ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ກ່າວຫາ ເກົາຫຼີເໜືອ ກໍ່ອາຊະຍາກຳ ຕ້ານມະນຸດຊາດ (ວີດີໂອ)


ທ່ານ Michael Kirby ປະທານ ຄະນະກຳມາທິການສືບສວນ ກ່ຽວກັບການລະເມີດສິດທິມະນຸດໃນເກົາຫຼີເໜືອ ຍົກລາຍງານຂອງທ່ານຂຶ້ນໃຫ້ເບິ່ງ ໃນລະຫວ່າງການຖະແຫຼງຂ່າວ ທີ່ ສຳນັກງານອົງການ ສປຊ ຢູ່ນະຄອນເຈນີວາ (17 ກຸມພາ 2014)
ທ່ານ Michael Kirby ປະທານ ຄະນະກຳມາທິການສືບສວນ ກ່ຽວກັບການລະເມີດສິດທິມະນຸດໃນເກົາຫຼີເໜືອ ຍົກລາຍງານຂອງທ່ານຂຶ້ນໃຫ້ເບິ່ງ ໃນລະຫວ່າງການຖະແຫຼງຂ່າວ ທີ່ ສຳນັກງານອົງການ ສປຊ ຢູ່ນະຄອນເຈນີວາ (17 ກຸມພາ 2014)
ລາຍງານສະບັບໃໝ່ຂອງອົງການສະຫະປະຊາຊາດ ໄດ້ກ່າວຫາ
ເກົາຫຼີເໜືອວ່າ ກໍ່ຄວາມໂຫດຮ້າຍຕ່າງໆເຫຼືອທີ່ຈະພັນລະນາໄດ້
ຊຶ່ງຄວາມໂຫດຮ້າຍຫຼາຍຢ່າງແມ່ນເທົ່າກັນກັບເປັນການກໍ່ອາຊະ
ຍາກຳຕ້ານມະນຸດຊາດ. ຄະນະກຳມາທິການສະຫະປະຊາຊາດ
ທີ່ສືບສວນກ່ຽວກັບການລະເມີດສິດທິມະນຸດໃນເກົາຫຼີເໜືອພວມ ຮຽກຮ້ອງໃຫ້ສານອາຍານາໆຊາດສືບສວນສອບສວນເບິ່ງອາຊະ
ຍາກຳເຫຼົ່ານີ້ ແລະນຳເອົາພວກທີ່ຮັບຜິດຊອບ ມາລົງໂທດ. Lisa
Schlein ມີລາຍງານເລື່ອງນີ້ຈາກນະຄອນເຈນີວາດັ່ງໄພສານຈະ
ນຳເອົາລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ລາຍງານທີ່ຍາວ 400 ໜ້າສະບັບນີ້ແມ່ນກວມກວ້າງຢ່າງທີ່ບໍ່ເຄີຍ
ມີມາກ່ອນ ແລະປະກອບດ້ວຍລາຍລະອຽດ ແລະຮູບພາບທີ່ໜ້າຢ້ານກົວກ່ຽວກັບຄວາມ ໂຫດຮ້າຍທີ່ລັດຖະບານເກົາຫຼີເໜືອໄດ້ນຳໃຊ້ກັບປະຊາຊົນຂອງຕົນ. ລາຍງານສະບັບນີ້ ໄດ້ຈົດບັນທຶກກ່ຽວ ກັບການກໍ່ອາຊະຍາກຳໃນຂອບເຂດທີ່ກວ້າງຂວາງ ຕ້ານມະນຸດຊາດ ຮວມທັງການກຳຈັດ ສັງຫານ ໃຊ້ເປັນຂ້າທາດ ທໍລະມານ ຄຸມຂັງ ຂົ່ມຂືນແລະບີບບັງຄັບ ໃຫ້ຮີດລູກອອກ.

ລາຍງານຍັງກ່າວເຖິງ ການກໍ່ຄວາມໂຫດຮ້າຍເຫລືອທີ່ຈະພັນລະນາໄດ້ ຕໍ່ພວກນັກໂທດ ຢູ່ຕາມສູນຄຸມຂັງນັກໂທດການເມືອງແຫ່ງຕ່າງໆ. ທ່ານ Micheal Kirby ປະທານຄະນະ ກຳມາທິການ ທີ່ປະກອບດ້ວຍສະມາຊິກ 3 ຄົນຂອງອົງການສະຫະປະຊາຊາດທີ່ທຳການ ສືບສວນກ່ຽວກັບການລະເມີດສິດທິມະນຸດ ໃນເກົາຫຼີເໜືອ ກ່າວວ່າ ທາງຄະນະກຳມາທິ ການໄດ້ເກັບກຳທ້ອນໂຮມຫຼັກຖານຕ່າງໆ ຢ່າງຫຼວງຫຼາຍ ຈາກພວກພະຍານ ແລະພາບ ຖ່າຍທາງດາວທຽມກ່ຽວກັບຄວາມໂຫດຮ້າຍທີ່ໄດ້ກະທຳຕໍ່ພວກນັກໂທດຢູ່ຕາມສູນຕ່າງໆ ນັ້ນ.

ທ່ານ Kirby ກ່າວວ່າ: “ພວກເຮົາມີຄຳໃຫ້ການ ທີ່ໄດ້ບັນທຶກລົງ ຢູ່ໃນລາຍງານ ທີ່
ບອກໃຫ້ຮູ້ເລື່ອງລາວຕ່າງໆຢູ່ໃນສູນຄຸມຂັງ ກ່ຽວກັບຄວາມອົດຢາກ ໄພອຶດຫິວ ຮ້າຍແຮງ ແລະການນຳໃຊ້ຊັບພະຍາກອນ ທີ່ບໍ່ພຽງພໍ ພວກເດັກທາລົກທີ່ການ ເຕີບໂຕຢຸດຊະງັກລົງ ໃນເວລາເກີດ ແລະຍັງຢຸດຊະງັກ ຢູ່ຕໍ່ມາ ການລັກພາໂຕ ການປະຫານຊີວິດກາງແຈ້ງ ແລະເລື່ອງທີ່ມີຫຼາຍໆຄົນ ໄດ້ຫາຍໂຕໄປ ແບບບໍ່ ຮູ້ຮ່ອງຮອຍຄືຫາຍໂຕໄປຢູ່ໃນສູນຄຸມຂັງ ແລະບໍ່ກໍຫາຍໂຕໄປຍ້ອນຖືກປະຫານ ຊີວິດໃນທີ່ກາງແຈ້ງ ຫຼືຢູ່ບ່ອນປະຫານຊີວິດລັບອື່ນໆ.”


ລາຍງານສະບັບນີ້ກະປະມານວ່າ ເວລານີ້ມີພວກນັກໂທດການເມືອງລະຫວ່າງ 80 ພັນ
ຫາ 120 ພັນຄົນ ພວມຖືກຂັງຢູ່ໃນສູນຄຸມຂັງນັກໂທດການເມືອງໃຫຍ່ໆ 4 ແຫ່ງ. ລາຍ ງານໄດ້ກ່າວຫາທ່ານກິມ-ຈົງ-ອຸນຜູ້ນຳສູງສຸດຂອງເກົາຫຼີເໜືອວ່າປ່ອຍໃຫ້ພວກນັກໂທດ ການເມືອງເຫຼົ່ານີ້ ອົດຫິວໂດຍເຈດຕະນາ ເພື່ອເປັນວິທີຄວບຄຸມ ແລະລົງໂທດເຂົາເຈົ້າ. ລາຍງານກ່າວຕື່ມວ່າ ນອກນັ້ນແລ້ວ ການລ່ວງລະເມີດຢ່າງຮ້າຍແຮງ ຍັງໄດ້ມີຂຶ້ນ ຢູ່ໃນ ລະບົບຄຸກທຳມະດາຂອງເກົາຫຼີເໜືອນຳດ້ວຍ.

UN Commission Accuses North Korea of Crimes Against Humanity
please wait

No media source currently available

0:00 0:02:50 0:00
ລິງໂດຍກົງ


ຄະນະກຳມາທິການດັ່ງກ່າວ ບໍ່ໄດ້ຮັບອະນຸຍາດ ໃຫ້ເດີນທາງເຂົ້າໄປ ໃນເກົາຫລີເໜືອ ດັ່ງນັ້ນຈຶ່ງໄດ້ເປີດຮັບຟັງຄຳໃຫ້ການໂດຍກົງ ຈາກພວກພະຍານປະມານ 80 ຄົນ ທີ່ກຸງ
ໂຊລ ກຸງໂຕກຽວ ກຸງລອນດອນ ແລະກຸງວໍຊິງຕັນ. ນອກນັ້ນພວກເຈົ້າໜ້າທີ່ສືບສວນຍັງ ໄດ້ທຳການສຳພາດແບບປິດລັບກັບພວກເຄາະຮ້າຍແລະພະຍານອື່ນໆອີກ 240 ກວ່າ
ຄົນ.

