ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ກ່າວຫາ ສຫລ ວ່າ ໂຈມຕີ ເວັບໄຊ ຂອງຕົນ


ທີ່ກອງບັນຊາການ ກຳກັບນຳການຊ້ອມລົບ ສະແດງໃຫ້ເຫັນວ່າ ທະຫານອາເມຣິກັນ ແລະເກົາຫຼີໃຕ້ພວມເຮັດວຽກຮ່ວມກັນ ຢູ່ທີ່ຄ້າຍທະຫານສະຫະລັດແຫ່ງນຶ່ງ ໃນກຸງໂຊລ (15 ມີນາ 2013)
ທີ່ກອງບັນຊາການ ກຳກັບນຳການຊ້ອມລົບ ສະແດງໃຫ້ເຫັນວ່າ ທະຫານອາເມຣິກັນ ແລະເກົາຫຼີໃຕ້ພວມເຮັດວຽກຮ່ວມກັນ ຢູ່ທີ່ຄ້າຍທະຫານສະຫະລັດແຫ່ງນຶ່ງ ໃນກຸງໂຊລ (15 ມີນາ 2013)
ເກົາຫຼີເໜືອກ່າວຫາສະຫະລັດວ່າເລີ້ມທຳການໂຈມຕີທາງອິນເຕີ
ແນັດຕໍ່ຕົນຫຼັງຈາກເວັບໄຊຫຼາຍໆແຫ່ງທີ່ລັດເປັນຜູ້ຄວບຄຸມຂອງ
ພຽງຢາງໄດ້ປະສົບບັນຫາ ໃນອາທິດນີ້.

ໃນວັນສຸກມື້ນີ້ ອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ
ໄດ້ຖິ້ມໂທດໃສ່ສະຫະລັດແລະປະເທດພັນທະມິດ ໃນອັນທີ່ພຽງ
ຢາງເອີ້ນວ່າ ການໂຈມຕີດ້ວຍໄວຣັສຢ່າງຂຸ້ນຂ້ຽວແລະບໍ່ລົດລະ ໃນຮອບຫຼາຍໆມື້ຜ່ານມານີ້.

ພວກໃຊ້ອິນເຕີແນັດເວົ້າວ່າ ເວັບໄຊຫຼາຍໆແຫ່ງ ທີ່ລັດຖະບານ ເປັນຄວບຄຸມ ຮວມທັງເວັບໄຊ ຂອງອົງການຂ່າວສູນກາງຂອງ
ເກົາຫຼີເໜືອ ແມ່ນເຂົ້າຫາບໍ່ໄດ້ ເປັນເວລາຂ້ອນຂ້າງດົນ ໃນອາ
ທິດນີ້. ສະຫະລັດບໍ່ໄດ້ໃຫ້ຄຳຕອບໃດໆຕໍ່ການກ່າວຫາຂອງເກົາ
ຫຼີເໜືອ.

ລາຍງານຂອງເກົາຫຼີເໜືອບໍ່ໄດ້ໃຫ້ລາຍລະອຽດຫຍັງຫຼາຍ ແຕ່ກໍ
ພະຍາຍາມ ທີ່ຈະນຳເອົາການກ່າວຫາ ກ່ຽວກັບການໂຈມຕີທາງ
ອິນເຕີແນັດທີ່ວ່ານີ້ ໄປພົວພັນໃສ່ກັບການຊ້ອມລົບຮ່ວມທາງຄອມພິວເຕີ້ລະຫວ່າງສະຫະ ລັດກັບເກົາຫຼີໃຕ້ເພື່ອຮັບມືກັບສົງຄາມຈຳລອງ ທີ່ເລີ້ມຂຶ້ນໃນຕົ້ນອາທິດນີ້.

ໃນອາທິດແລ້ວ ເກົາຫຼີເໜືອໄດ້ຂົ່ມຂູ່ວ່າ ຈະທຳການໂຈມຕີດ້ວຍອາວຸດນິວເຄລຍໂດຍບໍ່ມີ
ການເຕືອນລ່ວງໜ້າຕໍ່ສະຫະລັດຖ້າວໍຊິງຕັນຫາກຍັງດຳເນີນການຕໍ່ໄປກ່ຽວກັບການຊ້ອມ ລົມຮ່ວມປະຈຳປີ ຊຶ່ງໄດ້ມີຂຶ້ນຕາມປົກກະຕິໃນມື້ວັນຈັນແລ້ວນີ້.
XS
SM
MD
LG