດຍກ່າວ​ຫາສະຫະລັດ​ວ່າ​ ໃຊ້​ກໍາລັງ​ເພື່ອ​ຕຽ​ມ
​ເຮັດ​ສົງຄາມກັບເກົາຫລີ​ເໜືອ.

ຢູ່ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ທີ່​ບໍ່​ຄ່ອຍ​ເຫັນ​ກັນ ​ໃນ​ວັນ​ສຸກ​
ວານ​ນີ້ ​ເອກ​ອັກ​ຄະ​ລັດຖະທູດ Sin Son Ho ​ໄດ້ຖິ້ມ​ໂທດ​ໃສ່ສະ
ຫະລັດ ທີ່​ເຮັດ​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ເພີ້ມຂຶ້ນຢູ່​ໃນ​ແຫລມ​ເກົາ
ຫລີ ​ແລະ​ກ່າວ​ວ່າ ທ່າທາງ​ທີ່​ເປັນ​ປໍ​ລະ​ປັກຂອງວໍ​ຊິງ​ຕັນ​ຕໍ່ພຽງ​
ຢາງ ​ແລະ​ການ​ສືບ​ຕໍ່ຊ້ອມ​ລົບຮ່ວມ​ທາງ​ທະຫານຢູ່​ເກົາຫລີ​ໃຕ້
ນັ້ນອາດ ​ນໍາພາ​ໄປ​ສູ່​ສົງຄາມ​ໃໝ່​ ໄດ້ “ທຸກໆ​ຍາມ.”

ທ່ານ Sin ​ເວົ້າວ່າ ກອງ​ບັນຊາ​ການ​ດັ່ງກ່າວ​ແມ່ນ​ມີ​ລັກສະນະ ແບບ​ສົງຄາມ​ຫຼາຍກວ່າ
ສັນຕິພາບແລະ​ຄວນ​ຈະຖືກ​ຍຸບ​ແລະ​ທ່ານ​ຈະ​ນຳ​ສະ​ເໜີ​ແຜນການຍຸບ​ກອງ​ບັນຊາການ
ນີ້ ຕໍ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ.

​ໂຄສົກ​ກະຊວງ​ຕ່າງປະ​ເທດສະຫະລັດຄົນ​ນຶ່ງ​ກ່າວ​ວ່າ ກອງ​ບັນຊາ​ການ​ຂອງສະຫະ​ປະ
ຊາ​ຊາດ ​ແມ່ນສິ່ງ​ທີ່​ມີ​ມາ​ຢູ່​ໃນເກົາຫລີເປັນ​ເວລາ​ຫລາຍ​ປີ​ແລ້ວ ​ແລະ​ຈະ​ມີ​ຢູ່​ທີ່​ນັ້ນຕໍ່​ໄປ​ອີກ.
XS
SM
MD
LG