ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີເໜືອ ຮ້ອງໂວຍວາຍວ່າ ເກົາຫຼີໃຕ້ ກ່າວຫາວ່າຕົນທຳ ການໂຈມຕີທາງອິນເຕີເນັດ


ຊາຍຄົນນຶ່ງ ກຳລັງຕີ ຄີໂບຣດ ຂອງຄອມພິວເຕີ ໃນພາບສະແດງທີ່ຖ່າຍ ໃນນະຄອນ Warsaw ເມື່ອວັນທີ 28 ກຸມພາ 2013.
ຊາຍຄົນນຶ່ງ ກຳລັງຕີ ຄີໂບຣດ ຂອງຄອມພິວເຕີ ໃນພາບສະແດງທີ່ຖ່າຍ ໃນນະຄອນ Warsaw ເມື່ອວັນທີ 28 ກຸມພາ 2013.

ເກົາຫຼີເໜືອ ປະຕິເສດຕໍ່ການກ່າວຫາ ເມື່ອບໍ່ດົນມານີ້ ໂດຍ
ເກົາຫຼີໃຕ້ ວ່າ ຕົນໄດ້ເລີ້ມການໂຈມຕີທາງໄຊເບີຣ ຫຼື ອິນເຕີເນັດ
ຕໍ່ໂທລະສັບມືຖື ສະຫຼາດ ຫຼາຍໜ່ວຍຂອງບັນດາເຈົ້າໜ້າທີ່ລັດ
ຖະບານ ເມື່ອເດືອນແລ້ວນີ້.

ບົດບັນນາທິການບົດນຶ່ງ ຂອງໜັງສືພິມ Rodong Sinmun
ຂອງທາງການເກົາຫຼີເໜືອ ສະບັບວັນອາທິດມື້ນີ້ ກ່າວວ່າ ການ
ກ່າວອ້າງໂດຍ ພະແນກສືບລັບແຫ່ງຊາດຂອງເກົາຫຼີໃຕ້ ຫຼື NIS
ເມື່ອສັບປະດາແລ້ວນີ້ ແມ່ນ “ການເສກສັນປັ້ນແຕ່ງ” ທີ່ເປັນ
ເປົ້າໝາຍແນໃສ່ ເພື່ອລະດົມການສະໜັບສະໜູນ ໃຫ້ແກ່ ກົດ
ໝາຍຕໍ່ຕ້ານການກໍ່ການຮ້າຍ ສະບັບໃໝ່ ທີ່ມີການໂຕ້ແຍ້ງກັນ
ຊຶ່ງໄດ້ຖືກນຳສະເໜີໄປນັ້ນ.

ພະແນກ NIS ກ່າວວ່າ ພຽງຢາງ ໄດ້ປະຕິບັດການໂຈມຕີ ຕໍ່ພວກໂທລະສັບມືຖື ສະຫຼາດ
ຫຼາຍກວ່າ 12 ໜ່ວຍ ຂອງບັນດາເຈົ້າໜ້າທີ່ເກົາຫຼີໃຕ້ ໃນລະຫວ່າງ ທ້າຍເດືອນກຸມພາ ແລະ
ຕົ້ນເດືອນມີນາ. ອົງການສືບລັບນີ້ ຍັງໄດ້ອ້າງວ່າ ເກົາຫຼີເໜືອພະຍາຍາມລັກເຈາະເຂົ້າໄປ
ໃນບັນຊີອີເມລ ຂອງບັນດາເຈົ້າໜ້າທີ່ລົດໄຟຂອງເກົາຫຼີໃຕ້ ເມື່ອຕົ້ນປີນີ້ ໃນຂະນະທີ່ ເປັນ
ການກະກຽມເພື່ອທີ່ຈະທຳການໂຈມຕີທາງໄຊເບີຣ ຕໍ່ລະບົບການຄວບຄຸມ ການຂົນສົ່ງ
ທາງລົດໄຟຂອງເກົາຫຼີໃຕ້.

XS
SM
MD
LG