ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຄົນລາວບໍ່ມີສັນຊາດ ຢູ່ໃນໄທ ມີສິດທິທີ່ຈະ ໄດ້ຮັບສັນຊາດໄທ ຕາມກົດໝາຍ


ແຜນທີ່ເຂດອີສານ ຫລືພາກຕາເວັນອອກສຽງເໜືອຂອງໄທ ທີ່ມີຄົນເຊື້ອສາຍລາວອາໄສຢູ່ເປັນສ່ວນໃຫຍ່
ແຜນທີ່ເຂດອີສານ ຫລືພາກຕາເວັນອອກສຽງເໜືອຂອງໄທ ທີ່ມີຄົນເຊື້ອສາຍລາວອາໄສຢູ່ເປັນສ່ວນໃຫຍ່
ຄົນລາວບໍ່ມີສັນຊາດຢູ່ໃນໄທມີສິດທິທີ່ຈະໄດ້ຮັບສັນຊາດໄທ
ຕາມກົດໝາຍວ່າດ້ວຍ ສັນຊາດໄທສະບັບໃໝ່ ຫາກແຕ່ບັນ ຫາໃນເວລານີ້ກໍຄືພວກເຈົ້າໜ້າທີ່ໄທຍັງບໍ່ຍອມປະຕິບັດຕາມ
ກົດໝາຍດັ່ງກ່າວ.

ທ່ານນາງ ຄໍາປົນ ອັກສອນ ຜູ້ປະສານງານເຄືອຂ່າຍເພື່ອໃຫ້
ການຊ່ວຍເຫຼືອແກ່ ບຸກຄົນບໍ່ມີສັນຊາດໃນເຂດພາກອີສານ
ຂອງໄທໄດ້ ໃຫ້ການຢືນຢັນກັບວີໂອເອວ່າ ໃນປັດຈຸບັນນີ້ມີລູກ
ຫຼານຂອງຄົນລາວທີ່ບໍ່ມີສັນຊາດໃນໄທຈໍານວນຫຼາຍກວ່າໝື່ນ
ຄົນທີ່ອາໄສຢູ່ໃນເຂດພາກອີສານທີ່ມີເງື່ອນໄຂແລະມີສິດຈະໄດ້
ຮັບສັນຊາດໄທ ຕາມກົດໝາຍວ່າດ້ວຍສັນຊາດໄທສະບັບໃໝ່
ແລະຫລ້າສຸດທາງການກະຊວງພາຍໃນຂອງໄທກໍຍັງໄດ້ອອກ
ກົດກະຊວງເພື່ອປະກອບ ການປະຕິບັດຕາມກົດໝາຍດັ່ງກ່າວ ແລ້ວອີກດ້ວຍ.

ແຕ່ຢ່າງໃດກໍຕາມ ສໍາລັບໃນພາກປະຕິບັດຕົວຈິງນັ້ນ ກັບຍັງຄົງດໍາເນີນໄປຢ່າງຊັກຊ້າ ເນື່ອງຈາກວ່າເຈົ້າໜ້າທີ່ຝ່າຍປົກຄອງຂອງທາງການໄທ ທີ່ປະຕິບັດໜ້າທີ່ຢູ່ໃນເຂດທີ່ ຄົນລາວບໍ່ມີສັນຊາດອາໄສຢູ່ນັ້ນ ນອກຈາກຈະບໍ່ໃຫ້ການຊ່ວຍເຫຼືອຫຼືວ່າ ບໍ່ອໍານວຍຄວາມ
ສະດວກໃຫ້ກັບບັນດາຄົນລາວເຫຼົ່ານັ້ນ ກໍຍັງມີທັດສະນະບໍ່ດີຕໍ່ຄົນລາວບໍ່ມີສັນຊາດໃນ ໄທ ອີກດ້ວຍ ດັ່ງທີ່ທ່ານນາງຄໍາປົນ ໄດ້ຢືນຢັນວ່າ:

ຄົນລາວຢູ່ເມືອງໄທ ທີ່ບໍ່ມີສັນຊາດ
ຄົນລາວຢູ່ເມືອງໄທ ທີ່ບໍ່ມີສັນຊາດ

ບັນຫາທີ່ຄົນໄຮ້ສັນຊາດລາວອົບພະຍົບນີ້ ທີ່ຍັງບໍ່
ທັນໄດ້ສັນຊາດໄທ ເຖິງແມ່ນວ່າມັນຈະມີມາດຕາ
23 ອອກມາແລ້ວໃນປີ ພ.ສ. 2551 ແຕ່ວ່າຕອນນີ້
ມັນຕິດເລຶ່ອງຂອງການປະຕິບັດງານໃນລະດັບພື້ນທີ່
ຕົວຢ່າງເຊັ່ນປະຫຼັດອໍາເພີນີ້ ຂັ້ນປະຫຼັດເຂົ້າໃຈ ນາຍ
ອໍາເພີບໍ່ອະມຸມັດກໍມີ ແລ້ວກະໃນການຍື່ນເລຶ່ອງແບບ
ຟອມອີຫຍັງຕ່າງໆນີ້ ໄປຍື່ນລົງລາຍການສັນຊາດ
ຢູ່ອໍາເພີແລ້ວ ອໍາເພີກໍຈະອ້າງມາວ່າ ເຈົ້າຕ້ອງໄປຫາ
ໃບຮັບຮອງການເກີດ ການເກີດອີຫຍັງມາ ເພາະວ່າ
ສ່ວນໃຫຍ່ ບັນຫາທີ່ນ້ອງຈະເກີດກັນເອງຄອດລູກກັນເອງ ອັນນີ້ຄືບັນຫາຫຼັກໆ ຂອງພີ່ນ້ອງທີ່ທາງອໍາເພີກ່າວອ້າງວ່າບໍ່ມີໃບຮັບຮອງການເກີດ.”


ທາງດ້ານທ່ານ ກຸ ແສງໄພວັນ ຜູ້ປະສານງານຂອງບັນດາຄົນລາວທີ່ບໍ່ມີສັນຊາດທີ່ອາໄສ ຢູ່ໃນພາກອີສານຂອງໄທນັ້ນ ໄດ້ໃຫ້ການຢືນຢັນວ່າ ຄົນລາວບໍ່ມີສັນຊາດຍັງຕ້ອງປະເຊີນ ກັບບັນຫາຫຍຸ້ງຍາກໃນຊີວິດປະຈໍາວັນຢູ່ເລື້ອຍມາ ເຖິງແມ່ນວ່າລັດຖະສະພາໄທໄດ້ຜ່ານ ກົດໝາຍວ່າດ້ວຍການໃຫ້ສັນຊາດໄທແກ່ບັນດາຄົນຕ່າງດ້າວທີ່ເກີດໃນໄທນັບເປັນໄລ ຍະເວລາກວ່າ 5 ປີມາແລ້ວກໍຕາມ

ທັງນີ້ກໍເນື່ອງຈາກວ່າຄົນລາວທີ່ບໍ່ມີສັນຊາດຢູ່ໃນໄທນັ້ນ ນອກຈາກຈະຍັງຄົງບໍ່ໄດ້ຮັບສັນ ຊາດໄທຕາມກົດໝາຍດັ່ງກ່າວແລ້ວ ກໍຍັງຖືກຈໍາກັດສິດທິໃນການເດີນທາງ ສິດທິໃນ ການປະກອບອາຊີບ ແລະສິດທິໃນການຖືຄອງຊັບສິນຕ່າງໆ ໂດຍສະເພາະແມ່ນສິດທິ ໃນການຖືຄອງທີ່ດິນທໍາກິນອີກດ້ວຍ.

