ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊ່ຽວຊານສະຫະລັດ ຕິດຕາມເບິ່ງ ການທົດລອງ ນິວເຄລຍ ຂອງເກົາຫຼີເໜືອ (ວີດີໂອ)


ພວກນັກຊ່ຽວຊານ ຕິດຕາມເບິ່ງການທົດລອງ ອາວຸດນິວເຄລຍ ຂອງເກົາຫຼີເໜືອ
ພວກນັກຊ່ຽວຊານ ຕິດຕາມເບິ່ງການທົດລອງ ອາວຸດນິວເຄລຍ ຂອງເກົາຫຼີເໜືອ
ໃນເດືອນນີ້ ເກົາຫຼີເໜືອໄດ້ທົດລອງອາວຸດນິວເຄລຍຄັ້ງທີສາມ ໃນຮອບທົດສະວັດຜ່ານມາແລະກໍຄືກັນກັບໃນຄັ້ງກ່ອນໆ ການ ທົດລອງຄັ້ງນີ້ ໄດ້ສັ່ນສະເທືອນພື້ນດິນ ຂະໜາດທີ່ສາມາດຮູ້ສຶກ
ໄດ້ ຢູ່ໃນທົ່ວໂລກ. ເວລານີ້ ພວກນັກວິທະຍາສາດ ທີ່ຊ່ຽວຊານ
ດ້ານແຜ່ນດິນໄຫວ ພວມວິເຄາະ ເບິ່ງຜົນກະທົບ ຈາກການທົດ
ລອງດັ່ງກ່າວນີ້. Bernard Shusman ຜູ້ສື່ຂ່າວວີໂອເອ ມີລາຍ
ງານກ່ຽວກັບເລື່ອງນີ້ ຈາກ Palisades ໃນລັດນິວຢອກ ດັ່ງໄພ
ສານຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເປັນເວລາເກືອບ 70 ປີມາແລ້ວນັບແຕ່ໂລກມະນຸດເຮົາໄດ້ກ້າວ
ເຂົ້າສູ່ຍຸກປະລະມານູ. ສະຫະລັດ ໄດ້ຖິ້ມລະເບີດດັ່ງກ່າວ ໃສ່
ເມືອງ Hiroshima ແລະ Nagasaki ຂອງຍີ່ປຸ່ນ ຊຶ່ງເຮັດໃຫ້ສົງ
ຄາມໂລກຄັ້ງທີ 2 ສິ້ນສຸດລົງ. ແລະເຫດການດັ່ງກ່າວ ໄດ້ເປີດໃຫ້ເກີດມີການແຂ່ງຂັນຂອງ
ນາໆຊາດເພື່ອຄອງຄວາມເປັນເຈົ້າໃນດ້ານນິວເຄຼຍເຖິງແມ່ນຄວາມຊົງຈຳກ່ຽວກັບຄວາມ ຫາຍະນະຈາກການທຳລາຍລ້າງຂອງລະເບີດນີ້ ຍັງບໍ່ໄດ້ຈາງຫາຍໄປເທື່ອກໍຕາມ.

ໃນທຸກມື້ນີ້ ມີຢູ່ 8 ປະເທດທີ່ຖືວ່າ ຕົນເປັນປະເທດທີ່ມີອາວຸດນິວເຄລຍ. ສ່ວນປະເທດທີ 9 ຄືອິສຣາແອລແມ່ນບໍ່ໄດ້ໃຫ້ການຢືນຢັນຫຼືປະຕິເສດກ່ຽວກັບວ່າຕົນມີອາວຸດຊະນິດນີ້ຫຼືບໍ່? ປະເທດໃໝ່ທີ່ສຸດ ທີ່ເຂົ້າມາຢູ່ໃນຖັ້ນແຖວຫວ່າງບໍ່ດົນມານີ້ ກໍໄດ້ແກ່ເກົາຫຼີເໜືອ ຊຶ່ງໄດ້ທຳ ການທົດລອງອາວຸດນິວເຄລຍໃຕ້ດິນຄັ້ງທີ 3 ເມື່ອວັນທີ 12 ກຸມພາຜ່ານມານີ້.

ພວກນັກຊ່ຽວຊານດ້ານແຜ່ນດິນໄຫວຢູ່ໃນທົ່ວໂລກໄດ້ເຫັນຈໍໂທລະພາບຕິດຕາມເບິ່ງສັນ ຍານແຜ່ນດິນໄຫວ ຂອງພວກເຂົາເຈົ້າຮຸ່ງແຈ້ງຂຶ້ນເກືອບວ່າໃນທັນທີ ເວລາການທົດລອງ
ນິວເຄລຍຂອງເກົາຫຼີເໜືອເກີດຂຶ້ນ. ທ່ານ Won Young Kim ແລະທ່ານ Paul Richards ໄດ້ພາກັນຕິດຕາມເບິ່ງການທົດລອງຂອງພຽງຢາງ ທັງສາມຄັ້ງ.

ທ່ານ Won Young Kim ເວົ້າວ່າ “ການທົດລອງເທື່ອທີນຶ່ງ ແມ່ນມີຄວາມແຮງ 4.3 ເທື່ອທີສອງແມ່ນ 4.7 ແລະເທື່ອນີ້ແມ່ນ 5.1 ເວລາໃດທີ່ມີຄວາມແຮງກາຍ 5 ຂຶ້ນ ໄປ ກໍມີໂອກາດດີຂຶ້ນທີ່ວ່າ ສະຖານີແທກແຜ່ນດິນໄຫວແຫ່ງຕ່າງໆຢູ່ໃນທົ່ວໂລກ ຈະສາມາດບັນທຶກໄດ້.”

ເກົາຫຼີເໜືອແມ່ນປະເທດດຽວທໍ່ນັ້ນ ທີ່ໄດ້ທຳການທົດລອງອາວຸດນິວເຄລຍໃນສັດຕະວັດ ທີ 21 ນີ້. ມີການເຜີຍແຜ່ພາບວີດິໂອທີ່ສະແດງໃຫ້ເຫັນວ່າ ພວກນັກວິສະວະກອນເກົາຫຼີ ເໜືອ ພວມເຮັດວຽກ ຢູ່ໃນຫ້ອງແລັບນິວເຄລຍແຫ່ງນຶ່ງ. ອີງຕາມພວກນັກຊ່ຽວຊານດ້ານ ແຜ່ນດິນໄຫວແລ້ວ ການທົດລອງເທື່ອຫຼ້າສຸດຂອງເກົາຫຼີເໜືອ ແມ່ນຍັງນ້ອຍກວ່າອາວຸດ ນິວເຄລຍ ທີ່ຖິ້ມລົງໃສ່ປະເທດຍີ່ປຸ່ນ ໃນປີ 1945.

ສະຖານີແທກແຜ່ນດິນໄຫວ ແຫ່ງນຶ່ງຂອງຈີນ ທີ່ຕັ້ງຢູ່ປະມານ 350 ກິໂລແມັດ ຫ່າງຈາກ ບ່ອນທົດລອງໄປທາງທິດເໜືອແມ່ນບ່ອນທຳອິດທີ່ໄດ້ບັນທຶກກ່ຽວກັບການທົດລອງຂອງ ເກົາຫຼີເໜືອ. ໃນບໍ່ເທົ່າໃດວິນາທີຕໍ່ມາ ແຮງລະເບີດຂອງການທົດລອງ ກໍໄດ້ສະທ້ອນໄປ ເຖິງສະຖານີແທກແຜ່ນດິນໄຫວແຫ່ງຕ່າງໆຢູ່ໃນທົ່ວໂລກ.

ຢູ່ສະຖານີແທກແຜ່ນດິນໄຫວທີ່ບໍ່ຄ່ອຍໃຫຍ່ປານໃດທີ່ເມືອງ Palisades ໃນລັດນິວຢອກ ທ່ານ Paul Richards ແລະທ່ານ Won Young Kim ໄດ້ພາກັນວິເຄາະເບິ່ງຂໍ້ມູນດັ່ງກ່າວ.

ທ່ານ Paul Richards ເວົ້າວ່າ “ເຄື່ອງແທກແຮງສັ່ນສະເທືອນກໍຄືເຄື່ອງບັນທຶກກ່ຽວ
ກັບວ່າ ແຜ່ນດິນເໜັງຕີງແບບໃດ ໃນເວລາຕ່າງໆ. ຄື້ນຟອງໃນຂັ້ນຕົ້ນຫລື ຂັ້ນທຳ ອິດກໍຄືຄື້ນຟອງທີ່ມາເຖິງກ່ອນໝູ່ນັ້ນແມ່ນເປັນຄື້ນທີ່ແຮງຫຼາຍ ເສັ້ນຄື້ນທີ່ອອກມາ ໃນກະດາດ ແມ່ນຈະເດັ່ນ. ແຕ່ຕໍ່ໄປ ແມ່ນຈະເປັນຄື້ນທີ່ອ່ອນລົງຫຼາຍ ໃນບໍລິເວນ ສ່ວນຫລັງໆຂອງເຄື່ອງແທກ ຊຶ່ງເກືອບວ່າບໍ່ເຫັນມັນເລີຍ.”


ສ່ວນທ່ານ Won Young Kim ເວົ້າວ່າ “ ພວກເຮົາຮູ້ຢ່າງແນ່ນອນວ່າ ພວກເຂົາເຈົ້າ ໄດ້ທົດລອງນິວເຄລຍຢູ່ບ່ອນໃດແລະສັນຍານແມ່ນແບບງ່າຍໆທົ່ວໄປຄືດັງ “ຕູມ” ຂຶ້ນບາດດຽວ ສົມທຽບໃສ່ແຜ່ນດິນໄຫວ ຊຶ່ງດັງແຕກແບບຍາວໆ.”

ພວກນັກຊ່ຽວຊານດ້ານແຜ່ນດິນໄຫວ ຊີ້ໃຫ້ເຫັນວ່າ ອາວຸດນິວເຄລຍຕາມປົກກະຕິແລ້ວ ແມ່ນທົດລອງກັນຢູ່ໃນຖໍ້າທີ່ຕື້ນໆເລິກປະມານ 1,500 ແມັດຫລືກິໂລແມັດເຄິ່ງ. ແຕ່ແຜ່ນ ດິນໄຫວແມ່ນເກີດຂຶ້ນ ຫຼາຍກິໂລແມັດເລິກລົງໄປຈາກໜ້າດິນ. ຄວາມແຕກຕ່າງແມ່ນສາ ມາດຈັບໄດ້ຢ່າງງ່າຍໆ. ທ່ານກິມກ່າວວ່າໃນເກົາຫຼີເໜືອພວກເຂົາເຈົ້າໄດ້ທໍາການທົດລອງ ຢູ່ໃນບໍລິເວນດຽວກັນ ແຕ່ບໍ່ແມ່ນບ່ອນດຽວກັນ.

ທ່ານ Won Young Kim ເວົ້າວ່າ “ໃນກໍລະນີນີ້ພວກເຮົາຮູ້ຈັກວ່າ ເຂົາເຈົ້າໄດ້ເຈາະ
ອຸໂມງ 2 ອັນ ອັນນຶ່ງເອີ້ນວ່າອຸໂມງກໍ້າຕາເວັນອອກ ອີກອັນນຶ່ງເອີ້ນວ່າ ອຸໂມງກໍ້າ ຕາເວັນຕົກ ແລະພວກເຮົາເຊື່ອວ່າ ການທົດລອງໃນຄັ້ງນີ້ ແມ່ນຢູ່ທີ່ອຸໂມງກໍ້າຕາ ເວັນຕົກ.”


ຫລັງຈາກການທົດລອງ ເກົາຫຼີເໜືອໄດ້ຈັດການສວນສະໜາມຢ່າງໃຫຍ່ໂຕ ເພື່ອສະເຫຼີມ ສະຫຼອງຄວາມສຳເລັດ. ທ່ານ Kim ແລະ ທ່ານ Richards ກ່າວວ່າ ການທົດລອງເທື່ອຫຼ້າ ສຸດນີ້ ເຖິງແມ່ນວ່າມີຂະໜາດນ້ອຍ ຖ້າສົມທຽບໃສ່ອາວຸດນິວເຄລຍຂອງອາເມຣິກັນສ່ວນ ໃຫຍ່ແລ້ວກໍຕາມ ແຕ່ກໍຮ້າຍແຮງຫຼາຍຢູ່ ຊຶ່ງລະເບີດດັ່ງກ່າວ ສາມາດສ້າງຄວາມເສຍຫາຍ ຢ່າງໃຫຍ່ຫຼວງໄດ້ ຖ້າຫາກໃຊ້ເປັນອາວຸດ.

XS
SM
MD
LG