ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານນາງ Nuland ບໍ່ມີຄວາມເຫັນ ກ່ຽວກັບ ການໂອ້ລົມ ໂທລະສັບ (ວີດີໂອ)


ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດ ທ່ານນາງ Victoria Nuland.
ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດ ທ່ານນາງ Victoria Nuland.
ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດ
ທ່ານນາງ Victoria Nuland ໄດ້ປະຕິເສດ ບໍ່ຍອມໃຫ້ຄວາມ
ເຫັນໃດໆ ກ່ຽວກັບການສົນທະນາ ທາງໂທລະສັບທີ່ມີການຮົ່ວ
ໄຫຼ ຊຶ່ງທ່ານນາງໄດ້ໃຊ້ພາສາທີ່ບໍ່ຄ່ອຍສຸພາບປານໃດກ່ຽວກັບ
ສະຫະພາບຢູໂຣບ.

ທ່ານນາງ Nuland ກ່າວໃນມື້ວັນສຸກວານນີ້ວ່າ ທ່ານນາງຈະບໍ່
ເວົ້າເຖິງໃນອັນ ທີ່ທ່ານນາງເອີ້ນວ່າ ການໂອ້ລົມທາງດ້ານການ
ທູດຢ່າງເປັນການສ່ວນໂຕ ແຕ່ກໍກ່າວວ່າ ການອັດສຽງນັ້ນ ແມ່ນ
ເປັນຄວາມສາມາດໃນການສອດແນມທີ່ໜ້າປະທັບໃຈ ຊຶ່ງເປັນ
ຄຳສັບທີ່ອ້າງເຖິງກິດຈະກຳຂອງພວກສືບລັບ.

ໃນການໂອ້ລົມທາງໂທລະສັບກັບເອກອັກຄະລັດຖະທູດສະຫະລັດປະຈຳຢູເຄຣນ ທ່ານ
Geoffrey Pyatt ນັ້ນ ທ່ານນາງ Nuland ໄດ້ໃຊ້ພາສາທີ່ບໍ່ສຸພາບເພື່ອ ສະເໜີແນະວ່າ ສະຫະລັດຄວນເຮັດບໍ່ຮູ້ເລື່ອງຫຼືບໍ່ເອົາຫົວຊາຕໍ່ທ່າທີຂອງສະຫະ ພາບຢູໂຣບ ໃນການ
ແກ້ໄຂວິກິດການຢູ່ຢູເຄຣນ.

ໂຄສົກຂອງກະຊວງການຕ່າງປະເທດສະຫະລັດ ທ່ານນາງ Jen Psaki ກ່າວ ວ່າ ການ
ໂອ້ລົມທາງໂທລະສັບທີ່ວ່ານີ້ ບໍ່ໄດ້ສະທ້ອນໃຫ້ເຫັນເລີຍວ່າ ທ່ານນາງ Nuland ມີຄວາມ
ຮູ້ສຶກແບບໃດ ກ່ຽວກັບສະຫະພາບຢູໂຣບ. ທ່ານນາງເວົ້າວ່າ ທ່ານນາງ Nuland ໄດ້ຕິດ
ຕໍ່ພົວພັນຢ່າງໃກ້ຊິດກັບເຈົ້າໜ້າທີ່ສະຫະພາບຢູໂຣບ ກ່ຽວກັບສະຖານະການໃນຢູເຄຣນ.

ປະທານາທິບໍດີຢູເຄຣນ ທ່ານ Viktor Yanukovych ແລະປະທານາທິບໍດີຣັດເຊຍ ທ່ານ
Vladimir Putin ໄດ້ພົບປະແບບປິດລັບ ທີ່ເມືອງ Sochi ບ່ອນທີ່ ມີການແຂ່ງຂັນກິລາໂອ
ລິມປິກ ໃນວັນເສົາມື້ນີ້ແຕ່ເຈົ້າໜ້າທີ່ຢູເຄຣນບໍ່ໄດ້ໃຫ້ລາຍ ລະອຽດໃດໆກ່ຽວກັບການພົບ
ປະດັ່ງກ່າວ.

ທ່ານ Yanukovych ເປັນຜູ້ກໍ່ໃຫ້ມີ ການປະທ້ວງຂະໜາດໃຫຍ່ເກີດຂຶ້ນ ໃນເດືອນພະຈິກ
ຜ່ານມາ ເວລາທ່ານຍອມ ຮັບເອົາຄວາມກົດດັນຂອງຣັດເຊຍ ແລະຖອນຕົວອອກຈາກຂໍ້
ຕົກລົງການຄ້າເສ ລີກັບສະຫະພາບຢູໂຣບ. ພວກປະທ້ວງຍັງສືບຕໍ່ ພາກັນຕັ້ງຄ້າຍ ຢູ່ທີ່
ນະຄອນ Kyiv.

Ukraine
please wait
Embed

No media source currently available

0:00 0:02:17 0:00

XS
SM
MD
LG