ຍີ່ງໄປກວ່ານັ້ນ ການທີ່ຄົນລາວບໍ່ມີສັນຊາດໃນໄທບໍ່ມີທັງສິດທິໄດ້ຮັບການປະກັນ ແລະ ການບໍລິການດ້ານສຸຂະພາບອະນາໄມຈາກພາກລັດຖະບານໄທດ້ວຍນັ້ນ ກໍຍັງເຮັດໃຫ້ ພວກເຂົາເຈົ້າແບບຮັບພາລະດ້ານຄ່າໃຊ້ຈ່າຍໃນການເຂົ້າຮັກສາສຸຂະພາບດ້ວຍຕົວເອງ 100% ເຕັມ ທັງໆທີ່ວ່າລາຍໄດ້ກໍຕໍ່າຢູ່ແລ້ວ ແຕ່ກັບຕ້ອງມາ ແບບຮັບພາລະຢ່າງໜັກ ໜ່ວງຄືແນວນີ້ ກໍຍິ່ງເຮັດໃຫ້ຊີວິດຕ້ອງຫຍຸ້ງຍາກຫຼາຍຕື່ມ ຂຶ້ນອີກ.

ເພາະສະນັ້ນ ເຖິງແມ່ນວ່າຈະບໍ່ມີໂອກາດທີ່ຈະໄດ້ຮັບສັນຊາດໄທກໍຕາມ ກໍຮຽກຮ້ອງຂໍ ພຽງສິດທິໃນການເດີນທາງໄປທໍາງານໄດ້ໃນທົ່ວປະເທດໄທ ສິດທິໃນການຮັກສາສຸຂະ ພາບອະນາໄມໂດຍເສຍຄ່າໃຊ້ຈ່າຍເຄິ່ງລາຄາ ແລະສິດທິໃນການຖືຄອງທີ່ດິນທໍາກິນ ດ້ານການກະເສດ ເປັນຕົ້ນ.

ທັງນີ້ໂດຍກົດໝາຍວ່າດ້ວຍການໃຫ້ສັນຊາດໄທແກ່ຄົນຕ່າງດ້າວໃນໄທທີ່ດັດແກ້ໃໝ່ໃນ ປີ 2008 ນັ້ ລະບຸວ່າລູກຫຼານຂອງຄົນຕ່າງດ້າວທີ່ເກີດໃນໄທມີສິດທິຈະໄດ້ ຮັບສັນຊາດ ໄທ ຫາກແຕ່ຈົນເຖິງປັດຈຸບັນນີ້ ກໍປາກົດວ່າລູກຫຼາຍສ່ວນຫຼາຍຂອງຄົນລາວທີ່ບໍ່ມີສັນ ຊາດ ກໍຍັງຄົງບໍ່ໄດ້ຮັບສັນຊາດໄທແຕ່ຢ່າງໃດ.

ທາງດ້ານສໍານັກງານຄະນະກໍາມະການສິດທິມະນຸດແຫ່ງປະເທດໄທ ກໍລາຍງານວ່າ ຈະ ພະຍາຍາມໃນທຸກວິຖີທາງເພື່ອຊຸກຍູ້ໃຫ້ທາງການໄທ ດໍາເນີນການໃຫ້ສັນຊາດໄທແກ່ລູກ ຫຼານຂອງຊາວຕ່າງຊາດທີ່ເກີດໃນປະເທດໄທໃຫ້ສໍາເລັດໄວທີ່ສຸດ ຊຶ່ງຖ້າຫາກວ່າ ການ ດໍາເນີນງານເປັນໄປຕາມເປົ້າໝາຍທີ່ວາງໄວ້ ກໍເຊື່ອວ່າລູກຫຼານຂອງຊາວຕ່າງຊາດທຸກ ຄົນຈະໄດ້ຮັບສັນຊາດໄທຢ່າງຄົບຖ້ວນໃນປີ 2015.
XS
SM
MD
LG