ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ເລັ່ງການທົດລອງ ນິວເຄລຍ ຫຼັງຈາກຖືກ ວາງມາດຕະການ ລົງໂທດໃສ່


ກອງປະຊຸມຄະນະກຳມະການສູນກາງພັກ ຖືກຈັດຂຶ້ນເພື່ອສະ
ເຫຼີມສະຫຼອງວັນຄົບຮອບ 104 ປີ ຂອງຜູ້ນຳ ເກົາຫຼີເໜືອ ທ່ານ Kim Il Sung ໃນຮູບທີ່ບໍ່ລະບຸວັນທີ ເປີດເຜີຍໂດຍອົງການ ສູນກາງຂ່າວຂອງ ເກົາຫຼີເໜືອ. (KCNA), 14 ເມສາ, 2016.
ກອງປະຊຸມຄະນະກຳມະການສູນກາງພັກ ຖືກຈັດຂຶ້ນເພື່ອສະ ເຫຼີມສະຫຼອງວັນຄົບຮອບ 104 ປີ ຂອງຜູ້ນຳ ເກົາຫຼີເໜືອ ທ່ານ Kim Il Sung ໃນຮູບທີ່ບໍ່ລະບຸວັນທີ ເປີດເຜີຍໂດຍອົງການ ສູນກາງຂ່າວຂອງ ເກົາຫຼີເໜືອ. (KCNA), 14 ເມສາ, 2016.

ຖ້າຈະເວົ້າແຕ່ພຽງສັ້ນໆ, ກໍຈະເວົ້າໄດ້ວ່າ ເບິ່ງຄືວ່າໂລກນີ້ບໍ່ມີຫຍັງຫຼາຍທີ່ເຮັດໄດ້ເພື່ອຢຸດ ຢັ້ງ ເກົາຫຼີເໜືອ ບໍ່ໃຫ້ດຳເນີນການທົດລອງນິວເຄລຍຄັ້ງທີ 5 ໃນອະນາຄົດອັນໃກ້ນີ້.

ໃນວັນຈັນມື້ນີ້ ກະຊວງປ້ອງກັນປະເທດ ເກົາຫຼີໃຕ້ ໄດ້ກ່າວວ່າ ນະຄອນຫຼວງ ວໍຊິງຕັນ ແລະ ໂຊລ ກຳລັງຕິດຕາມກິດຈະກຳຕ່າງໆທີ່ເພີ່ມຂຶ້ນ ໃນສະຖານທີ່ທົດລອງນິວເຄລຍ Punggye-ri ທີ່ເບິ່ງຄືວ່າ ຈະບົ່ງບອກເຖິງການກະກຽມສຳລັບການທົດລອງນິວເຄລຍອີກ ຄັ້ງໜຶ່ງ.

ທ່ານ Moon Sang-kyun ໂຄສົກກະຊວງປ້ອງກັນປະເທດ ເກົາຫຼີໃຕ້ ກ່າວວ່າ “ຂ້າພະ ເຈົ້າບໍ່ສາມາດບອກລາຍລະອຽດໃຫ້ທ່ານຮູ້ໄດ້, ແຕ່ຂ້າພະເຈົ້າສາມາດບອກພວກທ່ານ ໄດ້ວ່າ ເກົາຫຼີເໜືອ ມີຄວາມສາມາດທີ່ຈະດຳເນີນການທົດລອງນິວເຄລຍ ຄັ້ງທີ 5 ຂອງ ພວກເຂົາໄດ້ທຸກເມື່ອ.”

ລັດຖະບານຂອງທ່ານ Kim Jong Un ໄດ້ສະແດງການຕອບໂຕ້ຢ່າງທ້າທາຍ ຫຼັງຈາກ ສະ ພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໄດ້ຕັ້ງມາດຕະການລົງໂທດໃໝ່ທີ່ໜັກ ຂຶ້ນກວ່າເກົ່າຕໍ່ ເກົາຫຼີເໜືອ ໃນເດືອນມີນາທີ່ຜ່ານມາ ສຳລັບການທົດລອງລະເບີດ ນິວ ເຄລຍ ຄັ້ງທີ 4 ຂອງພວກເຂົາໃນເດືອນມັງກອນ, ຕາມມາດ້ວຍການຍິງຈະຫຼວດໄລຍະ ໄກໃນ ເດືອນກຸມພາ.

ໃນວັນຈັນມື້ນີ້ ທ່ານນາງ Park Guen-hye ໄດ້ຮຽກຮ້ອງໃຫ້ທະຫານ ເກົາຫຼີເໜືອ ມີ ຄວາມຕື່ນຕົວສູງ ໃນກໍລະນີທີ່ກິດຈະກຳທາງທະຫານໃນ ເກົາຫຼີເໜືອ ອາດນຳໄປສູ່ການ ໂຈມຕີບາງຢ່າງຕໍ່ ເກົາຫຼີໃຕ້.

ທ່ານນາງ Park ກ່າວວ່າ “ມັນບໍ່ເປັນທີ່ແນ່ນອນວ່າ ເກົາຫຼີເໜືອ ຈະທຳການເກາະຜິດ ແບບໃດ, ເພື່ອຫຼີກລ້ຽງຄວາມໂດດດ່ຽວ ແລະ ຂະຫຍາຍຄວາມສາມັກຄີໃນລະບອບ ການປົກຄອງຂອງພວກເຂົາ.”

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

North Korea Nuclear
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG