ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານຄາຣ໌ເຕີເດີນທາງໄປຮອດ ເກົາຫຼີເໜືອ


ອະດີດປະທານາທິບໍດີສະຫະລັດ ທ່ານຈິມມີ ຄາຣ໌ເຕີ ໄດ້ເດີນທາງໄປເຖິງເກົາຫຼີເໜືອແລ້ວ ເພື່ອຊອກຫາຊ່ອງ ທາງ ໃຫ້ມີການປ່ອຍ ພົນລະເມືອງອະເມຣິກັນຄົນນຶ່ງ ທີ່ຖືກຄຸມຂັງຢູ່ເກົາຫຼີເໜືອ ມາແຕ່ເດືອນມັງກອນຕົ້ນປີນີ້.

ອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ ແຈ້ງວ່າ ທ່ານຄາຣ໌ເຕີ ໄດ້ເດີນທາງໄປຮອດ ໃນວັນພຸດມື້ນີ້. ທ່ານ ໄດ້ຖືກຕ້ອນຮັບ ທີ່ສະໜາມບິນ ນະຄອນຫຼວງພຽງຢາງ ໂດຍທ່ານ Kim Kye Gwan ທູດພິເສດ ໃນດ້ານນິວ ເຄລຍຂອງເກົາຫຼີເໜືອ.

ພວກເຈົ້າໜ້າທີ່ສະຫະລັດ ໄດ້ແຈ້ງໃຫ້ອົງການຂ່າວຕ່າງໆ ຊາບ ໃນຕົ້ນອາທິດນີ້ວ່າ ທ່ານຄາຣ໌ເຕີ ອະດີດປະທານາ ທິບໍດີ ໄວ 85 ປີ ຂອງສະຫະລັດ ທີ່ເຄີຍໄດ້ຮັບລາງວັນ ໂນແບລ ຂະແໜງສັນຕິພາບ ມາແລ້ວນັ້ນ ໄດ້ເດີນທາງ ແບບ​ເປັນ​ການສ່ວນໂຕ ໄປຍັງເກົາຫລີເໜືອ ເພື່ອຊອກ ຫາຊ່ອງທາງ ໃຫ້ ມີການປ່ອຍນາຍ Aijalon Mahli Gomes ອາຍຸ 30 ປີ ທີ່ຖືກຈັບ ເວລາຜູ້ກ່ຽວຂ້າມຊາຍແດນຈາກຈີນ ເຂົ້າໄປໃນເກົາຫຼີເໜືອ. ໃນເວລາຕໍ່ມາ ລາວໄດ້ຖືກ ຕັດສິນໂທດຈຳຄຸກເປັນເວລາ 8 ປີ ຍ້ອນໄດ້ຂ້າມຊາຍແດນ ແບບຜິດກົດໝາຍ ເຂົ້າໄປ ໃນເກົາຫຼີເໜືອ ແລະປັບໃໝອີກ 700,000 ໂດລາ.

ໃນ​ເດືອນ​ແລ້ວ​ນີ້ ອົງການຂ່າວຂອງທາງການເກົາຫຼີເໜືອ ລາຍງານວ່າ ນາຍ Gomes ໄດ້ພະຍາຍາມ ຂ້າໂຕຕາຍມາແລ້ວ.

XS
SM
MD
LG