ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເກົາຫຼີເໜືອ ກໍາລັງກະກຽມ ທົດລອງອາວຸດນີວເຄລຍ ເປັນຄັ້ງທີ 3.


ອຸໂມງທົດລອງນີວເຄລຍຂອງເກົາຫຼີເໜືອ.
ວັນທີ 8 ເມສາ 2012
ອຸໂມງທົດລອງນີວເຄລຍຂອງເກົາຫຼີເໜືອ. ວັນທີ 8 ເມສາ 2012

ອົງການ​ຂ່າວ Yonhap ​ເຄິ່ງທາງ​ການ​ຂອງ​ເກົາຫຼີ​ເໜືອ​ ລາຍ​ງານ​ຂ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ປາກົດ​ວ່າ​ເກົາຫຼີ​ເໜືອກໍາລັງ​ກະກຽມ​ເພື່ອ​ທໍາ​ການ​ທົດ​ລອງ​ອາວຸດ​ນີວ​ເຄລຍ​ ເປັນ​ຄັ້ງ​ທີ​ ​3.

ລາຍ​ງານ​ສະບັບ​ນີ້​ອ້າງ​ແຫຼ່ງຂ່າວ​ລັບ​ທີ່​ບໍ່​ບອກ​ຊື່​ໃຫ້​ຊາບ ທີ່​ເວົ້າ​ວ່າ ຮູບພາບ​ທາງ​ດາວ​ທຽມ​ສະ​ແດງ​ໃຫ້​ເຫັນພວກ​ຄົນ​ງານ​ຢູ່ທີ່ສະຖານ​ທີ່​ທົດ​ລອງ​ນີວ​ເຄລຍ Punggye-ri ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ ​ກໍາລັງ​ຂຸດ​ອຸ​ໂມງ​ໃໝ່​ແຫ່ງ​ນຶ່ງ. ​ເກົາຫຼີ​ເໜືອ​ໄດ້​ທົດລອງ​ອາວຸດ​ນີວ​ເຄລຍມາ 2 ເທື່ອ​ແລ້ວ​ຢູ່​ບ່ອນ​ນີ້. ​ເທື່ອ​ທໍາ​ອິດ​ແມ່ນໃນ​ເດືອນ​ຕຸລາ ປີ 2006 ​ແລະ​ເທື່ອ​ທີ​ສອງ​ ​ແມ່ນໃນ​ເດືອນ​ພຶດສະພາ​ໃນ​ປີ 2009.

ແຫຼ່ງຂ່າວ​ດັ່ງກ່າວ ເວົ້​າກັບ​ອົງການ​ຂ່າວ Yonhap ວ່າ ​ເບິ່ງ​ຄື​ວ່າ ການຂຸດ​ອຸ​ໂມງ​ແມ່ນ​ຢູ່​ໃນ​ຂັ້ນສຸດ​ທ້າຍ.

ເກົາຫຼີ​ເໜືອ​ໄດ້​ຕົກລົງ​ໃນ​ເດືອນ​ກຸມພາ​ປີ​ນີ້​ວ່າ​ ຈະ​ຢຸດ​ເຊົາ​ທໍາ​ການ​ທົດ​ລອງ​ອາວຸດ​ນີວ​ເຄລຍ ພ້ອມ​ທັງ​ຢຸດ​ການ​ຫຼອມ​ທາດ​ຢູ​ເຣນຽມ​ແລະ​ຍິງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ເພື່ອ​ແລກປ່ຽນ​ເອົາ​ການ​ຊ່ອຍ​ເຫຼືອດ້ານ​ເຂົ້າປາ​ອາຫານ ​ແຕ່​ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ປ່ຽນ​ແປງ​ໄປ​ເວລາ​ກຸງ​ພຽງ​ຢ້າງປະກາດ​ໃນ​ເດືອນ​ມີນາ​ຜ່ານ​ມາ​ນີ້​ວ່າ ຕົນ​ວາງ​ແຜນ​ທີ່​ຈະ​ສົ່ງ​ດາວທຽມຂຶ້ນ​ສູ່​ອະວະກາດ​ໃນ​ເດືອນ​ນີ້.

ກຸງ​ພຽງ​ຢ້າງ​ຢືນ​ຢັດ​ວ່າ ການ​ສົ່ງ​ດາວ​ທຽມ​ຂຶ້ນ​ນີ້ ​ແມ່ນ​ໂຄງການ​ອະວະ​ກາດ​ທາງ​ສັນຕິ ​ແຕ່ຫລາຍໆປະ​ເທດ​ ຮວມທັງ​ສະຫະລັດ ຍີ່ປຸ່ນ​ແລະ​ເກົາຫຼີ​ໃຕ້​ ມອງ​ເບິ່ງ​ການ​ສົ່ງ​ດາວ​ທຽມ​ຂຶ້ນ​ນີ້​ວ່າ ເປັນ​ການ​ປອມ​ແປງ​ໃນການທົດ​ລອງ​ລູກ​ສອນ​ໄຟ ຊຶ່ງ​ເປັນ​ການລະ​ເມີດ​ຕໍ່​ມະຕິ​ຕ່າງໆ​ຂອງ​ສະຫະ​ປະຊາ​ຊາດ​ນັ້ນ.

XS
SM
MD
LG