ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານໂອບາມາ ກ່າວໂຈມຕີທ່ານ Trump ວ່າ ລາວເປັນໂຣກ ຢ້ານຄົນຕ່າງປະເທດ


ປະທານາທິບໍດີິ ສະຫະລັດ ທ່ານບາຣັກ ໂອບາມາ (ຂວາ) ຍ່າງກັບ ນາຍົກລັດຖະມົນຕີ ການາດາ ທ່ານ Justin Trudeau (ກາງ) ແລະ ປະທານາທິບໍດີ ເມັກຊິໂກ ທ່ານ Enrique Pena Nieto ທີ່ສະພາແຫ່ງຊາດ ການາດາ ໃນນະຄອນຫຼວງ Ottawa, ປະເທດ ການາດາ. 29 ມິຖຸນາ, 2016.
ປະທານາທິບໍດີິ ສະຫະລັດ ທ່ານບາຣັກ ໂອບາມາ (ຂວາ) ຍ່າງກັບ ນາຍົກລັດຖະມົນຕີ ການາດາ ທ່ານ Justin Trudeau (ກາງ) ແລະ ປະທານາທິບໍດີ ເມັກຊິໂກ ທ່ານ Enrique Pena Nieto ທີ່ສະພາແຫ່ງຊາດ ການາດາ ໃນນະຄອນຫຼວງ Ottawa, ປະເທດ ການາດາ. 29 ມິຖຸນາ, 2016.

ບັນດາຜູ້ນຳຈາກ ສະຫະລັດ, ການາດາ ແລະ ເມັກຊິໂກ ໄດ້ປະຕິເສດຕໍ່ຄື້ນ ຂອງລັດທິຄຸ້ມ​ຄອງ​ອຸດສາຫະກຳ​ພາຍ​ໃນ​ປະ​ເທດ ​ໂດຍຕັ້ງອັດຕາພາສີການຄ້າສູງ ແລະຕໍ່ຕ້ານໂລກາພິວັດ ຢ່າງຮຸນແຮງໃນວັນພຸດວານນີ້ ທີ່ກອງປະຊຸມສຸດຍອດ ຂອງບັນດາຜູ້ນຳປະເທດ ອາເມຣິກາເໜືອ ທີ່ນະຄອນຫຼວງ Ottawa.

ປະທານາທິບໍດີິສະຫະລັດ ທ່ານ ບາຣັກ ໂອບາມາ, ນາຍົກລັດຖະມົນຕີ ການາ ດາ ທ່ານ Justin Trudeau ແລະ ປະທານາທິບໍດີ ເມັກຊິໂກ ທ່ານ Enrique Pena Nieto ໄດ້ ສະແດງຄວາມຊົມເຊີຍ ຕໍ່ຜົນປະໂຫຍດຂອງຂໍ້ຕົກລົງການ ຄ້າເສລີ ອາເມຣິກາເໜືອ ຫຼື NAFTA ທີ່ມີອາຍຸ 22 ປີ, ໃນເວລາທີ່ຂໍ້ຕົກລົງ ການ​ຄ້າລະຫວ່າງປະເທດຫຼາຍສະບັບ ໄດ້ ຖືກໂຈມຕີໃນ ສະຫະລັດ ແລະ ຢູໂຣບ. ຮວມກັນ​ແລ້ວ, ທັງສາມປະເທດ​ແມ່ນ​ປະກອບ​ເປັນເກືອບ 27 ເປີເຊັນ ຂອງຜົນຜະລິດເສດຖະກິດໂລກ.

ນາຍົກລັດຖະມົນຕີ ການາດາ ທ່ານ Trudeau ໄດ້ກ່າວວ່າ ການປະຊຸມແມ່ນບໍ່​ຢາກ​ຄ່ອຍ​ລາບ​ລື່ນ​ປານ​ໃດ ກ່ອນໜ້າ​ໃນສິ່ງທີ່ທ່ານກ່າວວ່າ “ຢູ່ໃນລະຫວ່າງການ​ໄປບຳນານ” ຂອງ ທ່ານ ໂອບາມາ. ທັງສາມທ່ານ ໄດ້ປະກາດສາຍພົວພັນອັນ ໃກ້ຊິດ ແລະ ຄວາມເຄົາລົບນັບຖືຢ່າງສູງຕໍ່ກັນແລະກັນ, ເຮັດໃຫ້ສື່ມວນຊົນ ບາງແຫ່ງຕັ້ງຊື່ຫຼິ້ນຢອກວ່າ ເພື່ອນສາມສະຫາຍ ຫຼື “Three amigos.”

ທີ່ກອງປະຊຸມຖະແຫຼງຂ່າວ 3 ຝ່າຍໃນນະຄອນຫຼວງ Ottawa ບັນດາຜູ້ນຳໄດ້ ຖືກຖາມວ່າ ພວກເພິ່ນມີຄວາມເປັນຫ່ວງຕໍ່ການໃຊ້ສຳນວນໃນການໂຄສະນາ ຫາສຽງ ກ່ຽວກັບ ການຕໍ່ ຕ້ານຜູ້ຍົກຍ້າຍຖິ່ນຖານ, ລະບົບຄຸ້ມຄອງອຸດສາ ຫະກຳພາຍໃນປະເທດ ແລະ ຜູ້ນັບຖື ການຢູ່ໂດດດ່ຽວ ຂອງຜູ້ທີ່ເບິ່ງຄືວ່າຈະ ຖືກສະເໜີຊື່​ເຂົ້າແຂ່ງຂັນເອົາຕຳແໜ່ງປະທານາ ທິບໍດີ ສະຫະລັດ ຈາກພັກ ຣີພັບບລີກັນ ທ່ານ Donald Trump ຫຼືບໍ່. ບັນດາຜູ້ນຳຈາກ ການາດາ ແລະ ເມັກຊິໂກ ກ່າວວ່າ ພວກເພິ່ນຈະນັບຖື​ໃນເຈຕະນາຂອງປະຊາຊົນ ອາເມ ຣິກັນ ແລະ ເຮັດວຽກຮ່ວມກັບໃຜກໍຕາມ ທີ່ຖືກເລືອກໃຫ້ເປັນປະທານາທິບໍດີ, ແຕ່ ພວກເພິ່ນໄດ້ກ່າວຢ່າງຈະແຈ້ງວ່າ ພວກເພິ່ນສະໜັບສະໜູນການຄ້າເສລີ ແລະ ການຮ່ວມ​ມື​ແບບ​ເພື່ອນ​ມິດ. ປະທານາທິບໍດີ ເມັກຊິໂກ ທ່ານ Pena Nieto ໄດ້ກ່າວວ່າ ນັກການ ເມືອງບາງຄົນຊອກຫາການແກ້ໄຂບັນຫາທີ່ງ່າຍ, ຫັນສູ່ປະ ຊານິຍົມ, ລັດທິຄຸ້ມ​ຄອງ​ອຸດສາ ຫະກຳ​ພາຍ​ໃນ​ປະ​ເທດ​ໂດຍຕັ້ງອັດຕາພາສີ ການຄ້າສູງ ແລະ ລັດທິໂດດດ່ຽວ, ບໍ່ເຫັນ ຄຸນຄ່າຂອງທຸກໆຜົນປະໂຫຍດທາງ ດ້ານ ເສດຖະກິດທີ່ພວກເຂົ້າເຈົ້າສາມາດເຮັດໃຫ້ ມັນຫຼຸດມືໄປໄດ້.

ປະທານາທິບໍດີ ໂອບາມາ ໄດ້ເຫັນດີກັບທ່ານ Trudeau ແລະ ທ່ານ Pena Nieto ວ່າທັດສະນະຄະຕິຂອງການ “ຍົກຂົວຂຶ້ນ” ຈະເປັນສິ່ງບໍ່ດີສຳລັບເສດ ຖະກິດໂລກທີ່ເຊື່ອມຕໍ່ ລະຫວ່າງກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US, Canada, Mexico to Deepen Cooperation on Economy, Security, Environment
please wait

No media source currently available

0:00 0:02:15 0:00

XS
SM
MD
LG