ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີເໜືອ ວ່າ ແຫຼມເກົາຫຼີ ເຄັ່ງຕຶງ ຍ້ອນ ເກົາຫຼີໃຕ້ ແລະ ສຫລ (ວີ​ດີ​ໂອ)


ເອກ​ອັກຄະ​ລັດຖະທູດ​ເກົາຫລີ​ເໜືອ ປະ​ຈໍາ​ປະ​ເທດ​ຈີນ ທ່ານ Ji Jae Ryong.
ເອກ​ອັກຄະ​ລັດຖະທູດ​ເກົາຫລີ​ເໜືອ ປະ​ຈໍາ​ປະ​ເທດ​ຈີນ ທ່ານ Ji Jae Ryong.
ເກົາຫລີ​ເໜືອ ​ຖິ້ມໂທດໃສ່ສະຫະລັດແລະ​ເກົາຫລີ​ໃຕ້ ​ໃນ​ຄວາມ
​ເຄັ່ງ​ຕຶງ​ຢູ່​ແຫລ​ມ ​ເກົາ​ຫລີ ​ຊຶ່ງອີກ​ຄັ້ງ​ນຶ່ງ ​ໄດ້ເຕືອນກ່ຽວກັບ​ການ
​ຊ້ອມລົບ​ຮ່ວມທາງ​ທະຫານ ທີ່​ຈະ​ມີ​ຂື້ນໃນໄວໆນີ້.

ທີ່​ກອງ​ປະຊຸມຖະແຫຼງ​ຂ່າວ ​ຊຶ່ງບໍ່​ຄ່ອຍ​ມີ​ມາ​ກ່ອນ ຢູ່ກຸງ​ປັກ​ກິ່ງ
​ໃນ​ວັນ​ພຸດ​ມື້​ນີ້ ​ເອກ​ອັກຄະ​ລັດຖະທູດ​ເກົາຫລີ​ເໜືອປະ​ຈໍາ​
ປະ​ເທດ​ຈີນ ທ່ານ Ji Jae Ryong ​ໄດ້ກ່າວເຖິງ ການຊ້ອມ​ລົບ
ນີ້ວ່າເປັນ “ບາດ​ກ້າວທີ່ເປັນປໍລະປັກ​ທາງ​ທະຫານ.”

ທ່ານ​ Ji Jae Ryong ກ່າວ​ວ່າ: “ກ່ຽວ​ກັບ​ເລື່​ອງ​ນີ້ ອີກ​ຄັ້ງ​ນຶ່ງ
ພວກ​ເຮົາຂໍ​ສະ​ເໜີ ໃຫ້ຍຸຕິໃນທັນ​ທີແລະ​ບໍ່​ມີ​ເງຶ່​ອນ​ໄຂ​ໃດໆ​ທັງສິ້ນການເຄື່ອນໄຫວ​ທາງ​
ທະຫານ​ ແລະ​ເອົາບາດກ້າວທີ່ເປັນປໍລະປັກຕ່າງໆ ​ທີ່​ພົວພັນກັບເພື່ອນຮ່ວມຊາດ​ເກົາ
ຫລີ​ໃຕ້ ໂດຍສົມຮູ້ຮ່ວມຄິດກັບສະຫະລັດ ​ແລະ​ຂໍຮ້ອງ​ໃຫ້ ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້
​ທຳການ​ຕັດສິນໃຈ​ຄັ້ງ​ສໍາຄັນ ຍົກເລີກການຊ້ອມລົບຮ່ວມ Key Resolve Foal Eagle ຊຶ່ງວາງແຜນຈະຈັດຂຶ້ນໃນ​ທ້າຍເດືອນ​ກຸມພາພາຍຂໍ້ອ້າງວ່າເປັນ ເປັນການຊ້ອມລົບ
ປະຈຳປີ ແລະການຊ້ອມລົບເພື່ອຕ້ານຮັບນັ້ນ.”

ກຸງ​ວໍ​ຊິງ​ຕັນ ​ແລະ​ກຸງ​ໂຊ​ລ ກ່າວ​ວ່າ ການ​ຊ້ອມລົບນີ້​ຈະ​ເລີ້ມຂຶ້ນໃນ​ເດືອນ​ໜ້າ ຕາມ​
ແຜນ​ທີ່​ໄດ້​ວາງ​ໄວ້ ​ເຖິງ​ແມ່ນ​ວ່າ​ໄດ້ມີ​ການ​ເຕືອນ​ຊໍ້າ​ແລ້​ວຊໍ້າ​ອີກ​ຈາກພຽງ ຢາງກໍຕາມ.

ທ່ານ Glyn Davies ທູດ​ພິ​ເສດຂອງສະຫະລັດ ຮັບຜິດຊອບເລື່ອງ​ເກົາຫລີ​ເໜືອ ກ່າວ​
ໃນ​ວັນ​ພຸດ​ມື້​ນີ້​ວ່າ ການ​ຊ້ອມລົບນີ້​ ​ແມ່ນ​ເປັນລັກສະນະການຊ້ອມ ລົບໃນທາງປ້ອງ​ກັນ​.

ທ່ານ​ກ່າວ​ວ່າ “​ມັນ​ພົວພັນ​ໂດຍ​ກົງ ກັບຄວາມ​ສາມາດ​ຂອງ​ພວກ​ເຮົາ ​ໃນ​ການ​ຕອບ​ຮັບ
ຕໍ່ເຫດ​ການ​ສຸກເສີນໃດໆກໍຕາມ. ​ແລະ​ພວກ​ເຮົາ​ຈະ​ດໍາ​ເນີນ​ຢູ່​ຕໍ່​ໄປ ​ບົນ​ພື້ນຖານ​ແຫ່ງ
ຄວາມໂປ່ງໃສ ​ເພື່ອ​ປະຕິບັດ​ການຊ້ອມລົບໃນລັກສະນະປ້ອງ​ກັນ ​ເພື່ອໃຫ້​ເຮົາເປັນ​ມີ
ຄວາມ​ພ້ອມ ຖ້າຫາກ​ວ່າ ສິ່ງທີ່​ພະ​ເຈົ້າບໍ່ຕ້ອງການ ຄືເຫດ ການສຸກເສີນໃດໆຫາກ
ເກີດ​ຂື້ນແທ້.”

ທ່ານ Davies ຜູ້​ທີ່​ໄດ້​ພົບປະ​ກັບ​ຄູ​ຕໍາແໜ່​ງຝ່າຍເກົາຫລີ​ໃຕ້ ​ທີ່​ກຸງ​ໂຊລ ກ່າວ​ວ່າ
ສະຫະລັດ ຍັງ​ຊອກ​ຫາ​ຮ່ອງຮອຍ ກ່ຽວກັບວ່າ ​ເກົາຫລີ​ເໜືອ ​ເຕັມ​ໃຈ​ທີ່ຈະ ຍົກ​ເລີກ​
ໂຄງການອາວຸດ​ນິວ​ເຄລຍຂອງ​ຕົນ.


Nokor Tensions
please wait
Embed

No media source currently available

0:00 0:01:16 0:00
XS
SM
MD
LG