ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເວເນຊູເອລາ ຮຽກຮ້ອງ ໃຫ້ລົງປະຊາມະຕິ ເພື່ອໄລ່ ປະທານາທິບໍດີ ອອກ


ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro ຕົມມື ໃນຂະນະທີ່ ທ່ານເຂົ້າຮ່ວມ ການຊຸມນຸມ ໃນນະຄອນຫຼວງ Caracas ຂອງເວເນຊູເອລາ, ວັນທີ 11 ມິຖຸນາ 2016.
ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro ຕົມມື ໃນຂະນະທີ່ ທ່ານເຂົ້າຮ່ວມ ການຊຸມນຸມ ໃນນະຄອນຫຼວງ Caracas ຂອງເວເນຊູເອລາ, ວັນທີ 11 ມິຖຸນາ 2016.

ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro ຜູ້ທີ່ກຳລັງຕໍ່ສູ້ກັບການ ໂຈມຕີທາງການເມືອງ ກ່າວວ່າ ຈະບໍ່ມີການລົງປະຊາມະຕິ ຮຽກຮ້ອງຄືນຕໍ່ຕົນ ເກີດຂຶ້ນກ່ອນປີ 2017 ຢ່າງໄວທີ່ສຸດ ໃນຂະນະທີ່ ທ່ານຫາທາງຢຸດຢັ້ງຄວາມ ກົດດັນຂອງກຸ່ມຝ່າຍຄ້ານ ທີ່ຢາກໃຫ້ມີການລົງຄະແນນສຽງໃນປີນີ້.

ໃນຂະນະທີ່ເສດຖະກິດຂອງປະເທດກຳລັງມີທ່າອ່ຽງ ຈະລົ້ມລະລາຍ ຢູ່ນີ້ ກຸ່ມ ສັງຄົມນິຍົມຝ່າຍຄ້ານ ຕໍ່ທ່ານມາດູໂຣ ກຳລັງເລັ່ງໃຫ້ລົງຄະແນນສຽງກ່ອນວັນ ທີ 10 ເດືອນ ມັງກອນ ປີ 2017. ຄັນເປັນທີ່ສຳເລັດ ມີການລົງປະຊາມະຕິ ກ່ອນ ເວລາດັ່ງກ່າວນັ້ນ ກໍຈະກໍ່ໃຫ້ເກີດມີການເລືອກຕັ້ງໃໝ່ ໃນຂະນະດຽວກັນ ຄັນມີ ການເລືອກຕັ້ງ ໃນເວລາ ລຸນຫຼັງ ກໍຈະມີການໂອນອຳນາດ ໃຫ້ແກ່ຮອງປະທາ ນາທິບໍດີຄືກັນ.

ໃນວັນເສົາວານນີ້ ທ່ານ ມາດູໂຣ ໃນຄັ້ງໜຶ່ງ ເຄີຍເປັນຄົນຂັບລົດເມ ແລະ ເປັນຜູ້ນຳສະຫະພັນ ມີທ່າທີ່ແຂງກະດ້າງ. ທ່ານໄດ້ກ່າວວ່າ “ການລົງປະຊາ ມະຕິຮຽກຮ້ອງຄືນ ຈະຖືກຈັດຂຶ້ນ ໃນປີໜ້າ. ທໍ່ນັ້ນ.”

ໃນວັນສຸກຜ່ານມາ ບັນດາເຈົ້າໜ້າທີ່ຄະນະເລືອກຕັ້ງ ໄດ້ປະກາດວ່າ ລາຍເຊັນ ຫຼາຍກວ່າ 600,000 ຄົນ ຢູ່ໃນຄຳຮ້ອງໃຫ້ມີການຮຽກຮ້ອງຄືນໃໝ່ນັ້ນ ແມ່ນ ໃຊ້ການບໍ່ໄດ້ ເຊິ່ງໄດ້ເຮັດໃຫ້ເກີດມີການກ່າວຫາຮອບໃໝ່ ວ່າ ບັນດາເຈົ້າໜ້າທີ່ ຄະນະເລືອກຕັ້ງ ກຳລັງປະສານງານກັບ ທ່ານ ມາດູໂຣ ເພື່ອຫຼີກລ່ຽງ ຂະບວນການ ຮຽກຮ້ອງຄືນ ປະທານາທິບໍດີ.

ລັດຖະບານໄດ້ຕອບໂຕ້ຄືນ ດ້ວຍການອ້າງວ່າ ມີການສໍ້ໂກງຢ່າງກວ້າງຂວາງ ທີ່ລວມ ທັງການກ່າວຫາວ່າ ມີລາຍເຊັນຂອງຢ່າງນ້ອຍ 11,000 ຄົນທີ່ໄດ້ເສຍ ຊີວິດແລ້ວ ແລະ 2,000 ຄົນ ທີ່ເປັນນັກໂທດ ຢູ່ໃນຄຳຮ້ອງທີ່ໄດ້ຖືກນຳສົ່ງ ເມື່ອ ທ້າຍເດືອນພຶດສະພາ.

ການເຄື່ອນໄຫວທາງການເມືອງ ຄັ້ງຫຼ້າສຸດທີ່ມີຂຶ້ນ ໃນຂະນະທີ່ ມີການຢັ່ງຫາງ ສຽງສະແດງໃຫ້ເຫັນວ່າ ຊາວເວເນຊູເອລາ ຫຼາຍກວ່າ 7 ຄົນ ໃນ 10 ຢາກໃຫ້ ທ່ານມາດູໂຣ ລາອອກ. ມັນຍັງມີຂຶ້ນ ໃນຂະນະທີ່ ຄວາມອົດທົນ ຂອງມະຫາຊົນ ຊາວເວເນຊູເອລາ ແມ່ນໄດ້ຖືກທົດສອບ ໂດຍອັດຕາເງິນເຟີ້ ທີ່ສູງຂຶ້ນເລື້ອຍໆ ແຖວຍາວຢຽດຢູ່ຕາມ ຮ້ານຄ້າເພື່ອຊື້ອາຫານການກິນ ທີ່ຈຳເປັນ ແລະ ເຫດການ ຈະລາຈົນອາຫານ ແລະ ອາຊະຍາກຳຮ້າຍແຮງ ທີ່ເພີ້ມຂຶ້ນຢ່າງໜັກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG