ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກໄທ ກ່າວວ່າ ຈະບໍ່ເລື່ອນ ເວລາ ໃນການປ່ອນບັດ ເລືອກຕັ້ງ (ສະໄລດ໌/ວີດີໂອ)


ພວກປະທ້ວງຊາວໄທ ເດີນຂະບວນປະທ້ວງ ຢູ່ຕາມຖະໜົນຫົນທາງ ໃນບາງກອກ
ພວກປະທ້ວງຊາວໄທ ເດີນຂະບວນປະທ້ວງ ຢູ່ຕາມຖະໜົນຫົນທາງ ໃນບາງກອກ
ລັດຖະບານ​ໄທ​ກ່າວ​ວ່າ ການ​ເລືອກ​ຕັ້ງ​ກ່ອນ​ກໍານົດ​ ​ຈະ​ມີ​ຂຶ້ນ​
ຕາມ​ທີ່​ໄດ້ວາງແຜນ​ໄວ້ ​ຄື​ວັນ​ທີ 2 ກຸມພາ ​ເດືອນ​ໜ້າ​ນີ້ ​ເຖິງ​
ແມ່ນວ່າພວກຝ່າຍ​ຄ້ານ ພາກັນບອຍຄອດບໍ່ຍອມເຂົ້າຮ່ວມ
ແລະ​ຄະນະ​ກໍາມາ​ທິການ​ເລືອກ​ຕັ້ງໄດ້​ຂໍ​ຮ້ອງ​ໃຫ້​ເລື່ອນ​ອອກ
ໄປ ກໍຕາມ.

ການ​ປະກາດດັ່ງກ່າວ​ໄດ້​ມີ​ຂຶ້ນ ຫຼັງ​ຈາກກອງ​ປະຊຸມ​ລະຫວ່າງ
​ສະມາ​ຊິກ​ຄະນະລັດຖະບານແລະນາຍົກລັດຖະມົນຕີຮັກສາ
ການ ທ່ານ​ນາງ​ຍິ່ງ​ລັກ ຊິນ​ນະວັດ​ທີ່​ກ່າວ​ວ່າ ທ່ານ​ນາງ​ບໍ່​ມີ​ອໍາ
ນາດ ທີ່​ຈະ​ເລື່ອນ​ການ​ເລື່ອນ​ການ​ເລືອກ​ຕັ້ງ​ອອກ​ໄປ​ໄດ້.

ທ່ານ​ນາງ​ຍິ່ງ​ລັກ​ກ່າວ​ວ່າ “​ເຮົາ​ເຊື່ອ​ວ່າ ສິດທິ​ຂອງ​ປະຊາຊົນເປັນ​ເລື້ອງສໍາຄັນ ​
ແລະ​ເຂົາ​ເຈົ້າ​ຈະໃຊ້​ສິດ​ນັ້ນ ເພື່ອຈະ​ບອກ​ວ່າ ​ເຂົາ​ເຈົ້າ​ຕ້ອງການ​ໃຫ້​ປະຊາ
ທິປະ​ໄຕ ຂອງ​ປະ​ເທດ​ນັ້ນ ​ເດີນ​ໜ້າ​ຕໍ່​ໄປ​ແນວ​ໃດ.”


ບັນດາຜູ້​ນໍາ​ຝ່າຍ​ຄ້ານທີ່​ສໍາຄັນ ​ໄດ້ປະຕິ​ເສດບໍ່ເຂົ້າ​ຮ່ວ​ມໃນກອງ​ປະຊຸມ​ ໃນ​ວັນ​ພຸດ​ມື້​ນີ້
ທີ່​ມີ​ຂຶ້ນ​ໃນ​ມື້​ທີ​ສາມ​ຂອງ​ການ​ປະ​ທ້ວງ ຕໍ່ຕ້ານ​ລັດຖະບານ​ໃນ​ບາງກອກ ທີ່​ໄດ້​ເຮັດ​ໃຫ້​
ວິ​ກິດ​ການການ​ເມື​ອງຂອງ​ປະ​ເທດ ຮ້າຍ​ແຮງ​ໜັກ​ຂຶ້ນ​ໄປ​ອີກ.


ເປັນ​ຄື​ທີ່​ຄາດໝາຍ​ໄວ້ ຜູ້​ນໍາພາການ​ປະ​ທ້ວງ ທ່ານ​ສຸ​ເທບ ​ເທືອ​ກສຸບັນ ບໍ່​ໃຫ້​ຄວາມ​ສໍາຄັນ
​ແກ່​ຄໍາ​ປະກາດ​ເທື່ອ​ໃໝ່ ກ່ຽວ​ກັບ​ການ​ເລືອກ​ຕັ້ງນັ້ນ ​ແລະ​ເວົ້າ​ວ່າ ການ​ເລືອກ​ຕັ້ງບໍ່​ຄວນ​ຈະ
​ມີ​ຂຶ້ນ ຈົນ​ກວ່າ​ວ່າ ມີການ​ປະຕິ​ຮູບ​ແລ້ວ ​ແລະ​ທ່ານ​ນາງ​ຍິ່ງ​ລັກ ​ລາອອກ.

​ໃນ​ຂະນະ​ດຽວ​ກັນ​ ກໍມີລາຍງານວ່າ​ ໄດ້​ເກີດການປະທະກັນແບບບໍ່​ຮຸ​ນ​ແຮງ ​ໃນ​ຄໍ່າ​ຄືນ​ຜ່ານ​ມາ.

ພວກ ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ກ່າວ​ວ່າ​ ມີ​ຜູ້​ຊາຍ​ແລະ​ຜູ້ຍິງ​ຄົນ​ນຶ່ງ ​ໄດ້​ຮັບ​ບາດ​
ເຈັບເລັກໆນ້ອຍໆ ​ຈາກ​ການ​ຍິງ​ປະ​ທະ​ກັນໃນ​ຕອນເຊົ້າມືດໃກ້ໆ​ກັບຍ່ານ​ການ​ຄ້າ​ຫຼູຫຼາ
ລາຄາ ​ແພງ ບ່ອນ​ທີ່​ພວກ​ປະ​ທ້ວງ​ໄດ້​ພາກັນ​ຕັ້ງ​ຄ້າຍຢູ່​ນັ້ນ.

​ນອກນັ້ນ ເຈົ້າ​ໜ້າ​ທີ່ກໍ​ກໍາລັງ​ທໍາ​ການ​ສື​ບສວນສອບ​ສວນ ເລື້ອງ​ທີ່​ວ່າອາດ​ໄດ້​ມີ​ການ​ໂຈມຕີ
​ເມື່ອຄືນແລ້ວນີ້ ຕໍ່​ບ້ານ​ພັກ​ຂອງ​ຜູ້​ນໍາ​ຂອງ​ຝ່າຍ​ຄ້ານທີ່​ມີ​ຊື່ສຽງ ທ່ານອະພິສິດ ​ເວດ​ຊາຊີວະ.
​ຕໍາຫຼວດ​ກ່າວ​ວ່າ ​ໄດ້​ມີການ​ແກ່ວ​ງ​ວັດຖຸ​ລະ​ເບີດ​ນ້ອຍໆ ຊຶ່ງ​ອາດ​ເປັນ​ໄປ​ໄດ້​ວ່າ ​ແມ່ນບັ້ງ​
ໄຟ​ດອກ​ຂະ​ໜາດ​ໃຫຍ່ ​ເຂົ້າ​ໄປ​ໃນ​ບໍລິ​ເວນ​ບ້ານ​ພັກ​ຂອງ​ທ່ານອະພິສິດ ທີ່​ພາ​ໃຫ້​ຫຼັງ​ຄາ
ໄດ້ຮັບຄວາມ​ເສຍ​ຫາຍ​ເລັກ​ນ້ອຍ. ທ່ານອະພິສິດ ບໍ່​ໄດ້​ຢູ່​ບ້ານໃນ​ຂະນະ​ເກີດ​ເຫດ ​ແລະ​ກໍ່ບໍ່
ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ.

Thailand Protests
please wait
Embed

No media source currently available

0:00 0:02:32 0:00
XS
SM
MD
LG