ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫລີເໜືອເຜີຍໂສມຜູ້ນໍາ ຄົນຕໍ່ໄປ


ທ້າວກິມຈົງອຸນ ຜູ້ນໍາຄົນຕໍ່ໄປ ຂອງເກົາຫຼີເໜືອ
ທ້າວກິມຈົງອຸນ ຜູ້ນໍາຄົນຕໍ່ໄປ ຂອງເກົາຫຼີເໜືອ

ເກົາຫຼີເໜືອໄດ້ນຳອອກເຜີຍແຜ່ຮູບພາບຂອງທ້າວກິມຈົງ
ອຸນ ລູກຊາຍຫຼ້າແລະຜູ້ທີ່ປາກົດວ່າເປັນທາຍາດທາງການ
ເມືອງຂອງທ່ານກິມຈົງອິລ ຜູ້ນຳຂອງເກົາຫຼີເໜືອ.

ຮູບພາບດັ່ງກ່າວ ໄດ້ຖືກນຳອອກເຜີຍແຜ່ໂດຍສື່ມວນຊົນ
ຂອງທາງການເກົາຫຼີເໜືອ. ອົງການຂ່າວຢອນຮັບຂອງ
ເກົາຫຼີໃຕ້ລະບຸວ່າ ຜູ້ຊາຍຜົມສີດຳທີ່​ໃສ່ຊຸດສີຄໍ້ານັ້ນ ຄື
ທ້າວກິມຈົງອຸນ. ລາວນັ່ງຢູ່ແຖວໜ້າໃນກຸ່ມພວກຜູ້ນຳ
ຂອງພັກກຳມະກອນ ຊຶ່ງເປັນພັກລັດຖະບານຂອງເກົາ
ຫຼີເໜືອ ຮວມທັງບິດາຂອງລາວນຳດ້ວຍ.

ນີ້ແມ່ນຮູບພາບທີ່ໄດ້ນຳອອກເຜີຍແຜ່ຢ່າງເປັນທາງການ ເທື່ອທຳອິດຂອງທ້າວກິມຈົງອຸນ ທີ່ໄດ້ຖືກແຕ່ງຕັ້ງໃຫ້ເປັນ ກຳມະການສູນກາງພັກກຳມະກອນໃນກອງປະຊຸມອາທິດນີ້.
ນອກນັ້ນແລ້ວ ລາວຍັງໄດ້ຖືກແຕ່ງຕັ້ງໃຫ້ ເປັນຮອງ ປະທານຄະນະກຳມາທິການກາງ ກອງທັບ ທີ່ມີອິດທິພົນຂອງເກົາຫຼີເໜືອ ແລະເປັນນາຍພົນ 4 ດາວນຳດ້ວຍ.

XS
SM
MD
LG