ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະທ້ວງ ຕໍ່ຕ້ານ ລັດຖະບານ ໃນໄທ ຍັງສືບຕໍ່ ແລະຮຸນແຮງ ຫຼາຍຂຶ້ນ (ວີດີໂອ)


No Sign Thailand Protests Will Abate as Economic Toll Rises
please wait

No media source currently available

0:00 0:02:51 0:00
ລິງໂດຍກົງ
ການ​ປະ​ທ້ວງ​ຕໍ່ຕ້ານ​ລັດ​ຖະບານ​ຮັກສາ​ການ​ຂອງ​ໄທ ບໍ່​ໄດ້​
ສະ​ແດງ​ຮ່ອງ ຮອຍ​ວ່າຈະລຸດຜ່ອນ​ລົງແຕ່​ຢ່າງ​ໃດ ຫລັງ​ຈາກ​
ທີ່​ສານ​ແພ່ງ​ຂອງ​ໄທ ໄດ້ອອກ​ຄໍາ​ຕັດສິນ​ ຫ້າມພວກ​ເຈົ້າໜ້າ
ທີ່ ​ບໍ່​ໃຫ້​ໃຊ້​ກໍາລັງສະຫລາຍ​ພວກ​ປະ​ທ້ວງ ຊຶ່ງຄໍາ​ຕັດສິນດັ່ງ
ກ່າວ ​ແລະ​ເຫດການ​ອື່ນໆອີກ ໄດ່​ເພີ້​ມທະວີ​ຄວາມ​ກົດ​ດັນ​ຕໍ່
​ລັດຖະບານຮັກສາ​ການທີ່​ກໍາລັງ​ປະ ສົບ​ກັບບັນຫາ​ໜັກຂອງ​
ປະ​ເທດ ທ່າມກາງຄວາມ​ຮຸນ​ແຮງ ທີ່​ໄດ້ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີ
ວິດ​ໄປ​ແລ້ວຢ່າງ​ໜ້ອຍ ຫ້າ​ຄົນແລະ​ບາດ​ເຈັບ​ອີກ​ຫຼາຍ​ສິບ​ຄົນ​
ເມື່ອ​ວັນ​ອັງຄານ​ອາທິດ​ຜ່ານ​ມາ​ນີ້. ຜູ້​ສື່​ຂ່າວ​ວີ​ໂອ​ເອ Steve
Herman ລາຍ​ງານ​ຈາກ​ບາງກອກ ຊຶ່ງ​ທອງ​ປານ ຈະ​ນໍ​າມາ
ສະ​ເໜີ​ທ່ານ.


ນຶ່ງ​ໃນ​ບັນຫາ​ທີ່​ສ້າງ​ຄວາມ​ປວດ​ຫົວອັນ​ຫລ້າ​ສຸດ​ໃຫ້​ແກ່​ນາຍົກລັດຖະມົນຕີ ຢິ່ງລັກ ຊິນນະ​ວັດ ​ເມື່ອອາທິດ​ແລ້ວ​ນີ້ ກໍ​ຄື​ຂະ​ບວນລົດ​ແທຣກ​ເຕີ້​ແລະ​ລົດອີ່​ແຕນ ທີ່​ຂັບ​ໂດຍ​ພວກ​ຊາວນາ
ທີ່ເຄີຍ​ເປັນ​ຜູ້​ສະ​ໜັບສະ​ໜຸນຄົນ​ສໍາຄັນ​ຂອງ​ທ່ານ​ນາງ ພາ​ກັນ​ຫຼັ່ງ​ໄຫ​ລເຂົ້າ​ໄປ​ໃນ​ເມືອງ
ຫຼວງບາງກອກ.

ພວກ​ຊາວນາ​ມີ​ຄວາມໂມ​ໂຫຢ່າງ​ໃຫຍ່ ຍ້ອນ​ວ່າພວກ​ເຂົາ​ເຈົ້າຍັງ​ບໍ່​ໄດ້​ເງິນ ຄ່າ​ເຂົ້າ ​ທີ່​ຂາຍ​ໃຫ້​ລັດຖະບານ ພາຍ​ໃຕ້​ໂຄງການຮັບ​ຈໍາ​ນໍາ​ເຂົ້າ​ເພື່ອ​ສົ່ງ​ເສີມ​ຜົນລະປູກ ທີ່​ມີ​ການ​ດໍາ​ເນີນ​ການຢ່າງ​ຜິດ​ພາດ​ນັ້ນ.

​ໃນ​ລະຫວ່າງ​ດຽວ​ກັນນີ້ ພວກ​ທີ່​ຄັດຄ້ານ​ທ່ານ​ນາງ​ຢິ່ງລັກ​ມາ​ແຕ່​ຕົ້ນ ​ກໍ​ໄດ້ ເລີ່​ມ​ແນ​ເປົ້າໝາ​ຍ​ ໃສ່​ພວກ​ທຸລະ​ກິດ​ຕ່າງໆທີ່​ເຊື່ອມ​ໂຍງ​ກັບ​ຄອບຄົວ​ຂອງ​ທ່ານ​ນາງ.

​ແນວ​ໂຮມພວກ​ປະ​ທ້ວງຕໍ່ຕ້ານ​ລັດຖະບານ ​ໄດ້ຖືກ​ແນະ​ນໍາ​ໃຫ້​ລວມຫົວ​ກັນ​ຕໍ່ຕ້ານ​ຜະລິດ​ຕະພັນ​ທັງ​ໝົດ​ ຂອງ​ຕະກູນ​ຊິນນະ​ວັດ.

ມະຫາ​ເສດຖີ ທັກສິນ ຊິນນະ​ວັດ ອ້າຍ​ຂອງ​ທ່ານ​ນາງ​ຍິ່ງ​ລັກ ຖືກ​ໂຄ່ນ​ລົ້ມ ອອກ​ຈາກຕໍາ​ແໜ່​ງນາຍົກລັດຖະມົນຕີ ​ໃນ​ປີ 2006 ​ໂດຍ​ການ​ກໍ​ລັດຖະ ປະຫານ​ຂອງທະຫານ ​ແລ​ະຖືກ​ຕັດສິນ​ຈໍາ​ຄຸກ ​ໃນ​ຂໍ້​ຫາ​ສໍ້​ລາດ​ບັງ​ຫຼວງ ຖ້າເວລາ​ໃດ ທ່ານ​ກັບ​ຕ່າວ​ຄືນ​ປະ​ເທດ​ໄທ ຈາກ​ການ​ລີ້​ໄພ​ໃນ​ຕ່າງປະ​ເທດ​ນັ້ນ.

ການ​ປະ​ທ້ວງ​ຢ່າງ​ຕໍ່​ເນື່ອງ​ມາ​ເປັນ​ເວລາ​ຫຼາຍ​ເດືອນຕາມ​ຖະໜົນ​ຫົນທາງ ຊຶ່ງ​ບາງ​ເທື່ອກໍ​ມີ​ຜູ້​ເສຍ​ຊີວິດນັ້ນ ​ກໍາລັງ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ການ​ເສດຖະກິດ​ຂອງປະ​ເທດ ຢ່າງ​ໜັກ.

ການ​ເຕີບ​ໂຕ​ທາງ​ເສດຖະກິດ ຕົກ​ຕໍ່​າລົງ​ຢ່າງໃຫຍ່ ​ໃນ​ໄຕ​ມາດ​ທີ່​ສີ່​ຂອງ​ປີຜ່ານມາ ​ແລະ
ການທໍານາຍ​ກັນ​ໃນ​ເວລາ​ນີ້ ກໍ​ແມ່ນວ່າ ຄວາມ​ວຸ້ນວາຍ​ທາງ​ການ​ເມືອງ ຈະ​ສົ່ງ​ຜົນ​ໃຫ້
ການ​ເຕີບ​ໂຕ​ເສດຖະກິດ​ ​ຊັກ​ຊ້າ​ລົງ​ໄປ​ເລື້ອຍໆ​ໃນ​ປີ​ນີ້.

Fitch ຊຶ່ງອົງການ​ຈັດ​ລະດັບຄວາມ​ໜ້າ​ເຊື່ອ​ຖື ​ເຕືອນ​ວ່າ ຄວາມ​ສ່ຽງ​ໃນ​ລະບົບການ​ເງິນ​ຂອງ​ໄທ ກໍາລັງ​ເພີ່ມ​ພູນ​ຂື້ນ​ໄປ​ນັບ​ມື້ ​ໃນ​ຂະນະ​ທີ່​ລັດຖະ ບານ​ດິ້ນຮົນ ​ເພື່ອຫາ​ເງິນ​ຄ່າ​ຈໍາ​ນໍາ​ເຂົ້າ ມາ​ຈ່າຍ​ໃຫ້ພວກ​ຊາວ​ນາ.

ພວກ​ນັກ​ທ່ອງ​ທ່ຽວ ​ໂດຍ​ສະ​ເພາະ​ ​ຈາ​ກຈີນ​ແລະ​ຍີ່ປຸ່ນ ​ໄດ້ພາກັນລົບ​ລ້າງແຜນການ​ເດີນ
ທາງເຂົ້າ​ໄປ​ທ່ຽວໄທ​ ໄປ​ຕາມໆ​ກັນ.​

ເຈົ້າຂອງ​ຮ້ານ​ຂາຍ​ເກີບຮ້ານ​ນຶ່ງ ທີ່​ບອກຊື່​ນ້ອຍ​ລາວວ່າ ພັນ ​ເວົ້າ​ວ່າ ລູກ​ຄ້າສ່ວນໃຫຍ່​ຂອງ​ລາວ ມາ​ຈາກ​ສິງ​ຄະ​ໂປ ​ແລະ​ນັບ​ຕັ້ງ​ແຕ່ມີ​ການ​ປະ​ທ້ວງ ​ເປັນ​ຕົ້ນ​ມາ ນາງ​ຂາຍ​ເກີບ​ໄດ້​ພຽງ​ແຕ່ 300 ​ໂດ​ລ່າຕໍ່​ມື້ ຊຶ່ງແມ່ນ​ເຄິ່ງນຶ່ງ ຂອງຈໍານວນທີ່​ນາງເຄີຍ​ຂາຍ​ໄດ້.

ນາງ ພັນ ​ເວົ້າວ່າ: “ປົກກະຕິ​ແລ້ວ ຈະ​ມີ​ລູກ​ຄ້າ​ຊາວ​ຕ່າງ​ຊາດ​ຈໍານວນ​ຫລວງຫຼາຍໆ​ໃນ​ເຂດ​ນີ້ ​ແຕ່​ຍ້ອນ​ເກີດສະຖານະ​ການແບບນີ້ ພວກ​ເຮົາ​ໄດ້​ເຫັນຈໍານວນ​ລູກ​ຄ້າ​
ຕົກ​ຕໍ່າລົງ​ໄປ 30 ຫາ 40 ​ເປີ​ເຊັນ.”


ຢູ່​ຮ້ານ​ອາຫານ​ທະ​ເລ​ໃກ້​ໆ​ກັນ ຊຶ່ງ​ສ່ວນໃຫຍ່​ອາ​ໄສ​ລູກ​ຄ້າ​ທີ່​ເປັນ​ນັກ​ທ່ອງທ່ຽວຊາວ​ຈີນ​ເປັນ​ສ່ວນ​ໃຫຍ່​ນັ້ນ ກໍ​ມີ​ຄວາມ​ຈົ່ມ​ທຸກ​ທໍານອງ​ດຽວ​ກັນ​.

ຜູ້​ຈັດການ​ຮ້ານ​ອາຫານ​ທະ​ເລຊາວ​ມຽນມາ ທີ່ບອກ​ຊື່​ລາວວ່າ Mr. G ​ເວົ້າ ວ່າ ລາຍ​ໄດ້​ຕົກຕໍ່າລົງ​ຈາກ 1,700 ​ໂດ​ລ່າ​ຕໍ່​ມື້ ມາ​ຢູ່​ພຽງ 450 ​ໂດ​ລ່າ​ຕໍ່​ມື້

Mr. G ​ເວົ້າ ວ່າ “ພວກ​ເຮົາ​ບໍ່​ຄ່ອຍ​ມີ​ລູກ​ຄ້າ​ຫຼາຍ​ອີກ​ແລ້ວ ຍ້ອນ​ວ່າ​ພວກ​ເຂົາ​ເຈົ້າ
ຢ້ານ​ກົວ ສະຖານະ​ການ​ທີ່​ເປັນ​ໄປ​ໃນ​ປັດຈຸບັນ​ນີ້ ທັງໆ ທີ່​ພວກ​ເຮົາກໍ​ບອກ​ພວກ​ເຂົາເຈົ້າວ່າ​ ມັນ​ປອດ​ໄພ​ດີ​ຢູ່ໜີ້ ກໍ​ຕາມ.”


​ເຖິງ​ແມ່ນວ່າ​ບັດ​ນີ້ ສານ​ແພ່ງ​ແຫ່ງນຶ່ງ​ຂອງ​ໄທ ​ໄດ້​ຕັດສິນ​ ຫ້າມລັດ​ຖະບານ​ໃຊ້ກໍາລັງ​ເພື່ອ
ສະຫລາຍ​ການ​ປະ​ທ້ວງກໍ​ຕາມ ແຕ່ພວກ​ປະ​ທ້ວງ​ຫຼາຍໆ​ຄົນ​ກໍຍັງບໍ່​ແນ່​ໃຈ​ວ່າ​ ພວກ​ຕົນ
ຈະ​ບໍ່​ຖືກ​ຮາວີ​ອີກ​.

ແມ່​ບ້ານ ຊົນ​ລະດາ ວີ​ຣີຍະ​ພອນ​ສະຫວັນ ​ເວົ້າ​ວ່າ “ຂ້ອຍ​ບໍ່​ເຊື່ອ​ວ່າ ​ເຂົາ​ເຈົ້າຈະ​ປະຕິບັດ​ຕາມ​ຄໍາ​ສັ່ງ​ສານ ບໍ່​ໃຫ້​ໃຊ້​ກໍາລັງ​ຂັບ​ໄລ່​ພວກເຮົາ​ດ​ອກ. ແນ່ນອນ​ວ່າ
ພວກ​ເຂົາ​ເຈົ້າຈະ​ຊອກ​ຫາ​ວີ​ທີ​ອື່ນ​ເພື່ອ​ສ້າງ​ຄວາມ​ລໍາບາກ​ແກ່​ພວກ​ເຮົາ​ອີກ.”


ຂະ​ນະ​ນີ້​ ​ມີ​ຄວາມ​ເປັນ​ຫ່ວງ​ເພີ່ມ​ຂຶ້ນໄປນັບ​ມື້ ຢູ່​ໃນ​ກຸ່ມ​ນັກ​ສັງ​ເກດ​ການຕ່າງປະ​ເທດ ວ່າ ການ​ປະ​ເຊີນ​ໜ້າ​ກັນ​ທາງ​ການ​ເມືອງທີ່ຍືດ​ເຍື້ອແກ່ຍາວ​ອອກ​ໄປ​ ອາດສາມາດ​ເຮັດ​ໃຫ້​ສະຖານະ​ການ​ ຮ້າຍ​ແຮງ​ຂຶ້ນ​ຂັ້ນ​ຄວບ​ຄຸມ​ບໍ່​ໄດ້.

ອົງການ​ສິ້ງ​ຊອມ​ສິດທິ​ມະນຸດ Human Rights Watch ກ່າວ​ຫາ​ທັງພວກ ​ຕໍາຫຼວດ​ແລະ​ພວກ​ປະ​ທ້ວງ ວ່າ​ກໍ່ພຶດຕິກໍາຜິດ​ກົດໝາຍທີ່​ຍັງ​ຜົນ​ໃຫ້ມີ​ຜູ້ເສຍ ຊີວິດ ​ແລະ​ບາດ​ເຈັບ​ໄປ​ຫຼາຍ​ຄົນ. ອົງການ​ສິ້ງ​ຊອມ​ສິດທິ​ມະນຸດ​ເຕືອນ​ວ່າ ການ​ໄດ້​ຮັບ​ການ​ຍົກ​ເວັ້ນ​ໂທດ ຈາກ​ການ​ກໍ່​ຄວາມ​ຮຸນ​ແຮງ ​ແລະ​ການ​ລະ​ເມີດ​ສິດທິມະນຸດນັ້ນ ແມ່ນເປັນ​ຫລັກສູດສໍາລັບສະພາວະໄຮ້ກົດໝາຍ ​ແລະ ການ​ກໍ່​ຄວາມ​ຮຸນ​ແຮງແກ້​ແຄ້ນກັນ​ໄປ​ກັນ​ມາ ແບບບໍ່​ສິ້ນສຸດ​ຈັກ​ເທື່ອນັ້ນ​ເອງ.

ວີດີໂອ: ວິກິດການການເມືອງໃນໄທ ສ້າງຄວາມແຕກແຍກ ໃຫ້ແກ່ຄອບຄົວ:

Bangkok Protests Splitting Thai Families
please wait

No media source currently available

0:00 0:02:31 0:00
ລິງໂດຍກົງ


Protests against Thailand's caretaker government show no sign of waning now that judges have ruled authorities cannot use force to disperse them. This and other events are putting more pressure on the country's embattled caretaker government amid violence that left at least five people dead and dozens injured on Tuesday.

The latest headache for Thai Prime Minister Yingluck Shinawatra - a convoy of tractors, driven by farmers who have been her core supporters - rolling towards the capital.

The farmers are angry they have not been paid for rice they sold to the government in a bungled crop-support scheme.

Meanwhile, Yingluck's primary nemesis has begun targeting businesses linked to her family.

The coalition of anti-government demonstrators are being instructed to boycott all products of the Shinawatra family empire.

Yingluck's elder billionaire brother, Thaksin Shinawatra, was ousted as prime minister in a 2006 military coup and faces prison for a corruption conviction should he return home from self-imposed exile.

The months of sometimes deadly street protests are taking their toll on the country's economy.

Economic growth sharply dipped in the fourth quarter of last year and projections are that the political turmoil means a continuing slowdown for this year.

One ratings agency, Fitch, warns risks to Thailand's financial system are rising as the government scrambles to pay those irate rice farmers.

Tourists, especially those from China and Japan, have been canceling trips.

The owner of a shoe store (who identified herself only by her nickname “Pan”) said most of her customers come from Singapore and since the trouble began, she's only making about $300 worth of sales per day - half of what it used to be.

“We usually have a lot of foreign customers in this area, but with this situation we are seeing 30 to 40 percent fewer tourists,” she said.

At a nearby seafood restaurant, which relies on Chinese tourists, a similar complaint.

The Burmese manager (identifying himself only as “Mr. Gi”) said income has fallen from $1,700 per day to around $450 daily.

“We're not getting a lot of customers. They are a bit afraid of the situation around here even though we've told them it is safe,” he said.

Although a civil court has now ruled authorities cannot use force to disperse demonstrators, many protestors are skeptical they will be unmolested.

“I don't believe they will obey the court ruling not to use force to disperse us. They will definitely find another method to make trouble for us again,” said homemaker Chollada Wireapornsawan.

There is growing concern among international observers that a prolonged standoff could cause the situation to escalate out of control.

Human Rights Watch accuses both the police and protestors of unlawful actions resulting in deaths and injuries. It warns that "impunity for violence and rights abuses is a recipe for lawlessness and extended tit-for-tat violence.”

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG