ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະເທດ ໄທ ບໍ່ໃຫ້ມີການຈັດງານ ສະເຫຼີມ ສະຫຼອງ ວັນເສລີພາບຂອງ ສື່ມວນຊົນໂລກ


ພະນັກງານອາວຸໂສຂຽນຂ່າວ ພາກພາສາອັງກິດ ຂອງເວັບໄຊ ຂ່າວສົດ ທ່ານ Pravit Rojanaphruk ໃຫ້ສຳພາດກັບຂ່າວວີໂອເອ ໃນ ບາງກອກ. 28 ເມສາ 2016. (Z. Aung/VOA)
ພະນັກງານອາວຸໂສຂຽນຂ່າວ ພາກພາສາອັງກິດ ຂອງເວັບໄຊ ຂ່າວສົດ ທ່ານ Pravit Rojanaphruk ໃຫ້ສຳພາດກັບຂ່າວວີໂອເອ ໃນ ບາງກອກ. 28 ເມສາ 2016. (Z. Aung/VOA)

ນັກຂ່າວ ໄທ ທ່ານ Pravit Rojanaphruk ຄວນຈະເດີນທາງໄປຮອດນະຄອນຫຼວງ Helsinki ແລ້ວ ໃນຕອນນີ້, ດ້ວຍການເຊື້ອເຊີນຂອງລັດຖະບານ ຟິນແລນ ສຳລັບການ ສະເຫຼີມສະຫຼອງວັນເສລີພາບຂອງ ສື່ມວນຊົນໂລກ. ແຕ່ວ່າລາຊາອານະຈັກ ໄທ ທີ່ປົກ ຄອງໂດຍລັດຖະບານທະຫານ, ເຊິ່ງໄດ້ຍຶດເອົາອຳນາດໃນການກໍ່ລັດຖະປະຫານທີ່ບໍ່ມີ ການນອງເລືອດ ໃນເດືອນນີ້ ເມື່ອ 2 ປີທີ່ຜ່ານມາ, ໄດ້ຫ້າມບໍ່ໃຫ້ນັກຂ່າວອາວຸໂສຄົນນີ້ ເດີນທາງອອກຈາກປະເທດ ໄທ ເພື່ອເຂົ້າຮ່ວມໃນງານວັນທີ 3 ພຶດສະພານີ້, ເຊິ່ງຮ່ວມຈັດ ຂຶ້ນໂດຍອົງການ UNESCO ທີ່ເປັນອົງການດ້ານວັດທະນະທຳຂອງ ສະຫະປະຊາຊາດ ນັ້ນ.

ທ່ານ Pravit ນັກຂຽນອາວຸໂສສຳລັບເວັບໄຊຂ່າວທາງອິນເຕີເນັດ ຂ່າວສົດ ພາກພາສາ ອັງກິດ ໄດ້ກ່າວວ່າ “ຂ້າພະເຈົ້າບໍ່ສາມາດຈະຄັດຄ້ານໄປຫຼາຍກວ່ານີ້.”

ບັນດາເຈົ້າໜ້າທີ່ລັດຖະບານທະຫານ ໄທ ໄດ້ໂຕ້ແຍ້ງວ່າທ່ານ Pravit ຍັງບໍ່ທັນຫຼາບ ຫຼັງ ຈາກໄດ້ຖືກຄວບຄຸມຕົວໄວ້ສອງຄັ້ງແລ້ວຍ້ອນສິ່ງທີ່ພວກເຂົາເຈົ້າເອີ້ນວ່າ “ການປັບປຸງ ຄວາມປະພຶດ.”

ທ່ານ Pravit ກ່າວວ່າ ທ່ານໄດ້ຖືກບອກວ່າ ການເດີນທາງຂອງລາວໄດ້ຖືກກີດກັ້ນໄວ້ ເພາະວ່າ ລາວຍັງສືບຕໍ່ຂຽນສິ່ງທີ່ພວກເຂົາເຈົ້າອະທິບາຍວ່າ ເປັນການໂຈມຕີໃສ່ວຽກ ງານ ຂອງຄະນະຮັກສາຄວາມສະຫງົບແຫ່ງຊາດ.

ພັນເອກທະຫານບົກ Piyapong Klinpan ຫົວໜ້າຄະນະຮັກສາຄວາມສະຫງົບແຫ່ງ ຊາດ, ສູນກາງການປະຊາສຳພັນ ໄດ້ຢືນຢັນຕໍ່ວີໂອເອໃນວັນຈັນມື້ນີ້ວ່າ ທ່ານ Pravit ໄດ້ ຖືກຫ້າມບໍ່ໃຫ້ເດີນໄປປະເທດ ຟິນແລນ, ແຕ່ໄດ້ກ່າວວ່າ “ຂ້າພະເຈົ້າບໍ່ມີອຳນາດທີ່ຈະ ບອກໃຫ້ທ່ານຮູ້ວ່າເປັນຍ້ອນຫຍັງ.”

ທ່ານ Pravit ໄດ້ອະທິບາຍຕໍ່ວີໂອເອວ່າ ນັບຕັ້ງແຕ່ທ່ານໄດ້ຖືກຈັບກຸມຄັ້ງທຳອິດ ໂດຍທະ ຫານເກືອບ 2 ປີທີ່ຜ່ານມາ, ທ່ານໄດ້ຖືກບັງຄັບໃຫ້ເຊັນ “ບັນທຶກຄວາມເຂົ້າໃຈສະບັບ ໜຶ່ງ, ເຊິ່ງໄດ້ກ່າວໃນສ່ວນໜຶ່ງວ່າ ຖ້າຂ້າພະເຈົ້າຢາກເດີນທາງອອກນອກ ລາຊາອາ ນາຈັກ ຂ້າພະເຈົ້າຕ້ອງໄດ້ຂໍອະນຸຍາດຈາກພວກເຂົາເຈົ້າເສຍກ່ອນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG