ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ຖືກເຊື່ອມໂຍງ ໃສ່ການໂຈມຕີ ທະນາຄານ ແຫ່ງຕ່າງໆ ຂອງໂລກ


ຮູບນີ້ແມ່ນການລາຍງານຂອງເຈົ້າໜ້າທີ່ ໃນຮ້ານຂອງບໍລິສັດ Symantec ໃນລະຫວ່າງ ກອງປະຊຸມ RSA ໃນເມືອງ San Francisco.
ຮູບນີ້ແມ່ນການລາຍງານຂອງເຈົ້າໜ້າທີ່ ໃນຮ້ານຂອງບໍລິສັດ Symantec ໃນລະຫວ່າງ ກອງປະຊຸມ RSA ໃນເມືອງ San Francisco.

ບໍລິສັດຮັກສາຄວາມປອດໄພທາງໄຊເບີ້ Symantec ໄດ້ພົບເຫັນຫຼັກຖານທີ່ວ່າ ເກົາຫຼີ ເໜືອ ແມ່ນຢູ່ເບື້ອງຫຼັງການໂຈມຕີຕໍ່ທະນາຂອງ ເອເຊຍ ຫຼາຍແຫ່ງເມື່ອບໍ່ດົນມານີ້.

ບໍລິສັດ Symantec ໄດ້ກ່າວວ່າ ໂປຣແກຣມ ແມລແວຣ ທີ່ຖືກນຳໃຊ້ເພື່ອລັກເອົາເງິນຈຳ ນວນ 81 ລ້ານໂດລາ ຈາກທະນາຄານກາງຂອງປະເທດ ບັງກລາແດັສ ນັ້ນແມ່ນກ່ຽວພັນ ກັບການໂຈມຕີ ຕໍ່ທະນາຄານ ຢູ່ໃນຟີລິບປິນ ແລະ ຫວຽດນາມ.

ອັນນີ້ ອາດເປັນເທື່ອທຳອິດ ທີ່ປະເທດໜຶ່ງ ໄດ້ນຳໃຊ້ໂປຣແກຣມທີ່ເປັນໄພ ເພື່ອລັກເອົາ ເງິນຈາກປະເທດອື່ນໆ.

ບັນດານັກຄົ້ນຄວ້າດ້ານຄວາມປອດໄພທາງອິນເຕີແນັດ ກ່າວວ່າ ແມລແວຣ ແມ່ນຄ້າຍຄື ອັນທີ່ໄດ້ຖືກນຳໃຊ້ ໃນເຫດການທີ່ຜ່ານມາ ໂດຍກຸ່ມທີ່ຮູ້ຈັກກັນຄື “Lazarus.” ກຸ່ມດັ່ງ ກ່າວໄດ້ມີສ່ວນກ່ຽວພັນກັບການລັກເຈາະຂໍ້ມູນຫຼາຍຄັ້ງ ໂດຍສ່ວນໃຫຍ່ ໄດ້ເພັ່ງເລັງໃສ່ ສະຫະລັດ ແລະ ເກົາຫຼີໃຕ້ ຊຶ່ງທັງສອງປະເທດ ຕົກເປັນເປົ້າໝາຍ ຕັ້ງແຕ່ ປີ 2009 ເປັນ ຕົ້ນມາ. ການລັກເຈາະຂໍ້ມູນດັ່ງກ່າວປະກອບດ້ວຍ ການລັກເຈາະຂໍ້ມູນຂອງບໍລິສັດ Sony Pictures ທີ່ຮ້າຍແຮງ ຊຶ່ງອົງການອົງການ​ສັນຕິ​ບານ​ກາງ ຫຼື FBI ໄດ້ຖິ້ມໂທດໃສ່ ລັດຖະບານ ເກົາຫຼີເໜືອ. ເກົາຫຼີເໜືອ ໄດ້ປະຕິເສດຕໍ່ຂໍ້ກ່າວຫານັ້ນ.

ບໍລິສັດ Symantec ໄດ້ກ່າວວ່າ ທະນາຄານແຫ່ງໜຶ່ງໃນປະເທດ ເອກົວດໍ ຍັງໄດ້ລາຍ ງານວ່າ ໄດ້ສູນເສຍເງິນ ຈຳນວນ 12 ລ້ານໂດລາ ໃຫ້ແກ່ພວກຂີ້ລັກ ທີ່ໃຊ້ວິທີການເຮັດທຸ ລະກິດ ແບບສໍ້ໂກງທີ່ວ່ອງໄວ. ປັດຈຸບັນນີ້ ພວກນັກຄົ້ນຄວ້າຂອງບໍລິສັດ ສັນຍາຈ້າງ BAE System ດ້ານການປ້ອງກັນ ຂອງ ອັງກິດ ສາມາດຢືນຢັນການຄົ້ນພົບນີ້ວ່າ ມີສ່ວນ ກ່ຽວພັນກັບການລັກເອົາເງິນຢູ່ໃນທະນາຄານຂອງ ບັງກລາແດັສ ແທ້ ແລະ ການໂຈມຕີ ທາງໄຊເບີ້ຕໍ່ທະນາຄານຕ່າງໆໃນ ຫວຽດນາມ ແລະ ເອກົວດໍ.

ໃນການໂຈມຕີທັງໝົດ 3 ເທື່ອຕໍ່ພວກທະນະຄານເຫຼົ່ານັ້ນ ພວກລັກເຈາະຂໍ້ມູນ ຫຼື ແຮກເກີ້ ໄດ້ສາມາດເຮັດໃຫ້ການຮັກສາຄວາມປອດໄພ ຂອງອັນທີ່ຮູ້ຈັກກັນຄື ລະບົບສົ່ງຂໍ້ຄວາມ SWIFT ຕົກຢູ່ໃນສະພາບບໍ່ໝັ້ນຄົງ ຊຶ່ງໃນຄັ້ງໜຶ່ງ ຄິດວ່າ ເປັນລະບົບທີ່ມີຄວາມປອດໄພ ສູງທີ່ສຸດຂອງໂລກ ສຳລັບການສົ່ງລາຍການເຮັດທຸລະກິດດ້ານການເງິນທັງຫຼາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG