ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີ​ເໜືອ ​ແຕ່ງ​ຕັ້ງ​ ຫົວໜ້າ ​ປ້ອງ​ກັນ​ປະ​ເທດ​ ຄົນ​ໃໝ່​


ທ່ານ Kim Jong Un ຜູ້ນໍາເກົາຫຼີເໜືອ ຂະນະປະກາດແຕ່ງຕັ້ງຫົວໜ້າ ປ້ອງກັນປະເທດຄົນໃໝ່
ທ່ານ Kim Jong Un ຜູ້ນໍາເກົາຫຼີເໜືອ ຂະນະປະກາດແຕ່ງຕັ້ງຫົວໜ້າ ປ້ອງກັນປະເທດຄົນໃໝ່
ເກົາຫຼີ​ເໜືອ ​ໄດ້ແຕ່ງ​ຕັ້ງ​ຫົວໜ້າ​ປ້ອງ​ກັນ​ປະ​ເທດ​ຄົນ​ໃໝ່​ຂອງ​ຕົນ ດ້ວຍ​ນາຍ​ພົນ​ທີ່​ຍຶດໝັ້ນ​ໃນຫຼັກການ ທີ່​ເຊື່ອ​ກັນ​ວ່າ​ເປັນ​ຜູ້​ບົງ​ການ ​ໃນ​ການ​ໂຈມ​ຕີເກົາຫຼີ​ໃຕ້ ​ເມື່ອ​ປີ 2010 ທີ່ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ນັ້ນ.

ທາງ​ການ​ເກົາຫຼີ​ໃຕ້ ​ເວົ້າ​ເມື່ອ​ວັນ​ພະຫັດ​ມື້​ນີ້​ວ່າ ນາຍ​ພົນ Kim Kyok Sik ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ລັດຖະມົນຕີ​ກອງທັບ​ຄົນ​ໃໝ່. ນາຍ​ພົນ​ຜູ້​ນີ້​ເຊື່ອ​ກັນ​ວ່າ ​ເປັນ​ຜູ້​ວາງ​ແຜນ​ຍິງເຮືອ​ລົບ​ລໍາ​ນຶ່ງ​ຂອງ​ເກົາຫຼີ​ໃຕ້ຫຼົ້ມ​ແລະ​ການ​ໂຈມ​ຕີ​ເກາະ​ດອນຊາຍ​ແດນທີ່​ເກືອບ​ວ່າ​ຈະ​ເຮັດ​ໃຫ້​ທັງ​ສອງ​ປະ​ເທດ​ເກີດ​ສົງຄາມ​ກັນຂັ້ນ ຮ້າຍ​ແຮງ​ນັ້ນ.

​ນີ້​ເປັນລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ໃໝ່​ຄົນ​ທີ​ສອງ ທີ່​ຖືກ​ແຕ່ງ​ຕັ້ງ​ໂດຍທ່ານ Kim Jong Un ຜູ້ນໍາ​ເກົາຫຼີ​ເໜືອ​ ທີ່​ເຂົ້າກໍາ​ອໍານາດ​ໃນ​ເດືອນ​ທັນວາ ​ປີ ຜ່ານມາຫຼັງຈາກບິດາຂອງ​ທ່ານ​ເຖິງ​ແກ່​ອະສັນ​ຍະ​ກຳ. ນາຍ​ພົນ Kim Jong Gak ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຜູ້​ທີ່​ກໍາລັງ​ຈະ​ພົ້ນ​ຈາກ​ຕໍາແໜ່​ງ ນັ້ນ ​ແມ່ນ​ຢູ່ເຂົ້າຮັບ​ໜ້າ​ທີ່​ນີ້​ໄດ້​ພຽງ​ເຈັດ​ເດືອນ​ເທົ່າ​ນັ້ນ.

ທາງ​ການ​ເກົາຫຼີ​ໃຕ້​ກ່າວ​ວ່າ ການ​ເຄຶ່ອນ​ໄຫວ​ດັ່ງກ່າວ​ນີ້ ຖື​ວ່າ​ເປັນ​ການ ຊັບຊ້ອນ​ບັ້ນ​ລ່າ​ສຸດ ​ທີ່​ແນ​ເປົ້າໝາຍ​ເພື່ອ​ສ້າງ​ຖານ​ອໍານາດ​ຂອງທ່ານ Kim Jong Un ​ໃຫ້​ເຂັ້ມ​ແຂງຂຶ້ນຕື່ມ ​ໃນ​ກອງທັບ​ທີ່​ມີ​ທະຫານນຶ່ງ​ລ້ານ​ສອງ ​ແສນ​ຄົນ ຊຶ່ງ​ເປັນ​ກອງທັບ​ນຶ່ງທີ່ໃຫຍ່​ທີ່​ສຸດຂອງ​ໂລກ​ນັ້ນ.
XS
SM
MD
LG