ລິ້ງ ສຳຫລັບເຂົ້າຫາ

ກົດລະບຽບ ຫ້າມລັກກ່າຍ ເປັນການປ່ຽນແປງ ໃຫຍ່ສຸດ ສຳຫລັບ ບັນດານັກສຶກສາກຳປູເຈຍ


ຜົນ​ການສອບ​ເສັງ​ຂັ້ນສຸດທ້າຍ ສຳ​ຫລັບ​ສົກປີ 2014 ຂອງນັກ​
ສຶກສາກຳປູ​ເຈຍ ​ອອກ​ມາ ແມ່ນວ່າ ຂີ້ຮ້າຍຫຼາຍ ດ້ວຍ​ຈຳນວນ
ຫຼາຍກວ່າ ​ເຄິ່ງໜຶ່ງ ຂອງນັກ​ສຶກສາທັງ​ໝົດ 90,000 ​ຄົນແມ່ນ
ເສັງ​ຕົກ. ສາ​ເຫດຫັ້ນວະ? ​ແມ່ນບັນດາ​ເຈົ້າໜ້າ​ທີ່​ໄດ້ກວດ​ລ້າງ
ການລັກ​ກ່າຍ​ຂໍ້ສອບ ຊຶ່ງ​ເປັນມາດຕະການ ຊຸດທຳ​ອິດຂອງ​
ຫຼາຍໆ​ຊຸດ ໃນ​ການ​ປະຕິ​ຮູບ ​ທີ່ແນໃສ່ເພື່ອ​ແກ້​ໄຂ ພາກ​ສ່ວນ
ການ​ສຶກສາທີ່ເພພັງ ​ຂອງ​ປະ​ເທດ​ທີ່​ທຸກຍາກດັ່ງກ່າວ. ຜູ້ສື່ຂ່າວ
ວີໂອເອ Robert Carmichael ລາຍງານຈາກພະນົມເປັນ ຊຶ່ງ
ໄຊຈະເລີນສຸກ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.

ການຕັດສິນໃຈ ທີ່ຈະກວດ​ລ້າງ ການລັກ​ກ່າຍ​ຂໍ້ສອບນັ້ນ ໄດ້ສົ່ງຜົນສະທ້ອນຢ່າງໃຫຍ່.
ເຖິງແມ່ນວ່າ ໄດ້ຮັບໂອກາດໃຫ້ ສອບເສັງຄືນອີກ ​ເປັນ​ຄັ້ງທີສອງ ໃນເດືອນຕຸລາ ກໍຕາມ
ຫົກສິບເປີເຊັນ ຂອງຈຳນວນນັກສຶກສາ ໃນສົກຮຽນປີ 2014 ​ໄດ້ເສັງຕົກປີສຸດທ້າຍ
ຂອງການສຶກສາ.

ບັນດານັກສຶກສາ ໃນສົກຮຽນປີ 2015 ​ໄດ້​ຮັບ​ຮູ້​ເຖິງ ຂໍ້​ສັງ​ເກດ​ດັ່ງກ່າວ.

ທ້າວ ລັດຕະນາ ນັກ​ສຶກສາ​ປີ​ສຸດ​ທ້າຍ ​ກ່າວວ່າ ພວກ​ໝູ່ຄູ່​ຂອງ​ລາວ ຮັບ​ຮູ້​ວ່າ ກົດ​ລະບຽບ
“ຫ້າມ​ກ່າຍ​ກັນ ​ໃນ​ການ​ສອບ​ເສັງ” ໝາຍ​ຄວາມ​ວ່າ ພວກ​ເຂົາ​ເຈົ້າຈະ​ຕ້ອງ ໄດ້​ຮ່ຳ​ຮຽນ
​ດ້ວຍໂຕ​ເອງ ​ເພື່ອ​ທີ່​ຈະ​ເສັງ​ຜ່ານ ​ແລະເຂົ້າມະຫາວິທະຍາ​ໄລ​ ໄດ້ຕໍ່​ໄປ.

ທ້າວ ລັດຕະນາ ເວົ້າວ່າ “ນະ​ໂຍບາຍ​ໃໝ່​ນີ້ ໝາຍ​ຄວາມ​ວ່າ ພວກ​ເຮົາ ຈະ​ຮ່ຳຮຽນ
ຫຼາຍຂຶ້ນ ​ແລະ ບໍ່​ອອກ​ໄປ​ທ່ຽວຫຼິ້ນຫຼາຍ ດັ່ງ​ທີ່​ພວກ​ເຮົາ​ເຄີຍ​ເຮັດ. ມັນ​ຍັງ​ໝາຍ​
ຄວາມ​ວ່າ ພວກ​ເຮົາ ຈະ​ບໍ່​ຈຳ​ເປັນໃຊ້​ຈ່າຍ​ເງິນ ​ໃນ​ລະຫວ່າງ​ການ​ສອບ​ເສັງ​ນັ້ນ.”

ນະ​ໂຍບາຍ​ໃໝ່​ນີ້ ​ແມ່ນ​ເປັນ​ຜົນງານ​ຂອງຊາຍ​ຄົນ​ໜຶ່ງ ທີ່​ໄດ້​ຖືກ​ແຕ່ງຕັ້ງມາ​ໃນ​ປີ​ກາຍ​ນີ້
ຫຼັງຈາກ​ຮັບ​ໜ້າ​ທີ່​ເປັນ​ຮອງ​ລັດຖະມົນຕີ​ກະຊວງການ​ເງິນ ​ມາ​ໄດ້​ໜຶ່ງ​ທົດ​ສະ​ວັດ​ແລ້ວ
ລັດຖະມົນຕີກະຊວງ​ສຶກສາ​ ທ່ານ Hang Chuon Naron ກ່າວ​ວ່າ ການປະຕິ​ຮູບ​ລະບົບ
​ການ​ສຶກສາ ​ແມ່ນ​ສຳຄັນຢ່າງ​ຍິ່ງ ​ໃນ​ການ​ພັດທະນາຂອງ​ກຳປູ​ເຈຍ…

ທ່ານ Naron ​ເວົ້າວ່າ “ສະນັ້ນ ປັດໄຈ​ອັນ​ໜຶ່ງ ທີ່​ສຳຄັນ​ທີ່​ສຸດ ກໍ​ແມ່ນ​ວ່າ ມັນ​ມີ
ສະພາບ ຄວາມ​ສາມາດ ​ແມ່ນ​ບໍ່​ກົງກັນກັບວຽກງານ ຢູ່​ໃນ​ກຳປູ​ເຈຍ. ​ແລະ​ມັນ​
ໄດ້​ກາຍ​ມາ​ເປັນ​ອຸປະສັກ ​ເພື່ອ​ການ​ພັດທະນາ​ເສດຖະກິດ ​ເພື່ອ​ການ​ຂະຫຍາຍ​ຕົວ
​ເພື່ອ​ດຶງ​ດູດ​ເອົາ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ. ສະນັ້ນ ພວກ​ເຮົາ​ມີ​ບັນດາ​
ນັກ​ລົງທຶນ​ເຂົ້າມາ ຊຶ່ງ​ພວກ​ເຂົາ​ເຈົ້າຕ້ອງການ​ ບັນດາແຮງ​ງານ​ທີ່​ມີ​ຄວາມ​ສາມາດ
ຊຶ່ງ​ພວກ​ເຮົາ​ບໍ່​ມີ​ພຽງ​ພໍ. ​ແຕ່​ວ່າ ​ໃນ​ດ້ານ​ການ​ຕອບ​ສະໜອງນັ້ນ ພວກ​ເຮົາ​ມີພວກ
ນັກ​ຮຽນ​ທີ່ຮຽນຈົບ​ການ​ສຶກສາ​ແລ້ວນັ້ນ ຫຼາຍຄົນ​ທີ່​ບໍ່​ສາມາດ​ຫາ​ວຽກ​ເຮັດງານ​ທຳ. ​ແລະ​ອັນ​ນີ້ ​ເປັນ​ບັນ​ຫາ​ທີ່ຫຼາຍໆ​ປະ​ເທດ ກຳລັງ​ປະ​ເຊີນ​ໜ້າ​ຢູ່ ກໍ​ຄື ຄວາມ​ສາມາດ​ບໍ່​ກົງກັນ​ກັບ​ວຽກ.”

ນະ​ໂຍບາຍ​ໃໝ່ນີ້ ມີ​ເປົ້າໝາຍ ເພື່ອ​ປັບປຸງ ດ້ານຕ່າງໆ​ເຊັ່ນ ​ການ​ຝຶກ​ອົບຮົມ​ນາຍຄູ ການ
​ປົກຄອງ​ໂຮງຮຽນ​ໃຫ້​ດີ​ຂຶ້ນຕື່ມ ​ແລະ ​ສົ່ງ​ເສີມແນວ​ຄິດ​ທີ່​ສຳຄັນ ​ແລະ ການ​ແກ້​ໄຂ​ບັນຫາ
ສຳ​ຫລັບ ພວກ​ເດັກ​ນ້ອຍ​ຢູ່​ໃນ​ໄວ​ຮຽນ ຂອງ​ກຳ​ປູ​ເຈຍ​ຈຳນວນ 2 ລ້ານ 9 ​ແສນ​ຄົນ.

ບັນດາ​ນາຍຄູ​ທີ່​ໄດ້​ຮັບ​ເງິນ​ເດືອນ​ຕ່ຳ ຈະ​ໄດ້​ຮັບ​ສູງ​ຂຶ້ນກວ່າເກົ່າ ​ແລະ ​ໂຮງຮຽນ​ຕ່າງໆ ຈະ​
ໄດ້​ຮັບ​ທຶນ​ສະໜັບສະໜຸນ​ເພີ້​ມຂຶ້ນ ຈາກ​ງົບປະມານ​ການ​ສຶກສາ ທີ່​ຈະເພີ້​ມສູງ​ຂຶ້ນ​ເລື້ອຍໆ
​ເຖິງ 440 ລ້ານ​ດອນ​ລາ.

ກຳປູ​ເຈຍ ​ເປັນ​ທີ່​ແນ່ນອນ​ແລ້ວວ່າ ​ເສັ້ນທາງ​ແມ່ນ​ຍັງ​ໄກ​ຢູ່:

ຍົກ​ຕົວຢ່າງ ອັດຕາ​ສ່ວນ​ຂອງ ນັກຮຽນ 46 ຄົນ ຕໍ່ນາຍຄູ​ຊັ້ນປະຖົມ​ຄົນ​ໜຶ່ງນັ້ນ ​ແມ່ນ​ຂີ້ຮ້າຍ
​ທີ່​ສຸດໃນ​ໂລກ ນອກ​ເໜືອ​ຈາກອາ​ຟຣິກາ.

ທະນາຄານ​ພັດທະນາເອເຊຍ ຫຼື ADB ແມ່ນ​ໄດ້​ສະໜອງ​ທຶນ 90 ລ້ານ​ດອນ​ລາ ​ໃນ​ລະຍະ
5 ປີ ​ເພື່ອ​ປັບ​ປຸງ ຄຸນ​ນະພາ​ບຂອງ​ການ​ສຶກສາ ​ແລະ ຕັດ​ລົງ​ອັດຕາ​ການ​ອອກ​ໂຮງຮຽນ​
ກ່ອນຮຽນຈົບ​. ທ່ານ Sophea Mar ຈາກ ADB ສັນ​ລະ​ເສີນ ການ​ຕັດສິນ​ໃຈ​ຂອງ​ລັດ
ຖະບານ ທີ່​ເພີ້ມທຶນ​ໃຊ້​ຈ່າຍ​ດ້ານ​ການ​ສຶກສາຂຶ້ນ ​ແຕ່​ກ່າວ​ວ່າ ການ​ໃຊ້​ຈ່າຍໃນລະດັບ 17
​ເປີ​ເຊັນ ນັ້ນ ກໍ​ຍັງ​ຖື​ວ່າ ຕ່ຳ​ຢູ່.

ທ່ານ Mar ​ເວົ້າວ່າ “ການຈັດ​ສັນ​ງົບປະມານ ​ແມ່ນ​ມີ​ຄວາມ​ສຳຄັນ ​ແຕ່​ການ​ໃຊ້ຈ່າຍ​ນັ້ນ ຍັງ​ມີ​ຄວາມ​ສຳຄັນ​ຍິ່ງ​ກວ່າ​ອີກ. ​ແ​ລະ ອັນ​ນີ້ ​ແມ່ນ​ຄວາມ​ທ້າ​ທາຍ​ອັນ​ໃຫຍ່​ຫລວງ ​ເພາະວ່າຄື​ກັບ​ທ່ານ​ຮູ້ຈັກ​ແລ້ວ ວ່າ​ຄວາມ​ອາດ​ສາມາດ​ ຢູ່ໃນ​ລະດັບ​ໂຮງຮຽນ ຢູ່​ໃນ​ລະດັບ ທ້ອງ​ຖິ່ນ​ນັ້ນ ​ແມ່ນ​ຍັງ​ເປັນ​ບັນຫາ​ຢູ່. ສະນັ້ນ ການ​ປະຕິ​ຮູບ ບໍ່​ພຽງ​ເກີດ​ຂຶ້ນ​ຢູ່​ພາຍໃນກະ​ຊວງ​ເທົ່າ​ນັ້ນ. ການ​ປະຕິຮູບ ​ແມ່ນຈະຕ້ອງ​ເ​ລີ້​ມຕົ້ນ ຈາກ​ຫ້ອງ​ຮຽນ ຈະ​ຕ້ອງ​ເລີ້ມ​ຕົ້ນຈາກ​ລະດັບ​ຕ່ຳ.”

​ເພື່ອ​ຮັບປະກັນວ່າ ການ​ປະຕິ​ຮູບ​ເຫຼົ່ານີ້ ຈະ​ປະສົບ​ຜົນສຳ​ເລັດ ທ່ານ Mar ​ກ່າວ​ວ່າ ຈະ​
ຕ້ອງການໆ​ສະໜັບສະ​ໜຸນ​ ບໍ່​ພຽງ​ແຕ່​ລັດຖະບານເທົ່າ​ນັ້ນ ​ແຕ່ ຈາກ​ບັນດາ​ນັກ​ສຶກສາ ບັນດາພໍ່​ແມ່ນັກ​ສຶກສາ ​ແລະ ຈາກ ພາກສ່ວນ​ເອກະ​ຊົນ​ອີກດ້ວຍ.

XS
SM
MD
LG