ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາງວັນໂນແບລຂະແໜງສັນຕິພາບ


ຮູບນາຍ Liu Xiaobo ນັກຄັດຄ້ານລັດຖະບານ ທີ່ຖືກຄຸມຂັງຢູ່ຈີນເວລານີ້ ໄດ້ຖືກເລືອກ ໃຫ້ເປັນຜູ້ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບ ປີ 2010.
ຮູບນາຍ Liu Xiaobo ນັກຄັດຄ້ານລັດຖະບານ ທີ່ຖືກຄຸມຂັງຢູ່ຈີນເວລານີ້ ໄດ້ຖືກເລືອກ ໃຫ້ເປັນຜູ້ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບ ປີ 2010.

ນາຍ Liu Xiaobo ນັກຄັດຄ້ານລັດຖະບານຈີນທີ່ຖືກຄຸກ ຢູ່ໃນເວລານີ້ ຖືກເລືອກໃຫ້ເປັນຜູ້ຮັບລາງວັນໂນແບລ ຂະ ແໜງສັນຕິພາບປີ 2010 ຍ້ອນການຕໍ່ສູ້ ທີ່ໄດ້ດໍາເນີນມາ ເປັນເວລາດົນນານ ແລະບໍ່ໃຊ້ຄວາມຮຸນແຮງເພື່ອສິດທິພື້ນ ຖານຂອງມະນຸດ ຢູ່ໃນປະເທດຈີນ.

ຄະນະກຳມະການລາງວັນໂນແບລຂອງນໍເວ ທີ່ນະຄອນ ຫຼວງອອັສໂລໄດ້ປະກາດໃນວັນສຸກມື້ນີ້ໂດຍເວົ້າວ່າ ທາງ ຄະນະກຳມະການ “ມີຄວາມເຊື່ອ ມາເປັນເວລາດົນນານ ແລ້ວວ່າ ມີຄວາມກ່ຽວພັນກັນຢ່າງໃກ້ຊິດ ລະຫວ່າງສິດທິ ມະນຸດ ແລະສັນຕິພາບ.”

ນາຍ Liu ໄດ້ຖືກຕັດສິນໂທດໃຫ້ຈຳຄຸກເປັນເວລາ 11 ປີ ໃນເດືອນທັນວາປີກາຍນີ້ ໃນຂໍ້ຫາຍຸແຍ່ ໃຫ້ມີການລົ້ມ ລ້າງອຳນາດຂອງລັດ. ລາວເປັນຄົນນຶ່ງທີ່ໄດ້ຮ່ວມແຕ່ງ ແລະລົງນາມໃນປະກາດຖະແຫຼງການກົດບັດ 08 ທີ່ຮຽກ ຮ້ອງໃຫ້ ມີການປະຕິຮູບ ທາງດ້ານການເມືອງຢູ່ຈີນ.

ຄະນະກຳມະການລາງວັນໂນແບລກ່າວວ່າ ໂດຍຜ່ານການລົງໂທດຢ່າງໜັກ ທີ່ລາວໄດ້ຮັບ ນາຍ Liu ໄດ້ກາຍເປັນສັນຍາລັກ ອັນສຳຄັນສຸດ ໃນການດີ້ນຮົນຕໍ່ສູ້ໃນຂອບເຂດທີ່ກວ້າງ ຂວາງ ເພື່ອໃຫ້ມີສິດທິມະນຸດ ຢູ່ໃນປະເທດຈີນ.

ຈີນໄດ້ກ່າວເຖິງນາຍ Liu ວ່າ ເປັນອາດຊະຍາກອນ ແລະເວົ້າວ່າ ຄະນະກຳມະການລາງ ວັນໂນແບລລະເມີດຫຼັກການຂອງຕົນ ໂດຍມອບລາງວັນ ທີ່ມີກຽດໃຫ້ແກ່ລາວ.

XS
SM
MD
LG