ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫລີເໜືອ ກຽມຊ້ອມລົບ


ການເຄື່ອນໄຫວຂອງທະຫານເກົາຫລີເໜືອ
ວັນທີ 26 ກໍລະກົດ 2011
ການເຄື່ອນໄຫວຂອງທະຫານເກົາຫລີເໜືອ ວັນທີ 26 ກໍລະກົດ 2011

ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້​ກ່າວ​ວ່າ ​ເກົາຫລີ​ໄດ້​ທ້ອນ​ໂຮມ​ທະຫານກໍາ​ປັ່ນ​ແລະ​ເຮືອບິນລົບ ສໍາລັບ​ອັນ​ທີ່​ຄາດ​ກັນ​ວ່າ​ເປັນ​ການ​ຊ້ອມ​ລົບ​ຢ່າງຂະໜານ​ໃຫຍ່​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ ທີ່​ຂໍ​ສະຫງວນ​ຊື່ ກ່າວ​ຕໍ່​ສື່​ມວນ​ຊົນ​ເກົາຫລີ​ໃຕ້​ວ່າ ພວກ​ເຮືອບິນ​ລົບ​ໄອ​ພົ່ນ
MIG-21 ​ແລະ​ກໍາ​ປັ່ນ​ລົບ​ປະມານ 20 ລໍາໄດ້​ທ່ອນ​ໂຮມ​ກັນ​ມາ​ຕັ້ງ​ແຕ່​ສັບປະດາ​ຜ່ານ​ມາ​ທີ່
2 ຖານ​ທັບ​ໃນ​ທະ​ເລ​ເຫລືອງ. ​ແຫ​ລ່ງຂ່າວ​ອື່ນໆ​ກ່າວ​ຕໍ່​ວີ​ໂອ​ເອວ່າ ການ​ຍົກ​ພົນ​ຂຶ້ນ​ຝັ່ງ​ຈໍາ
ລອງອາດ​ສາມາດ​ເລີ້ມ​ຕົ້ນ​ຂຶ້ນ​ໃນ​ວັນ​ພຸດມື້​ອື່ນ​ນີ້​ກໍ​ເປັນ​ໄດ້.

ໄດ້​ມີ​ການ​ອ້າງ​ຄໍາ​ເວົ້າ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ວ່າ ພວກ​ເຂົາ​ເຈົ້າ​ກໍາລັງ​ຕິດຕາມ​ເບິ່ງ​
ການ​ເສີມ​ສ້າງ​ກໍາລັງ​ທີ່​ວ່າ​ນີ້​ຢ່າງ​ລະມັດລະວັງ ແຕ່​ມາ​ຮອດ​ປັດຈຸບັນ​ນີ້ ກໍ​ບໍ່​ມີ​ເຫດຜົນ​ໃດໆ​ທີ່​
ພາ​ໃຫ້​ເຊື່ອ​ວ່າ ​ເກົາຫລີ​ເໜືອ​ວາງ​ແຜນ​ໂຈມ​ຕີ​ໃດໆ​ນອກຈາກ​ການ​ຊ້ອມ​ລົບ​ເທົ່າ​ນັ້ນ.

ບັນດາ​ນັກວິ​ເຄາະ​ເຫດການ​ກ່າວ​ວ່າ ​ເປັນ​ຂອງ​ທໍາ​ມະ​ດາ​ທີ່​ເກົາຫລີ​ເໜືອດໍາ​ເນີນ​ການ​ຊ້ອມ​ລົບ
ໃນ​ຍາມ​ນີ້​ຂອງ​ປີ ​ແຕ່​ການ​ຊ້ອມ​ລົບ​ຈໍາລອງ​ແມ່ນ​ພົວພັນ​ກັບ​ກໍາລັງ​ທາງ​ອາກາດ ທາງ​ທະ​ເລ​
ແລະ​ທາງບົກ​ແມ່ນ​ຜິດ​ທໍາ​ມະ​ດາ.

ເກົາຫລີ​ເໜືອ​ໄດ້​ສະ​ແດງ​ປະຕິກິລິຍາ​ຢ່າງ​ໂກດ​ແຄ້ນ​ຕໍ່​ການ​ຊ້ອມ​ລົບ​ຕິດຕໍ່​ກັນ​ມາ​ຫລາຍ​ຄັ້ງ​
ຂອງ​ເກົາຫລີ​ໃຕ້​ແລະ​ສະຫະລັດ​ນັບ​ແຕ່​ໜ່ວຍ​ກອງ​ປືນ​ໃຫຍ່​ຂອງ​ເກົາຫລີ​ເໜືອ​ໄດ້​ລະດົມ​ຍິງ
ປືນ​ໃຫຍ່​ໃສ່​ເກາະ​ໜຶ່ງ​ຂອງ​ເກົາຫລີໃຕ້​ໃນ​ເດືອນ​ພະຈິກ​ປີ​ແລ້ວ​ນີ້​ເປັນ​ຕົ້ນ​ມາ. ພົນ​ເຮືອ​ເອກ
Michael Mullen ​ຫົວໜ້າ​ເສນາ​ທິການ​ກອງທັບ​ສະຫະລັດ ​ເຕືອນ​ໃນ​ສັບປະດາ​ນີ້​ວ່າ ທ່ານ
ຄາດ​ວ່າ ລັດຖະບານ​ກຸງ​ພຽງ​ຢ້າງ​ຈະພະຍາຍາມ​ຕື່ມ​ອີກ​ເພື່ອ​ຫາ​ທາງ​ເກາະ​ຜິດ​ນັ້ນ.

XS
SM
MD
LG