ຄະນະກຳມາທິການບໍ່ໄດ້ກ່າວຢ່າງເປັນການຈະແຈ້ງວ່າທ່ານກິມ-ຈົງ-ອຸນເປັນຜູ້ຮັບຜິດ
ຊອບ ກ່ຽວກັບການກໍ່ອາຊະຍາກຳຕ້ານມະນຸດຊາດ ຫລືຄວນຈະເປັນຜູ້ຮັບຜິດຊອບໃນ ການກໍ່ຄວາມໜ້າຢ້ານກົວຕໍ່ປະຊາຊົນຂອງທ່ານນັ້ນ. ແຕ່ຄະນະກຳມາທິການກໍໃຫ້ຂໍ້ສັງ ເກດວ່າ ທຸກເສັ້ນອຳນາດແມ່ນຢຸດຢູ່ທີ່ຜູ້ນຳສູງສຸດຂອງປະເທດ.

ທ່ານ Marzuki Darusman ຊຶ່ງເປັນສະມາຊິກຄົນນຶ່ງ ຂອງຄະນະກຳມາທິການ ກ່າວ ເຖິງເກົາຫລີເໜືອວ່າ ເປັນປະເທດຜະເດັດການ ທີ່ທຳການຄວບຄຸມຢ່າງສິ້ນເຊີງຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນຂອງຕົນ.

ທ່ານ Darusman ກ່າວວ່າ “ການຄວບຄຸມຢ່າງສິ້ນເຊີງຕໍ່ສັງຄົມໃນທີ່ນັ້ນ ແມ່ນບໍ່ ປ່ອຍໃຫ້ມີບ່ອນສຳລັບການຄັດຄ້ານ ການປະທ້ວງແລະການເຄື່ອນໄຫວຕໍ່ຕ້ານ ລັດຖະບານໄດ້ເລີຍ.”

ລາຍງານເວົ້າວ່າ ປະຊາຊົນເກົາຫລີເໜືອເກືອບວ່າບໍ່ມີສິດທິເລີຍ ທີ່ຈະຊົມໃຊ້ເສລີພາບ ໃນດ້ານຄວາມນຶກຄິດ ຈິດສຳນຶກ ແລະ ສາສະໜາ. ບໍ່ມີສິດເສລີພາບ ໃນການສະແດງ ຄວາມຄິດຄວາມເຫັນ ສິດເສລີພາບໃນດ້ານຂໍ້ມູນຂ່າວສານ ແລະການຄົບຄ້າສະມາຄົມ ຢູ່ໃນເກົາຫຼີເໜືອ. ລາຍງານໃຫ້ຂໍ້ສັງເກດວ່າ ມີການນຳໃຊ້ການຕິດຕາມສອດແນມ ການ ຂູ່ເຂັນບັງຄັບ ການສ້າງຄວາມຢ້ານກົວ ແລະການລົງໂທດ ເພື່ອຂົ່ມຂູ່ປະຊາຊົນ ໃຫ້ເຊື່ອ
ຟັງ.

ຄະນະກຳມາທິການດັ່ງກ່າວ ຂອງສະຫະປະຊາຊາດ ໄດ້ສົ່ງຈົດໝາຍສະບັບນຶ່ງ ໄປຫາ ທ່ານກິມ-ຈົງ-ອຸນ ເພື່ອແຈ້ງໃຫ້ຊາບວ່າ ຕົນຈະສົ່ງລາຍງານ ກ່ຽວກັບສະຖານະການໃນ ເກົາຫຼີເໜືອ ໄປໃຫ້ສານອາຍານາໆຊາດ. ຈົດໝາຍສະບັບນີ້ເວົ້າວ່າ ທາງຄະນະກຳມາ ທິການຈະນຳສະເໜີບັນຊີລາຍຊື່ຜູ້ທີ່ອາດຮັບຜິດຊອບກ່ຽວກັບການກໍ່ອາຊະຍາກຳຕ້ານ ມະນຸດຊາດດັ່ງກ່າວ ຊຶ່ງເປັນໄປໄດ້ວ່າອາດຈະຮວມທັງຜູ້ນຳສູງສຸດຂອງເກົາຫຼີເໜືອນັ້ນ
ນໍາ.

ທ່ານກິມ-ຈົງ-ອຸນ ຍັງບໍ່ທັນຕອບຈົດໝາຍສະບັບນີ້ເທື່ອ. ແຕ່ແນວໃດກໍຕາມ ຄະນະກຳ
ມາທິການເວົ້າວ່າ ລັດຖະບານເກົາຫຼີເໜືອອ້າງວ່າຄຳໃຫ້ການຂອງພວກພະຍານເຫຼົ່ານີ້ ແມ່ນບໍ່ມີມູນຄວາມຈິງ ແລະໃຫ້ໂດຍ ພວກທີ່ລັດຖະບານເກົາຫລີເໜືອ ເອີ້ນວ່າ ຄົນຊົ່ວ ຊ້ານັ້ນ.

ເບິ່ງວີດີໂອກ່ຽວຂ້ອງ:

UN Nokor China
please wait
Embed

No media source currently available

0:00 0:02:37 0:00
XS
SM
MD
LG